ພິທີເປີດງານວາງສະແດງ ວຽງຈັນນານາຊາດ ໂອໂຕໂຊ
By ໄພວັນ On 6 Mar, 2024 At 08:21 PM | Categorized As ຂ່າວສຳຄັນ | With 0 Comments

IMG_4224

ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈໍາກັດຜູ້ດຽວ ຈັດງານວາງສະແດງ ວຽງຈນັນານາຊາດ ໂອໂຕໂຊ 2024 (Vientiane International Auto Show 2024) ພິທີເປີດງານຈັດຂຶ້ນໃນວັນທີ 4 ມີນາ 2024 ທີ່ສູນການຄ້າ ລາວໄອເຕັກ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງ ໂຍທາທິການ ເເລະ ຂົນສົ່ງ, ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ  ຫັດຖະກຳ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ພານະລິນ ສຸວັນນະວົງ ອຳນວຍການ ບໍລິສັດ  ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ ແລະ  ທ່ານ ນາງ ຄຳພາ ຄຳບຸນເຮືອງ ຮອງຜູ້ອຳນວຍການໃຫຍ່ ຝ່າຍການຄ້າ ບໍລິສັດ ລາວເວີນ ມະຫາຊົນ; ມີບັນດາກົມ ຈາກພາກລັດ ແລະ ບໍລິສັດ, ຄ້າຍລົດເຂົ້າຮ່ວມວາງສະແດງ 34 ຄ້າຍ ລວມຫ້ອງວາງສະແດງ ເກືອບ 100 ຫ້ອງ.

ຈຸດປະສົງຂອງການຈັດງານໃນຄັ້ງນີ້: ເພື່ອເປັນການເປີດໂອກາດໃຫ້ທຸລະກິດ ອຸດສາຫະກໍາລົດຍົນພາຍໃນປະເທດ ແລະ ຕ່າງປະເທດ ໄດ້ເຜີຍແຜ່ຜະລິດຕະພັນຂອງຕົນ ທີ່ຕິດພັນກັບລົດຍົນ, ເທັກໂນໂລຊີໃຫມ່ສູ່ສັງຄົມໄດ້ຮັບຮູ້ ກ່ຽວກັບນະວັດຕະກໍາໃໝ່ໆ ແລະ ສິ່ງປະດິດຕົບແຕ່ງລົດຍົນໃຫ້ແກ່ຜູ້ບໍລິໂພກໄດ້ສໍາພັດຕົວຈິງ ແລະ ທົດລອງນໍາໃຊ້; ພ້ອມດຽວກັນນີ້, ກໍ່ເພື່ອເປັນການຊຸກຍູ້​ສົ່ງ​ເສີມດ້ານ​​ການ​ຄ້າ, ການລົງທຶນ  ​ຂອງ​ນັກ​ທຸ​ລະ​ກິດ​​ລາວ ແລະ ຕ່າງປະເທດໃຫ້​ນັບ​ມື້ນັບ​ເຂັ້ມ​ແຂງ​ ຕາມ​ຍຸກ​ເຊື່ອມ​ໂຍງ​ກັບ​ສາ​ກົນ, ທັງ​ເປັນ​ການສ້າງ​​ເວ​ທີໃຫ້​ແກ່​ຜູ້​ຊື້-ຜູ້ຂາຍ​ ໄດ້​ພົບ​ປະແລກປ່ຽນບົດຮຽນນໍາກັນ ເພື່ອນໍາໄປພັດທະນາປັບປຸງ, ສ້າງແຜນ ແລະ ການຮ່ວມມືກັນໃນອະນາຄົດ.

IMG_4237

ທ່ານ ພານະລິນ ສຸວັນນະວົງ ອໍານວຍການບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈໍາກັດຜູ້ດຽວ ກ່າວວ່າ:  ຈຸດປະສົງຂອງງານ ເພື່ອເປັນການ ເປີດໂອກາດໃຫ້ທຸລະກິດ ອຸດສາຫະກໍາ ລົດຍົນພາຍໃນປະເທດ ແລະ ຕ່າງປະເທດ ໄດ້ເຜີຍແຜ່ຜະລິດຕະພັນຂອງຕົນເອງ ທີ່ຕິດພັນກັບລົດຍົນ ແລະ ເຕັກໂນໂລຊີ ໃໝ່ສູ້ສັງຄົມ ກ່ຽວກັບນະວັດຕະກໍາໃໝ່  ແລະ ສິ່ງປະດິດຕົກແຕ່ງລົດ ໃຫ້ກັບຜູ້ບໍລິໂພກໄດ້ສໍາພັດໂຕຈິງ  ແລະ ທົດລອງນໍາໃຊ້ ທັງເປັນການສ້າງເວທີ ຜູ້ຊື້ຜູ້ຂາຍໄດ້ແລກປ່ຽນບົດຮຽນນໍາກັນເພື່ອນໍາໄປພັດທະນາປັບປຸງ ສ້າງແຜນ ແລະ ການຮ່ວມມືໃນອະນາຄົດ.

ງານວາງສະແດງ ຄັ້ງນີ້ມີຫ້ອງວາງສະແດງ 99 ຫ້ອງ ໃນນີ້ປະກອບມີ ບໍລິສັດ, ຄ້າຍລົດ 34 ຄ້າຍ, ສະຖາບັນການເງິນ ການທະນາຄານ  ແລະ ຮ້ານຕົກແຕ່ງລົດ, ອຸປະກອນາລຸງຮັກສາລົດ  ຈໍານວນ 19 ຫ້ອງ, ຫົວໜ່ວຍທຸລະກິດທີ່ມີທ່າແຮງ, ສິນຄ້າໂອດັອບ, ອາຫານເຄື່ອງດື່ມ, ຢາພື້ນເມືອງ  ແລະ ເຄື່ອງໃຊ້ພາຍໃນເຮືອນຈໍານວນ 20 ຫ້ອງ ແລະ ຍັງມີພາກສ່ວນວາງສະແດງທົ່ວໄປ ເພື່ອຮັບໃຊ້ແຂກມາທ່ຽວຊົມ 30 ຮ້ານ.

IMG_4250

ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ໄດ້ກ່າວວ່າ: ການຈັດງານວາງສະແດງລົດເປັນກິດຈະກໍາຫຼັກ ໃຫ້ບໍລິສັດຕົວແທນຈຳໜ່າຍລົດ ຍີ່ຫໍ້ຕ່າງໆ ໄດ້ມານຳສະເໜີ, ໂຄສະນາ ຜະລິດຕະພັນລົດ ທີ່ວາງຂາຍຢູ່ທ້ອງຕະຫຼາດໃຫ້ແກ່ຜູ້ຊົມໃຊ້ ທີ່ມີຄວາມຕ້ອງການໄດ້ມາຊົມ, ພິຈາລະນາ ແລະ ຕັດສິນໃຈ; ພ້ອມດຽວກັນ, ບັນດາບໍລິສັດຕົວແທນຈໍາໜ່າຍ ກໍໄດ້ຮັບຮູ້ເຖິງຂໍ້ມູນໃນເບື້ອງຜູ້ຊົມໃຊ້ ເພື່ອເຮັດການສົ່ງເສີມການຂາຍຢູ່ຕະຫລາດພາຍໃນໃຫ້ດີຂຶ້ນຕາມລໍາດັບ.

ບັນດາທ່ານໄດ້ຮູ້ນຳກັນແລ້ວວ່າ ການຜະລິດລົດໄຟຟ້າ ໃນປັດຈຸບັນ ມີແນວໂນ້ມທີ່ຈະເພີ່ມຂຶ້ນ ເພື່ອຮອງຮັບໃຫ້ແກ່ການຫຼຸດຜ່ອນນໍາໃຊ້ພະລັງງານຈາກນໍ້າມັນເຊື້ອໄຟ  ໃນງານນີ້, ຄະນະຈັດງານ ໄດ້ຊຸກຍູ້ໃຫ້ມີຫ້ອງວາງສະແດງ ສຳລັບສິນຄ້າທ່າແຮງ ແລະສິນຄ້າໂອດອບ ຈຳນວນທັງໝົດ 20 ຫົວໜ່ວຍ, ເພື່ອເປັນການສົ່ງເສີມ ແລະ ໂຄສະນາສິນຄ້າລາວ ໃຫ້ໄດ້ນໍາສະເໜີໃນທຸກໂອກາດ ແລະ ງານວາງສະແດງ, ເຊິ່ງຈະເປັນການກະຕຸ້ນໃຫ້ບັນດາຜະລິດຕະພັນສິນຄ້າ ໄດ້ມີແຮງຈູງໃຈ ປັບປຸງພັດທະນາສິນຄ້າຂອງຕົນ ເພື່ອໃຫ້ສາມາດຕອບສະໜອງໄດ້ຄວາມຕ້ອງການຂອງຜູ້ຊົມໃຊ້ໃນຕະຫຼາດ ທັງເປັນການຊຸກຍູ້ ໃຫ້ຄົນລາວເຮົາຫັນມາຊົມໃຊ້ຜະລິດຕະພັນພາຍໃນ ໃຫ້ນັບມື້ນັບຂຶ້ນຫລາຍຂຶ້ນ ໂດຍຜ່ານການວາງສະແດງ ແລະ ການປຸກລະດົມໃຫ້ຊ່ວຍກັນຊື້ສິນຄ້າລາວ.

IMG_4297

ງານວາງສະແດງລົດ ວຽງຈັນນານາຊາດ ໂອໂຕໂຊ 2024 ຈັດຂຶ້ນໃນລະຫວ່າງວັນທີ 2 -10 ມີນາ 2024 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ, ດັ່ງນັ້ນ ຈຶ່ງຂໍຖືໂອກາດນີ້ເຊີນຊວນແຂກຜູ້ມີກຽດ ແລະ ບັນດາທ່ານ ຢູ່ທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ຽວຊົມງານວາງສະແດງໃນຄັ້ງນີ້ດ້ວຍ

ຂ່າວ-ພາບ: ໄພວັນ ຂ່າວສານອຸດສາຫະກໍາ ແລ ການຄ້າ

About -