ກອງປະຊຸມລັດຖະມົນຕີອົງການການຄ້າໂລກ ຄັ້ງທີ 13

WhatsApp Image 2024-03-05 at 18.21.43 (4)

           ໃນລະຫວ່າງວັນທີ 24 – 29 ກຸມພາ 2024 ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີອົງການການຄ້າໂລກ (ອຄລ) ຄັ້ງທີ 13 ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ ທີ່ ອາບູດາບີ, ປະເທດ ສະຫະນະຄອນ ເອເມຣັດ ອາຣັບ ໂດຍການເປັນປະທານຂອງທ່ານ H.E Dr Thani bin Ahmed Al Zeyoudi ລັດຖະມົນຕີກະຊວງການຄ້າຕ່າງປະເທດ ແຫ່ງສະຫະນະຄອນ ເອເມຣັດ ອາຣັບ. ກອງປະຊຸມດັ່ງກ່າວ ເປັນເວທີປຶກສາຫາລືລະຫວ່າງບັນດາ​ລັດຖະມົນຕີຂອງ ອຄລ​ ເພື່ອ​ທົບທວນ​ຄືນ​ບັນດາວຽກງານຕ່າງໆທີ່ຕິດພັນກັບ ອຄລ, ຜັນຂະຫຍາຍການຈັດຕັ້ງປະຕິບັດວຽກງານລະບົບ​ການ​ຄ້າ​ຫຼາຍ​ຝ່າຍ ແລະ ໃຫ້ທິດຊີ້ນຳອັນຈຳເປັນໃນການຈັດຕັ້ງປະຕິບັດແຜນ​ວຽກ​ຂອງ ອຄລ ໃນ​ອະນາຄົດ ເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງຂອງເສດຖະກິດໂລກໃນປະຈຸບັນ, ໂດຍສະເພາະ ຈະພິຈາລະນາບັນດາປະເດັນຕ່າງໆທີ່ເປັນສິ່ງທ້າທ້າຍ ທີ່ສົ່ງຜົນກະທົບຕໍ່ບັນດາສະມາຊິກ ອຄລ. ໂດຍຫົວຂໍ້ທີ່ນຳມາປຶກສາຫາລືກັນໃນກອງປະຊຸມຄັ້ງນີ້ປະກອບມີ: ສັນຍາການຄ້າກະສິກຳລວມທັງຄວາມໝັ້ນຄົງດ້ານສະບຽງອາຫານ; ການຖົມຂຸມການປະມົງ; ການຄ້າທາງເອເລັກໂຕຣນິກ; ການອໍານວຍຄວາມສະດວກໃຫ້ແກ່ການລົງທຶນ ເພື່ອການພັດທະນາ ແລະ ການປະຕິຮູບອົງການການຄ້າໂລກ.

 WhatsApp Image 2024-03-05 at 18.21.44 (2)

ກອງປະຊຸມຄັ້ງນີ້ ໄດ້ມີພິທີເປີດຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 26 ກຸມພາ 2024 ຊຶ່ງປະກອບມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກ, ປະເທດສັງເກດການ, ອົງຈັດຕັ້ງສາກົນຕ່າງໆ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 800 ທ່ານ. ພາຍຫຼັງພິທີເປີດກອງປະຊຸມ ແລະ ສືບຕໍ່ວາລະຄົບຄະນະຂອງມື້ດັ່ງກ່າວ, ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວຄໍາເຫັນຕໍ່ກອງປະຊຸມ ໂດຍຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ມີຂໍ້ຕົກລົງຮ່ວມກັນໃນບັນຫາທີ່ໄດ້ປຶກສາຫາລືກັນເປັນເວລາດົນນານເຊັ່ນ: ການຄ້າທາງເອເລັກໂຕຣນິກ; ບັນຫາກະສິກຳ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ; ມາດຕະການເພື່ອຮັບປະກັນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນ; ແລະ ການປະຕິຮູບລະບົບແກ້ໄຂຂໍ້ຂັດແຍ່ງ ອຄລ ເປັນຕົ້ນ.

 WhatsApp Image 2024-03-05 at 18.21.45 (4)

ນອກຈາກນີ້ ສປປ ລາວ ຍັງໄດ້ເຂົ້າຮ່ວມ ແລະ ກ່າວມີຄໍາເຫັນໃນກອງປະຊຸມລັດຖະມົນຕີປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ພາຍໃຕ້ຫົວຂໍ້: “ກາລະໂອກາດໃນການປົດລ໋ອກໃຫ້ແກ່ປະເທດທີ່ບໍ່ມີທາງອອກສູ່ທະເລ ໃນເວທີການຄ້າສາກົນ: ບົດບາດຂອງລະບົບການຄ້າຫຼາຍຝ່າຍ” ຊຶ່ງເປັນຫົວຂໍ້ສໍາຄັນຕໍ່ກັບປະເທດສະມາຊິກໃນການແລກປ່ຽນປະສົບການ, ວິໄສທັດ ແລະ ວິທີການນໍາໃຊ້ລະບົບການຄ້າຫຼາຍຝ່າຍເຂົ້າໃນການແກ້ໄຂບັນຫາ ເພື່ອກໍານົດໂອກາດທີ່ຈະເຊື່ອມໂຍງ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເຂົ້າໄປໃນລະບົບການຄ້າສາກົນແລະພາກພື້ນ. ພ້ອມດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມໃນວາລະສຳຄັນອື່ນໆ ໃນໄລຍະທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ພາບ-ຂ່າວ: ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ

ເຜີຍແຜ່: ເພັດປະກາຍ ສີສົມບູນ