ເຜີຍແຜ່ລະບຽບວຽກງານຄຸ້ມຄອງເຄມີ
By ໄພວັນ On 1 Mar, 2024 At 05:36 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

2jpg

       ວັນທີ 20 ກຸມພາ 2024 ຜ່ານມາ, ທີ່ ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ ແຂວງຫຼວງພະບາງ ກົມອຸດສາຫະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ ຈັດກອງປະຊຸມເຜີຍແຜ່ລະບຽບວຽກງານຄຸ້ມຄອງເຄມີ ໂດຍການເປັນປະທານ ຮ່ວມ ຂອງ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມ ອຸດສາຫະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ຂາວ ເມກສະຫວັນ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ ມີພະນັກງານສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ທ່ານປະທານ ໄດ້ກ່າວວ່າ: ວຽກງານຄຸ້ມຄອງເຄມີ ເປັນວຽກງານໜຶ່ງທີ່ ລັດຖະບານ ສປປ ລາວ ​ໃຫ້​ຄວາມສຳຄັນ, ເນື່ອງຈາກຕິດພັນກັບຊີວິດການເປັນຢູ່ ແລະ ການພັດທະນາເສດຖະກິດ-ສັງຄົມ ທີ່ບໍ່ສາມາດຕັດແຍກອອກໄດ້, ໃນທຸກໆວັນພວກເຮົາຕ້ອງໄດ້ສຳພັດກັບເຄມີ ເຊັ່ນ: ຢາສີຟັນ, ຢາສະຜົມ, ແຟັບ, ສະບູ, ຢາຂ້າຍຸງ, ຢາຂ້າຫຍ້າ ແລະ ອື່ນໆ. ໃນໄລຍະຜ່ານມາໄດ້ນໍາໃຊ້ເຄມີເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເປັນຈໍານວນຫຼວງຫຼາຍ ໂດຍສະເພາະແມ່ນຂະແໜງການກະສິກໍາ, ຂະແໜງສາທາລະນະສຸກ, ຂະແໜງພະລັງງານ ແລະ ບໍ່ແຮ່ ແລະ ຂະແໜງອຸດສາຫະກໍາ ແລະ ການຄ້າ. ໃນປະຈຸບັນມີ ຫລາຍກວ່າ 250 ບໍລິສັດ ແລະ ໂຮງງານທີ່ໄດ້ດໍາເນີນກິດຈະການກ່ຽວກັບເຄມີ ແລະ ໄດ້ຂຶ້ນທະບຽນບັນຊີເຄມີແລ້ວ ຈໍານວນ 2.000 ປາຍທາດ.

4

ທ່ານໃຫ້ຮູ້ຕື່ມວ່າ ເຄມີແຕ່ລະຊະນິດລ້ວນແຕ່ມີຄຸນປະໂຫຍດ ແລະ ໂທດໃນລະດັບທີ່ແຕກຕ່າງກັນ ມັນຂຶ້ນກັບການນຳໃຊ້, ເກັບຮັກສາ, ​ເຄື່ອນ​ຍ້າຍ, ບຳບັດ ແລະ ການກຳຈັດ ທີ່ຖືກຕ້ອງຕາມຫຼັກວິຊາການ, ຊຶ່ງພວກເຮົາຕ້ອງຄຸ້ມຄອງ ແລະ ນໍາໃຊ້ ໃຫ້ມີຄວາມເໝາະສົມ ແລະ ສຶກສາຂໍ້ມູນຂອງເຄມີນັ້ນໆ​ໃຫ້​ລະອຽດ.  ສິ່ງທີ່ໂລກກຳລັງກັງວົນໃນປະຈຸບັນແມ່ນການນຳໃຊ້ເຄມີ ບໍ່ຖືກຕ້ອງຕາມ ມາດຖານເຕັກນິກ ແລະ ຂໍ້ແນະນຳການນຳໃຊ້, ຕາມການສໍາຫຼວດຂອງອົງການຈັດຕັ້ງສາກົນ ເຫັນວ່າ ປະເທດກຳລັງພັດທະນາ ມີການນຳໃຊ້ເຄມີຢ່າງກວ້າງຂວາງທີ່​ບໍ່​ຖືກຕ້ອງ​ຕາມ​ເຕັກນິກ, ນອກ​ນີ້ ຍັງມີການລັກລອບນຳໃຊ້ເຄມີທີ່ຫ້າມນໍາໃຊ້ແລ້ວ ພ້ອມດຽວກັນນັ້ນ ການກຳຈັດ ແລະ ບຳບັດ ສິ່ງເສດເຫຼືອເຄມີອັນຕະລາຍ ກໍ່ໜ້າເປັນຫ່ວງ ຍ້ອນປະຕິບັດບໍ່ຖືກເຕັກນິກ ແລະ ສະຖານທີ່ບຳບັດລວມ ກໍຍັງບໍ່ທັນມີ.

ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ລັດຖະບານ ໄດ້ມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ຄຸ້ມຄອງວຽກງານເຄມີ ແບບລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ, ໂດຍມອບໃຫ້ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບຂະແໜງ ການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ, ເພື່ອ​ແນ​ໃສ່ຮັບປະກັນໃຫ້ແກ່ ການນຳເຂົ້າ, ເຄື່ອນຍ້າຍ, ຈໍາໜ່າຍ, ເກັບຮັກສາ, ນໍາໃຊ້, ກໍາຈັດ ແລະ ບໍາບັດ ໃຫ້ຖືກຕ້ອງ, ສອດຄ່ອງຕາມຫຼັກວິຊາການ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

6

ກອງປະຊຸມຄັ້ງນີ້ໄດ້ຮັບຟັງການບັນຍາຍ ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ແລະ ຂໍ້ຕົກລົງລຸ່ມກົດໝາຍ ຈາກກົມອຸດສາຫະກໍາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ຫົວໜ່ວຍທຸລະກິດ ເພື່ອເປັນບ່ອນອີງໃຫ້ແກ່ວິຊາການໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສອດຄອງກັບສະພາບການຕົວຈິງ.

ສະນັ້ນ ເພື່ອເຮັດໃຫ້ກອງປະຊຸມຝຶກອົບຮົມຄັງນີ້ໄດ້ຮັບໝາກຜົນດີ ແລະ ສໍາເລັດຕາມຈຸດປະສົງທີຄະນະຈັດຕັ້ງກອງປະຊຸມກໍານົດໄວ້ ຈຶ່ງສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ປະກອບການທີ່ນໍາໃຊ້ເຄມີໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານເຄມີຕາມພາລະບົດບາດ ແລະ ສິດໜ້າທີ່ຂອງຕົນເອງ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເຄມີ ຖືກຕ້ອງ, ສອດຄ່ອງກັບ ກົດໝາຍ, ລະບຽບການ  ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ, ສົມດູນ ແລະ ຍືນຍົງ.

ຂ່າວ-ພາບ: ກົມອຸດສາຫະກໍາ

ຮຽບຮຽງ-ລົງຂ່າວ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -