ກອງປະຊຸມເຜີຍແຜ່ກ່ຽວກັບ ການກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນແບບວົງແຄບ ຄັ້ງທີ 30 (30th AEM Retreat) ແລະ ກອງປະຊຸມທີ່ກ່ຽວຂ້ອງ
By Miss Phetpakai SISOMBOUN On 1 Mar, 2024 At 12:03 PM | Categorized As ຂ່າວພາຍໃນ, ຂ່າວ | With 0 Comments

 IMG_0105

       ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບການກະກຽມ ສຳລັບກອງປະຊຸມລັດຖະມົນຕີເສດຖະກິດອາຊຽນແບບວົງແຄບ ຄັ້ງທີ 30 (30th AEM Retreat) ແລະ ກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງມີແຜນຈະຈັດຂື້ນທີ່ ນະຄອນຫຼວງພະບາງ, ສປປ ລາວ ໃນລະຫວ່າງ ວັນທີ 8-9 ມີນາ 2024.

ກອງປະຊຸມເຜີຍແຜ່ຄັ້ງນີ້ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 29 ກຸມພາ 2024 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ການເປັນປະທານຂອງ ທ່ານ ບົວວັນ ວິລະວົງ, ຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນຫົວໜ້າອະນຸກຳມະການຂ່າວສານ  ແລະ ປະຊາສຳພັນ ໃນການກະກຽມເປັນເຈົ້າພາບ ແລະ ປະທານອາຊຽນ ສຳລັບເສົາຄໍ້າເສດຖະກິດ ຂອງ ສປປ ລາວ ປີ 2024. ກອງປະຊຸມໃນຄັ້ງນີ້ໄດ້ມີ ຜູ້ຕາງໜ້າສະຖານທູດ, ທູດເສດຖະກິດ ແລະ ການຄ້າ ຈາກ 10 ປະເທດອາຊຽນ ທີ່ປະຈໍາຢູ່ ສປປ ລາວ, ລວມທັງ ປະເທດ ຕີມໍເລສເຕ (ໃນນາມເປັນປະເທດຜູ້ສັງເກດການ), ແລະ ພະນັກງານປະສານງານ / LO (Laison Officers) ຂອງແຕ່ລະປະເທດ ເຂົ້າຮ່ວມ.

IMG_0118

ຈຸດປະສົງ ຂອງກອງປະຊຸມແມ່ນເພື່ອແຈ້ງໃຫ້ຊາບເຖິງລາຍລະອຽດກ່ຽວກັບ ຈຸດປະສານງານຂອງກອງເລຂາ ໃນແຕ່ລະໜ່ວຍງານຮັບຜິດຊອບໃນການຈັດກອງປະຊຸມຄັ້ງນີ້ເຊັ່ນ: ໜ່ວຍງານຮັບຜິດຊອບດ້ານເນື້ອໃນ, ໜ່ວຍງານດ້ານພິທີ ການ ນອກຈາກນີ້, ກໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບ ການລົງທະບຽນ, ການຈັດການຕ້ອນຮັບ, ການອຳນວຍຄວາມສະດວກໃຫ້ໃນການຮັບ-ສົ່ງ ຄະນະຜູ້ແທນ, ການເຂົ້າເຖິງສະຖານທີ່ຈັດກອງປະຊຸມ, ການຈັດການດ້ານຄວາມປອດໄພ, ເຈົ້າຫນ້າທີ່ຕິດຕໍ່ພົວພັນ, ການຈັດການສື່ມວນຊົນ ແລະ ຂໍ້ມູນທົ່ວໄປອື່ນໆ ເຊິ່ງກ່າວສະຫູຸບຫຍໍ້ການກະກຽມວຽກງານດັ່ງກ່າວ ໂດຍ ທ່ານ ແສງອາລຸນ ວິໄລສັກ, ຮອງຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ.

ນອກຈາກນັ້ນ, ກອງປະຊຸມໃນຄັ້ງນີ້ ຍັງໄດ້ມີການແນະນຳ ໃຫ້ຜູ້ຕາງໜ້າຈາກສະຖານທູດ, ທູດເສດຖະກິດ ແລະ ການຄ້າ ໄດ້ຮູ້ຈັກ ແລະ ແລກປ່ຽນເບີຕິດຕໍ່ ກັບ ພະນັກງານປະສານງານ/LO (Laison Officers) ທີ່ຮັບຜິດຊອບຄະນະຜູ້ແທນຈາກແຕ່ລະປະເທດອາຊຽນ ລວມທັງ ຕິມໍເລສເຕ. ທັງນີ້, ກໍ່ເພື່ອສະດວກໃຫ້ແກ່ການປະສານງານໃນຕໍ່ໜ້າ ເພື່ອກະກຽມຕ້ອນຮັບຫົວໜ້າຄະນະ ແລະ ບັນດາຄະນະຜູ້ແທນ ທີ່ຈະເດີນທາງມາຮ່ວມກອງປະຊຸມ AEM Retreat ຄັ້ງທີ 30 ແລະ ກອງປະຊຸມທີ່ກ່ຽວຂ້ອງ ນີ້.

  IMG_0129   IMG_0132

ຂ່າວ: ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ

ພາບ: ເພັດປະກາຍ ສີສົມບູນ