ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມຢາມ ຂອງ ທ່ານ ເອກອັກຄະລັດຖະທູດແຫ່ງຣາຊະອານາຈັກອັງກິດ ປະຈໍາ ສປປ ລາວ

IMG_0794

                  ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມຢາມ ຂອງ ທ່ານ ນາງ Melanie Barlow ເອກອັກຄະລັດຖະທູດແຫ່ງຣາຊະອານາຈັກອັງກິດ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າຈາກກົມກ່ຽວຂ້ອງ ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ເຂົ້າຮ່ວມ ໃນຕອນບ່າຍ ຂອງວັນທີ 26 ກຸມພາ 2024 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ.

ການພົບປະໃນຄັ້ງນີ້ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ກ່າວແລກປ່ຽນປຶກສາຫາລື ກ່ຽວກັບການສົ່ງເສີມດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ລາວ-ອັງກິດ ເຊິ່ງໃນຕໍ່ໜ້ານີ້ ຫວັງຢ່າງຍີ່ງວ່າ ທ່ານ ເອກອັກຄະລັດຖະທູດແຫ່ງຣາຊະອານາຈັກອັງກິດ ໃນໄລຍະທີ່ມາດຳລົງຕໍາແໜ່ງ ທີ່ ສປປ ລາວ ຈະຊ່ວຍໃນການຊຸກຍູ້ການຮ່ວມມືຢ່າງຮອບດ້ານເຊັ່ນ: ດ້ານເສດຖະກິດ, ດ້ານວັດທະນາທຳ-ສັງຄົມ ແລະ ດ້ານການປົກປັກຮັກສາສິ່ງແວດລ້ອມ ແລະ ອີກອັນສຳຄັນ ການສົ່ງເສີມການຮ່ວມມືລະຫວ່າງພາກທຸລະກິດ ໂດຍອີງໃສ່ທ່າແຮງຂອງນັກທຸລະກິດຂອງອັງກິດແລ້ວ ເຫັນໄດ້ວ່າມີທ່າແຮງຫຼາຍ ສະນັ້ນ, ເພື່ອຊຸກຍູ້ໃນພາກທຸລະກິດຂອງສອງຝ່າຍ ລາວ-ອັງກິດ ໃນການພົບປະ, ການໄປມາຫາສູ່ແລກປ່ຽນເຊິ່ງກັນ ແລະ ກັນ ຈະຊ່ວຍໃນການເພີ່ມການຮ່ວມມືທາງດ້ານເສດຖະກິດ, ເພີ່ມປະລິມານທາງດ້ານການຄ້າ, ເພີ່ມໂອກາດໃນການລົງທຶນຂອງນັກລົງທຶນໃນ ສປປ ລາວ ຈະຊ່ວຍຊຸກຍູ້ ແລະ ການສ້າງໂຄງການ ການຮ່ວມມື ລະຫວ່າງ ລາວ-ອັງກິດ ໃນຂົງເຂດອຸດສາຫະກຳ ແລະ ການຄ້າ ແລະ ຊ່ວຍຊຸກຍູ້ໃນພາກທຸລະກິດຂອງອັງກິດ ມາເຄື່ອນໄຫວ, ແລກປ່ຽນ ແລະ ມາສຶກສາເບີ່ງໂອກາດ ໃນການຮ່ວມມື ແລະ ການລົງທຶນ ໃນສປປ ລາວ.

IMG_0767

ຂໍ້ມູນການພົວພັນທາງດ້ານການຄ້າ ແລະ ການລົງທຶນ ລາວ-ອັງກິດ ໃນຜ່ານມາ:

  1. 1.  ້ານການຄ້າ ລາວ-ອັງກິດ

ການ​ພົວພັນ​ທາງດ້ານການ​ຄ້າ ລະຫວ່າງ ລາວ ​ແລະ ອັງກິດ ໃນປີ 2023 ສາມາດບັນລຸໄດ້  46,3 ລ້ານກວ່າໂດ​ລາ​ສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກໄປອັງກິດ ບັນລຸໄດ້  27,1 ລ້ານກວ່າໂດ​ລາ​ສະຫະລັດ ແລະ ມູນຄ່າການນໍາເຂົ້າຈາກອັງກິດ ບັນລຸໄດ້  19,2 ລ້ານກວ່າໂດ​ລາ​ສະຫະລັດ;

-      ສິນຄ້າ​ຫລັກ​ທີ່​ ສປປ ລາວ ສົ່ງ​ອອກ​ໄປ ອັງກິດ: ​ເກີບ; ເຄື່ອງ​ນຸ່ງ​ຫົ່ມ; ນ້ຳ​ຕານ; ເຄື່ອງ​​ຊຸບ​ຫົວ (ໝວກ, ຜ້າ​ຄຸມ​ຫົວ); ເຂົ້າ​ໜົມ; ເຫຼົ້າ-ເບຍ-ວາຍ; ເຂົ້າ ແລະ ອື່ນໆ

-      ສິນຄ້າ​ຫລັກ​ທີ່​ ສປປ ລາວ ນໍາເຂົ້້າຈາກ ອັງກິດ: ເຫຼົ້າ, ເບຍ, ວາຍ; ພາຫະນະທາງບົກ (ນອກຈາກລົດຈັກ,​ລົດໄຖ); ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ,ໂສ້…); ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ແລະ ອື່ນໆ.

  1. 2.  ດ້ານການລົງທຶນລາວ-ອັງກິດ

ນັບແຕ່ປີ 2008 ຮອດບປັດຈຸບັນ ອັງກິດ ຖືເປັນປະເທດທີ່ມາລົງທຶນໃນ ສປປ ລາວ ມີມູນຄ່າຫຼາຍສຸດອັນດັບທີ 12 (ສະເພາະການລົງທຶນໃນຂະແໜງກິດຈະການທົ່ວໄປ ບໍ່ກວມເອົາໃນເຂດເສດຖະກິດພິເສດ ແລະ ເຂດສໍາປະທານ) ໂດຍມີຈໍານວນວິສາຫະກິດທັງໝົດ 38 ຫົວໜ່ວຍ ແລະ ມູນຄ່າການລົງທຶນລວມທັງໝົດ 862,38 ຕື້ກີບ. ຂະແໜງການທີ່ນັກລົງທຶນປະເທດ ອັງກິດ ໄດ້ໃຫ້ຄວາມສົນໃຈເຂົ້້າມາລົງທຶນໃນ ສປປ ລາວ ທີ່ມີມູນຄ່າຫຼາຍສຸດ ແມ່ນຂະແໜງການກະສິກຳ, ປ່າໄມ້ ແລະ ການປະມົງ ມີມູນຄ່າ 435,5 ຕື້ກີບ ກວມເອົາ 50,5% ຂອງມູນຄ່າລົງທຶນທັງໝົດ; ຮອງລົງມາແມ່ນຂະແໜງອຸດສາຫະກໍາປຸງແຕ່ງ ມູນຄ່າ 147,2 ຕື້ກີບ ກວມເອົາ 17,1%; ຂະແໜງອຸດສາຫະກໍາບໍ່ແຮ່ ແລະ ການຂຸດຄົ້ນ ມູນຄ່າ 105,8 ຕື້ກີບ ກວມເອົາ 12,3%; ແລະ ຂະແໜງການຄ້າຂາຍຍົກ ແລະ ຂາຍຍ່ອຍ, ສ້ອມແປງລົດຍົນ ແລະ ລົດຈັກ ມູນຄ່າ 84,6 ຕື້ກີບ ກວມເອົາ 9,8%.

  1. 3.  ການໃຫ້ສິດທິພິເສດທາງດ້ານການຄ້າແກ່ລາວ:

New Developing Countries Trading Scheme (DCTS) ແມ່ນສິດທິພິເສດທາງດ້ານການຄ້າ ທີ່ອັງກິດພັດທະນາຄືນໃໝ່ ເພື່ອສືບຕໍ່ໃຫ້ກັບບັນດາປະເທດກໍາລັງພັດທະນາທີ່ຄ້າຂາຍກັບອັງກິດໃຫ້ໄດ້ຮັບຜົນປະໂຫຍດສູງຂຶ້ນກວ່າເກົ່າ ຊຶ່ງການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ ແມ່ນເລີ່ມແຕ່ເດືອນມິຖຸນາ 2023 ທີ່ຜ່ານມາ ແລະ ໄດ້ປ່ຽນແທນນະໂຍບາຍ GSP ໃນເມື່ອກ່ອນ. ພາຍໃຕ້ນະໂຍບາຍນີ້, ມີທັງໝົດ 65 ປະເທດ ທີ່ໄດ້ຮັບສິດທິພິເສດດັ່ງກ່າວ ຊຶ່ງໃນນັ້ນໃນພາກພື້ນອາຊຽນຂອງພວກເຮົາແມ່ນມີ 6 ປະເທດຄື: ກໍາປູເຈຍ, ອິນໂດເນເຊຍ, ສປປ ລາວ, ມຽນມາ, ຟິລິບປິນ ແລະ ຫວຽດນາມ ສາມາດໄດ້ຮັບສິດທິພິເສດທາງດ້ານການຄ້າໃນ 3 ລະດັບທີ່ແຕກຕ່າງກັນ. ໃນນັ້ນ, ສປປ ລາວ ແມ່ນໄດ້ຮັບສິດທິພິເສດແບບຮອບດ້ານ ຍົກເວັ້ນອາວຸດຍຸດໂທປະກອນ (Everything But Arms – EBA). ໃນວັນທີ 23 ມີນາ 2023 ສະຖານທູດອັງກິດ ປະຈໍາ ສປປ ລາວ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ສປປ ລາວ ໄດ້ຈັດຝຶກອົບຮົມກ່ຽວກັບສິດທິພິເສດດັ່ງກ່າວ ໃຫ້ແກ່ພາກທຸລະກິດ ໂດຍມີຕາງໜ້າຈາກທຸລະກິດເຂົ້າຮ່ວມຫຼາຍກວ່າ 100 ບໍລິສັດ ຊຶ່ງໃນງານດັ່ງກ່າວ ອັງກິດໄດ້ແຈ້ງໃຫ້ຊາບວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບສິດທິພິເສດແບບຮອບດ້ານ (EBA) ຮອດປີ 2027.

IMG_0800

ທ້າຍນີ້, ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ດີໃຈຫຼາຍ ຕໍ່ທ່ານ ນາງ Melanie Barlow ເອກອັກຄະລັດຖະທູດແຫ່ງຣາຊະອານາຈັກອັງກິດ ປະຈໍາ ສປປ ລາວ ທີ່ໃຫ້ການສະໜັບສະໜູນໃຫ້ຄວາມຮ່ວມມື, ການພົບປະແລກປ່ຽນຄວາມຄິດເຫັນຫຼາຍອັນທີ່ເປັນປະໂຫຍດ ພ້ອມທັງອວຍພອນໄຊ ໃຫ້ທ່ານພ້ອມຄະນະ ຈົ່ງມີຄວາມຜາສຸກ, ສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນການເຄື່ອນໄຫວວຽກງານ ຢູ່ ສປປ ລາວ.

 ຂ່າວ-ພາບ: ເພັດປະກາຍ ສີສົມບູນ