ຮອງເລຂາພັກແຂວງ ເຈົ້າແຂວງຢູນນານ ສປ ຈີນ. ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 27 Feb, 2024 At 11:47 AM | Categorized As ຂ່າວສຳຄັນ | With 0 Comments

1

       ໃນຕອນ​ເຊົ້າເວລາ 9: 30 ໂມງ ຂອງວັນທີ 26 ກຸມພາ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫວັງ ໂຢໂປ ຮອງເລຂາພັກແຂວງ, ເຈົ້າແຂວງ​ຢູນນານ ສປ ຈີນ.  ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລື ກັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ລາວ ມີຜູ້ຕາງໜ້າເຂົ້າຮ່ວມ ຫົວໜ້າກົມ ຮອງຫົວໜ້າກົມ ຫົວໜ້າພະແນກອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າຍ ປະມານ 25 ກວ່າທ່ານ.

     ໂອກາດນີ້  ທ່ານ  ມະໄລທອງ ກົມມະສິດ ລັດຖະມົນຕີ  ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່   ທ່ານ ຫວັງ ໂຢໂປ ຮອງເລຂາພັກແຂວງ, ເຈົ້າແຂວງ​ຢູນນານ  ສປ ຈີນ.  ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເຊິ່ງ ທ່ານ ເຈົ້າແຂວງ ໄດ້ສົນທະນາທົບທວນຄືນກ່ຽວກັບວຽກງານການຮ່ວມມື ການພົວພັນດ້ານການຄ້າ, ການລົງທຶນ ລະຫວ່າງ ສປປ ລາວ-ແຂວງຢູນານ ສປ ຈີນ. ກ່ອນອື່ນຂໍສະແດງຄວາມຊົມເຊີຍຕໍ່ກຸ່ມບໍລິສັດ ກໍ່ສ້າງລົງທຶນຢູນນານ ແມ່ນກໍາລັງແຮງທີ່ສໍາຄັນຂອງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງລາວ-ຢູນນານ, ຊ່ວຍ ສປປ ລາວ ເຂົ້າໃນການຫັນເປັນອຸດສາຫະກໍາທັນທີ່ທັນສະໄໝ. ປະຈຸ​ບັນ​ນີ້, ສປປ ລາວ ກໍ່ຄື ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ກຳລັງ​ສຸມ​ໃສ່​ກະກຽມ​ຄວາມ​ພ້ອມ​ໃນ​ດ້ານ​ຕ່າງໆ​ເພື່ອກະກຽມ​ເປັນ​ປະທານ ອາ​ຊຽນ ​ໃນ​ປີ 2024, ດ້ວຍ​ເຫດ​ນີ້ ຈິ່ງ​ສະ​​ເໜີ​ມາ​ຍັງ​ທ່ານ​ເພື່ອ​ສະໜັບສະໜູນ ​ແລະ ຊ່ວຍ​ເຫລືອ​ທາງ​ດ້ານ​ວິຊາ​ການ ​​ເປັນ​ຕົ້ນ​ແມ່ນ ການ​ສ້າງ​ແຜນ​ຍຸດ​ທະ​ສາດ​ພັດທະນາ ​ແລະ ຄຸ້ມ​ຄອງການ​ຄ້າ​ເອ​ເລັກ​ໂຕຼນິກ, ການ​ສົ່ງ​ເສີມ​ວຽກ​ງານ Circula economy ​ແລະ ການ​ສະໜັບສະໜູນ​ສ້າງ​ຫ້ອງ​ປະຊຸມ​ທາງ​​ໄກ ພ້ອມ​ທັງ​ລະບົບ ​ແລະ ອຸປະກອນ​ຮັບ​ໃຊ້ຄົບ​ຊຸດ.

2

       ໃນຄັ້ງວັນທີ 3 ເມສາ 2023, ພວກເຮົາໄດ້ເຮັດໜັງສືສະບັບເລກທີ 0865/ຫອຄ ກ່ຽວກັບການສະເໜີໄປທັດສະນະສຶກສາ ແລະ ຖອດຖອນບົດຮຽນ ຢູ່ ສປ ຈີນ (ວຽກງານຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ການນໍາເຂົ້າ ແລະ ສົ່ງອອກຊົ່ວຄາວ, ການຄ້າຜ່ານແດນ, ການຄ້າຊາຍແດນ, ການຂົນສົ່ງຜ່ານທາງລົດໄຟລາວ-ຈີນ ກັບພະແນກການຄ້າ ແຂວງ ຢູນນານ), ແຕ່ພວກເຮົາບໍ່ໄດ້ຮັບເອກະສານການຕອບຮັບຈາກ ຝ່າຍ ຈີນ. ສະນັ້ນຢາກສະເຫນີຝ່າຍຈີນ ຊ່ວຍສືບຕໍ່ພິຈາລະນາໃຫ້ການສະຫນັບສະຫນູນກິດຈະກຳດັ່ງກ່າວດ້ວຍ.

ສະເຫນີໃຫ້ສອງຝ່າຍຊຸກຍູ້ລັດຖະບານຂອງຕົນ ໃນການຮ່ວມກັນສຶກສາຄວາມເປັນໄປໄດ້ ໃນການສ້າງສັນຍາວ່າດ້ວຍສິນຄ້າຜ່ານແດນລະຫວ່າງ ລາວ-ຈີນ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດການຄຸ້ມຄອງສິນຄ້າຜ່ານແດນຂອງສອງປະເທດ ແລະ ເປັນບ່ອນອີງອັນໜັກ    ແໜ້ນໃຫ້ແກ່ການຈັດຕັ້ງຜັນຫຍາຍວຽກງານດັ່ງກ່າວໃນໄລຍະຍາວ.

ຄຽງຄູ່ກັນນັ້້ນກໍ່ສືກສາໃນການສ້າງ ອະນຸສັນຍາກ່ຽວກັບການຄຸ້ມຄອງສິນຄ້າຜ່ານແດນຜ່ານທາງລົດໄຟລະຫວ່າງ ລາວ-ຈີນ ສະເພາະ ເພື່ອກໍານົດລະບຽບ, ກົນໄກການຄຸ້ມຄອງ, ຂອບເຂດການຮ່ວມມື ແລະ ອື່ນໆ ແນໃສ່ໃຫ້ເປັນບ່ອນອີງພື້ນຖານການຜ່ານແດນຂອງສິນຄ້າຜ່ານທາງລົດໄຟ.​ ລວມທັງ​ການເກັບຄ່າທໍານຽມ, ຄ່າບໍລິການ, ການປະກອບເອກະສານ ແລະ ອື່ນໆ ເພື່ອເປັນບ່ອນອີງໃຫ້ພາກລັດ ແລະ ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ຈັດຕັ້ງປະຕິບັດໃຫ້ເປັນເອກະພາບ. ການ​ຄ້າຂາຍຕາມ​ຊາຍ​ແດນ ລາວ-ຈີນ ​ກໍ່​ມີ​ການ​ເຕີມ​ໃຫຍ່​ຂະຫຍາຍຕົວ​ຫລາຍ​ສົມຄວນ ​ແລະ ມີນະໂຍບາຍສົ່ງ​ເສີມການຄ້າຊາຍແດນທີ່​ເອື້ອຍ​ອຳນວຍ. ສະນັ້ນ, ຈຶ່ງສະເໜີຂໍການຊ່ວຍເຫຼືອ ​ແລະ ສະໜັບ​ສະໜູນໃນການຄົ້ນຄ້ວາ ​ເພື່ອສ້າງແຜນແມ່ບົດພັດທະນາການຄ້າຊາຍແດນ ພ້ອມ​ທັງ ສະເໜີຂໍການ​ສະໜັບ​ສະ​ໜູນເພື່ອໄປຖອດຖອນບົດຮຽນຕໍ່ກັບວຽກງານການຄຸ້ມຄອງ ​ແລະ ສົ່ງ​ເສີມການຄ້າຊາຍແດນ, ການ​ສ້າງ​ກົນ​ໄກ​ການ​ປະສານ​ງານ ​ແລະ ຮ່ວມ​ມື ລະຫວ່າງ ລາວ ​ແລະ ແຂວງ ຢຸນນານ. ການອຳນວຍຄວາມສະດວກການສົ່ງອອກສິນຄ້າກະສິກຳ ໂດຍສະເພາະໂກຕ້າບັນດາສິນຄ້າກະສິກຳ ແລະ ລາຍການສິນຄ້າທີ່ທາງລາວສາມາດສົ່ງອອກໄປຈີນໄດ້ ເຊັ່ນ: ຢາງພາລາ, ຫມາກຖົ່ວ, ຫມາກສາລີ ແລະ ອື່ນໆ.

3

     ສະ​ເໜີຂໍ​ການ​ສະໜັບສະໜູນ​ຈາກ ​​ແຂວງ​ຢູນນານ ​ເພື່ອ​ໃຫ້​ຄະນະ​ວິຊາ​ການ​ຂອງ​ກະຊວງ ອຄ ​ໄດ້​​ໄປ​ຖອດ​ຖອນ​ບົດຮຽນ ໃນວຽກງານຄຸ້ມຄອງການນຳເຂົ້າ ແລະ ສົ່ງ​ອອກ ​ໂດຍ​ສະ​ເພາະວິທີການ​ເກັບ​ກຳ​ໂຕ​ເລກ​ສະຖິຕິ​​ການ​ຄ້າ, ການ​ຄຸ້ມ​ຄອງ​ລາຍ​ຮັບ​ຈາ​ກ ການ​ສົ່ງ​ອອກ, ການ​ຢັ້ງຢືນ​ແຫ​ລ່ງກຳ​ເນີ​ດສິນຄ້າ.  

ສະ​ເໜີ​ຂໍ​ການ​ສະໜັບສະໜູນ ​ໃນ​ວຽກ​ງານການສົ່ງເສີມຈຸນ​ລະວິ​ສາ​ຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການສ້າງຄວາມເຂັ້ມແຂງ, ປັບປຸງຜະລິດຕະພາບ ແລະ ຄຸນນະພາບໃນຂະບວນການຜະລິດ ໃຫ້ກຸ່ມຜູ້ຜະລິດສິນຄ້າ ເພື່ອໃຫ້ເຂົ້າເຖິງບັນດາ​ແຫ​ລ່ງທຶນ ​ແລະ ຕະຫລາດ ຂ​ອງ ສປ ຈີນ.

ການ​ຊຸກຍູ້ ​ແລະ ສົ່ງ​ເສີມ​ການຈັດ​ຕັ້ງ​ປະຕິບັດບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ ວ່າ​ດ້ວຍ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ​ໂດຍ​ສະ​ເພາະ ການ​ສົ່ງ​ເສີມ​ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບສູງ, ການ​ສົ່ງ​ເສີມ SME ​ແລະ ການ​ພັດທະນາ​ລະບົບ Ecommerce platform, ການ​ພັດທະນາ​ລົດ​ຂົນ​ສົ່ງ ​ແລະ Logistics, ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ດ້ານ​ນິຕິ​ກຳ, ກົດໝາຍ ​ແລະ ລະບຽບ​ການ​ຕ່າງໆ.

ສະເໜີຂໍທຶນຝຶກອົບຮົມໃຫ້ພະນັກງານໃນທີ່ຮັບຜີດຊອບວຽກງານການແຂ່ງຂັນທາງທຸລະກິດ, ກວດກາການຄ້າ ແລະ ປົກປ້ອງຜູ້ຊົມໃຊ້ໃຫ້ເຂັ້ມແຂງ ແລະ ດ້ານອື່ນໆ.

     ທ້າຍນີ້ ທ່ານ ລັດຖະມົນຕີ ຕາງໜ້າໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄະນະນໍາກະຊວງ ອວຍພອນໄຊໃຫ້ທ່ານເຈົ້າແຂວງພ້ອມດ້ວຍຄະນະຈົ່ງມີສຸຂະພາບແຂງແຮງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

ພາບ-ຂ່າວ: ໄພຄໍາອີ ສູນສະຖິຕິ ແລະ ຂ່າວສານ, ຫ້ອງການກະຊວງ ອຄ.