ສ້າງຄວາມຮູ້ ແລະ ຄວາມອາດສາມາດໃນການ ໃຫ້ບໍລິການອອນລາຍ ກ່ຽວກັບຊັບສິນທາງປັນຍາ
By ໄພວັນ On 25 Feb, 2024 At 07:50 PM | Categorized As ອື່ນໆ | With 0 Comments

4

ໃນວັນທີ 21 ກຸມພາ 2024 ທີ່ໂຮງແຮມ ທີມາກລີສອດ, ເມືອງວັງວຽງ, ແຂວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ WIPO, ຈັດກອງປະຊຸມຝຶກອົບຮົມການສ້າງຄວາມຮູ້ ແລະ ຄວາມອາດສາມາດ ໃນການໃຫ້ບໍລິການອອນລາຍ ກ່ຽວກັບຊັບສິນທາງປັນຍາ, ໃຫ້ກຽດເປັນປະທານຮ່ວມກ່າວເປີດກອງປະຊຸມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຈຸນໂຮ ຈາງ ຜູ້ຈັດການອາວຸໂສລະດັບພາກພື້ນ, ພະແນກແກ້ໄຂທູລະກິດຊັບສິນທາງປັນຍາ, ຈາກອົງການຊັບສິນທາງປັນຍາໂລກ ປະຈໍາສິງກະໂປ. ມີທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ທ່ານ ກຽວຊໍ, ຜູ້ຈັດການໂຄງການອາວຸໂສ, ພະແນກແກ້ໄຂທູລະກິດຊັບສິນທາງປັນຍາ, ຈາກອົງການຊັບສິນທາງປັນຍາໂລກ ປະຈໍາສິງກະໂປ, ມີບັນດາ ບໍລິສັດ ຜູ້ຕາງໜ້າຊັບສິນທາງປັນຍາ ແລະ ພະນັກງານ ກົມຊັບສິນທາງປັນຍາ ທີ່ກ່ຽວຂ້ອງ ຈໍານວນ 50 ທ່ານເຂົ້າຮ່ວມ.

6

ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວເປີດກອງປະຊຸມຝຶກອົບຮົມຄັ້ງນີ້ ວ່າ: ດັ່ງທີ່ພວກທ່ານຮູ້ແລ້ວວ່າ ລະບົບການຍື່ນຄໍາຮ້ອງຂໍຈົດທະບຽນຊັບສິິທນທາງປັນຍາອອນລາຍ (E-filing) ໄດ້ເປີດນໍາໃຊ້ມາຕັ້ງແຕ່ ວັນທີ 01 ພະຈິກ ປີ 2023, ຊຶ່ງເປັນເວລາສາມເດືອນແລ້ວ ທີ່ໄດ້ມີການນໍາໃຊ້ລະບົບດັ່ງກ່າວນີ້ ສະນັ້ນ, ໃນກອງປະຊຸມມື້ນີ້ ບັນທ່ານຈະໄດ້ມີການສະຫຼຸບ ແລະ ຖອດຖອນບົດຮຽນ ກ່ຽວກັບຂໍ້ສະດວກ  ແລະ ຂໍ້ຫຍຸ້ງຍາກ ໃນການນໍາໃຊ້ ລະບົບ E-filing. ຊຶ່ງໃນໄລຍະຜ່ານມາ ກົມເຫັນວ່າການນໍາໃຊ້ຕົວຈິງ ຍັງພົບເຫັນຂໍຜິດພາດ ແລະ ໃນການນໍາໃຊ້ລະບົບຍັງບໍ່ສະດວກເທົ່າທີ່ຄວນ, ດັ່ງນັ້ນ ກົມຊັບສັບສິນທາງປັນຍາ ແລະ ອົງການຊັບສິນທາງປັນຍາໂລກ ຈຶ່ງໄດ້ຮ່ວມກັນຈັດຝຶກອົບຮົມນີ້ຂຶ້ນມາ ເພື່ອຮ່ວມກັນປຶກສາຫາລືແກ້ໄຂຂໍ້ຫຍຸ້ງຍາກຕ່າງໆ ແລະ ທັງເປັນການສືບຕໍ່ຝຶກອົບຮົມ ໃນການນໍາໃຊ້ລະບົບດັ່ງກ່າວ ໃຫ້ແກ່ບັນດາ ບໍລິສັດ ຜູ້ຕາງໜ້າຊັບສິນທາງປັນຍາ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕື່ມ ກ່ຽວກັບການນໍາໃຊ້ລະບົບດັ່ງກ່າວ ພ້ອມທັງເປັນການໃຫ້ຄຳແນະນຳ ແລະ ຮັບຟັງຄຳຄິດຄຳເຫັນ ເພື່ອນໍາໄປປັບປຸງ ແລະ ພັດທະນາ ລະບົບດັ່ງກ່າວໃຫ້ດີຂຶ້ນ.

5

ທ່ານ ກ່າວຕື່ມອີກວ່າ: ໃນປັດຈຸບັນນີ້ ການຍື່ນຄໍາຮ້ອງຜ່ານ ລະບົບ E-filing ມີທັງໝົດ 770 ກວ່າຄໍາຮ້ອງ, ຊຶ່ງເຫັນໄດ້ວ່າ ມີບັນດາທ່ານກໍມີຄວາມເຂົ້າໃຈ ແລະ ສາມາດນໍາໃຊ້ລະບົບດັ່ງກ່າວໄດ້ດີສົມຄວນ, ສະນັ້ນ ຖືເປັນໂອກາດອັນດີທີ່ສຸດທີ່ຜູ້ເຂົ້າຮ່ວມ ແລະ ຊ່ຽວຊານຈາກອົງການຊັບສິນທາງປັນໂລກ ຊຶ່ງເປັນຜູ້ສ້າງລະບົບດັ່ງກ່າວ ຈະໄດ້ມາແນະນໍາວິທີການນໍາໃຊ້ໃຫ້ບັນດາທ່ານ ແລະ ຈະຊ່ວຍພວກເຮົາແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນ ແລະ ໃນອານາຄົດພວກເຮົາກໍມີແຜນທີ່ຈະເປີດໃຫ້ບໍລິການການຍື່ນຄໍາຮ້ອງຂອງປະເພດຊັບສິນທາງປັນຍາອື່ນໆ ທີ່ຍັງເຫຼືອ ເຊັ່ນ: ການຍື່ນຄໍາຮ້ອງຂໍຮັບສິດທິບັດ ແລະ ຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາຕື່ມອີກ. ພ້ອມນັ້ນ, ທ່ານ ໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມທຸກທ່ານ ຈົ່ງນໍາໃຊ້ໂອກາດນີ້ ເປັນການແລກປ່ຽນ, ປຶກສາຫາລື ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ພະຍາຍາມຍາດແຍ່ງເອົາຄວາມຮູ້ໃຫ້ໄດ້ຫຼາຍທີ່ສຸດຈາກ ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ, ເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຂອງຕົນ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະ ການໃຫ້ບໍລິການແກ່ສັງຄົມ.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ລົງຂ່າວ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -