ມອບອຸປະກອນການຮຽນ-ການສອນ ແລະ ເຄື່ອງກິລາ ໃຫ້ແກ່ ໂຮງຮຽນປະຖົມ ບ້ານແຟນ
By ໄພວັນ On 25 Feb, 2024 At 07:55 PM | Categorized As ຂ່າວສຳຄັນ | With 0 Comments

11

ໃນວັນທີ 17 ກຸມພາ 2024, ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມ ບ້ານແຟນ, ຈັດພິທີມອບ-ຮັບ ອຸປະກອນການຮຽນ-ການສອນ ແລະ ເຄື່ອງກິລາ, ໃຫ້ແກ່ໂຮງຮຽນປະຖົມ ບ້ານແຟນ, ເມືອງໄຊ, ແຂວງອຸດົມໄຊ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນາງ ໄມພອນ ສີລິວົງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ, ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ມີບັນດາທ່ານ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ, ທ່ານ ຫົວໜ້າຫ້ອງການສຶກສາທິການ ເເລະ ກິລາ ເມືອງໄຊ, ມີບັນດາທ່ານພະນັກງານສູນກາງ ແລະ ທ້ອງຖິ່ນ, ຜູ້ຕາງໜ້າ ບໍລິສັດ ທິລລິກີ ແອນ ກິບບິນ ລາວຈໍາກັດ, ມີບັນດາຄູ-ອາຈານ ແລະ ນ້ອງໆນັກຮຽນ ຈໍານວນ 200 ກວ່າຄົນເຂົ້າຮ່ວມ.

9

ໃນໂອກາດນີ້ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດຕາງໜ້າພະນັກງານ ກົມຊັບສິນທາງປັນຍາ ມອບອຸປະກອນການຮຽນ-ການສອນ ແລະ ເຄື່ອງກິລາ ແລະ ຕາງໜ້າຮັບໂດຍ ທ່ານ ທອງທີບ ສຸພັນສີ, ຫົວໜ້າຫ້ອງການສຶກສາທິການ ເເລະ ກິລາ ເມືອງໄຊ, ແຂວງອຸດົມໄຊ.

10

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ແມ່ນໄດ້ລະດົມເປັນວັດຖຸປັດໃຈ ນໍາອ້າຍນ້ອງພະນັກງານພາຍໃນກົມ ແລະ ໄດ້ຮັບການປະກອບສ່ວນຈາກ ບໍລິສັດ Lao Trademark Agency (LTM), ລວມມູນຄ່າ 34,636,000 ກີບ, ນອກຈາກນີ້ ຍັງມີ ບໍລິສັດ ທິລລິກີ ແອນ ກິບບິນ ລາວຈໍາກັດ ເຂົ້າຮ່ວມມອບເຄື່ອງ ປະກອບມີ: ປື້ມຂຽນ, ສໍດໍາ, ປິກ, ຢາງລຶບ, ບານເຕະ, ບານສົ່ງ, ກະຕໍ້, ຕັ່ງ ແລະ ອື່ນໆ ເພື່ອໃຫ້ຄູ-ອາຈານ ແລະ ນ້ອງໆນັກຮຽນ ນໍາໃຊ້ເຂົ້າໃນການຮຽນ-ການສອນ ແລະ ສ້າງກິດຈະກໍາຕ່າງໆຂອງໂຮງຮຽນ.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ລົງຂ່າວ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -