ເຜີຍແຜ່ ວຽກງານຊັບສິນທາງປັນຍາ ໃຫ້ແກ່ພະນັກງານ ພະແນກ ອຄ ແຂວງອຸດົມໄຊ
By ໄພວັນ On 21 Feb, 2024 At 05:29 PM | Categorized As ຂ່າວສຳຄັນ | With 0 Comments

12

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແຂວງອຸດົມໄຊ ຈັດກອງປະຊຸມເຜີຍ ວຽກງານຊັບສິນທາງປັນຍາ ໃຫ້ແກ່ ພະນັກງານສູນກາງ ແລະ ທ້ອງຖິ່ນ ທີ່ໂຮງແຮມມິດຕະພາບ, ແຂວງອຸດົມໄຊ, ໃນວັນທີ 16 ກຸມພາ 2024, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງ ອຸດົມໄຊ, ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນາງ ໄມພອນ ສີລິວົງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ພ້ອມດ້ວຍພະນັກງານສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມຈໍານວນ 80 ກວ່າທ່ານ.

ທ່ານ ຮອງເຈົ້າແຂວງໆ ອຸດົມໄຊ ໄດ້ກ່າວມີຄໍາເຫັນຕ້ອນຮັບ ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ໃນຄັ້ງນີ, ຊຶ່ງຖືເປັນໂອກາດອັນດີ ທີ່ແຂວງອຸດົມໄຊ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍຄື ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ກົມຊັບສິນທາງປັນຍາ ຈະໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ແລະ ການສ້າງຄວາມຮູ້ຈັກຮັກແພງ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເລິກເຊິ່ງຂຶ້ນກວ່າເກົ່າ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ແຂວງອຸດົມໄຊ ໃຫ້ນັບມື້ນັບມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.

14

ທ່ານ ຮອງເຈົ້າແຂວງ, ໄດ້ລາຍງານສະພາບ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃນໄລຍະຜ່ານມາ ໂດຍຫຍໍ້ ຕໍ່ກອງປະຊຸມຊາບ, ໂດຍສະເພາະ ການພັດທະນາເສັ້ນທາງຄົມມະນາຄົມ ແລະ ຂົນສົ່ງ ຊຶ່ງແຂວງ ມີເສັ້ນທາງເລກທີ 13 ເຊື່ອມຕໍ່ ລະຫວ່າງ ພາກເໜືອ ແລະ ພາກໃຕ້ຂອງ ສປປ ລາວ, ເສັ້ນທາງເລກທີ 2 ຕາເວັນອອກ-ຕາເວັນຕົກເຊື່ອມຕໍ່ ລະຫວ່າງ ສປ.ຈີນ, ສສ.ຫວຽດນາມ ແລະ ຣາຊອານາຈັກໄທ, ເສັ້ນທາງລົດໄຟ ລາວ-ຈີນ ແລະ ໃນອານາຄົດອັນໃກ້ນີ້ ຈະມີເສັ້ນທາງດ່ວນວຽງຈັນ-ຄຸນມິງຜ່ານ, ມີສະໜາມບິນ ແລະ ທ່າເຮືອແມ່ນໍ້າຂອງຢູ່ ເມືອງປາກແບງ ຊຶ່ງເປັນທ່າແຮງ ແລະ ສິ່ງອໍານວຍຄວາມສະດວກໃນການບໍລິການຂົນສົ່ງໂດຍສານ, ສິນຄ້າ, ການທ່ອງທ່ຽວ ແລະ ບໍລິການດ້ານ (Logistics). ນອກຈາກນີ້ ແຂວງອຸດົມໄຊ ຍັງມີລວມຍອດຜະລິດຕະພັນພາຍໃນ (GDP) ໃນປີ 2023 ຂະຫຍາຍຕົວໃນລະດັບ 4,80%, ຄິດເປັນມູນຄ່າຕາມລາຄາໃນປີ ເທົ່າກັບ 8.658,96 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 1.284 ໂດລາສະຫະລັດ ໃນນີ້: ຂະແໜງກະສິກໍາຂະຫຍາຍຕົວ 8,46% ກວມເອົາ 35,01%; ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 4,06% ກວມເອົາ 12,54%; ຂະແໜງບໍລິການ ຂະຫຍາຍຕົວ 2,36% ກວມເອົາ 51.18%; ພາສີອາກອນຜະລິດຕະພັນ ສຸດທິ ຂະຫຍາຍຕົວຢູ່ລະດັບ 1,78% ກວມເອົາ 1,27%; ຜະລິດຕະພັນກະສິກຳມີ: ພືດຜັກ, ໝາກຖົ່ວ, ສາລີ, ເຂົ້າ; ອຸດສາຫະກຳປຸງແຕ່ງມີ: ຜະລິດຕະພັນສາລີອົບແຫ້ງ, ເຂົ້າສານ, ຢາງພາລາ, ຜະລິດຕະພັນໄມ້ສໍາເລັດຮູບ, ການຜະລິດນໍ້າດື່ມ ແລະ ນໍ້າໝາກໄມ້; ທົ່ວແຂວງອຸດົມໄຊ ມີໂຮງງານອຸດສາຫະກຳ ແລະ ຫັດຖະກຳ ທັງໝົດ 500 ແຫ່ງ, ມູນຄ່າການຜະລິດອຸດສາຫະກຳໄດ້ ທັງໝົດ 489 ຕື້ກີບ ເທົ່າກັບ 142% ຂອງແຜນການ ແລະ ໃນປີ 2023, ມູນຄ່າການຄ້າກັບຕ່າງປະເທດບັນລຸໄດ້ 3.374,90 ຕື້ກີບເທົ່າກັບ 358% ຂອງແຜນການ; ມູນຄ່າການນຳເຂົ້າປະຕິບັດໄດ້ 57,96 ຕື້ກີບ (ຕົວເລກທີຜ່ານພະແນກອຸດສາຫະກຳ ແລະ ການຄ້າ ເທົ່ານັ້ນ) ແລະ ມູນຄ່າການສົ່ງອອກປະປະຕິບັດໄດ້ 3.316,94 ຕື້ກີບ.

13

ໃນໂອກາດນີ້ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ, ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ຊຶ່ງມີເນື້ອໃນບາງຕອນ ວ່າ: ວຽກງານຊັບສີນທາງປັນຍາ ເປັນວຽກງານທີ່ສໍາຄັນ ໃນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ການສ້າງງົບປະມານເຂົ້າລັດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ທຸລະກິດ. ດັ່ງນັ້ນ ຈຸດປະສົງຂອງການຈັດກອງປະຊຸມ ແລະ ສ້າງກິດຈະກໍາ ຂອງກົມຊັບສິນທາງປັນຍາ ຮ່ວມກັບ ພະແນກ ອຄ ແຂວງ ອຸດົມໄຊ ໃນຄັ້ງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບວຽກງານຊັບສິນທາງປັນຍາ ແລະ ເພື່ອຫັດແໜ້ນຄວາມສາມັກຄີ ຂອງຂະແໜງການດັ່ງກ່າວ, ພ້ອມນັ້ນ ໃນກອງປະຊຸມຈະໄດ້ຮັບຟັງການນຳສະເໜີແຜນທິດທາງ ແລະ ຫນ້າທີ່ວຽກງານ ຂອງກົມຊັບສີນທາງປັນຍາ ເຂົ້າໃນອຸດສາຫະກຳ 4.0 ແລະ ແຜນຕໍ່ຫນ້າໃນການພັດທະນາວຽກງານ ຊັບສີນທາງປັນຍາ ຢູ່ສູນກາງ, ທ້ອງຖີ່ນ ແລະ ສາກົນ.

17

ທ່ານ ຮອງລັດຖະມົນຕີ ໄດ້ກ່າວຕື່ມອີກ ວ່າ: ວຽກການແບ່ງຂັ້ນຄຸມຄອງໃຫ້ທ້ອງຖິ່ນ ກໍຄື ບັນດາແຂວງທີ່ໄດ້ລົງໄປຈັດຕັ້ງປະຕິບັດແລ້ວ ຫຼື ຍັງສືບຕໍ່ລົງໄປນັ້ນ ທາງກົມຊັບສິນທາງປັນຍາ ຈະຕ້ອງໄດ້ຊຸກຍູ້ ແລະ ຕິດຕາມ ພາຍຫຼັງທີ່ໄດ້ໄປຈັດຕັ້ງປະຕິບັດມາແລ້ວ ຊຶ່ງສາມາດສະຫຼຸບ ແລະ ຕີລາຄາຄືນ ວ່າ ມີຄວາມສະດວກ ແລະ ຄວາມຍຸ້ງຍາກໃນຈຸດໃດ, ມີຫຍັງຄວນປັບປຸງແກ້ໄຂ ຫຼື ທາງດ້ານວິຊາການໃດ ທີ່ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້, ເພື່ອພ້ອມກັນ ວາງແຜນຈັດຝຶກອົບຮົມວຽກງານດັ່ງກ່າວ ໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ ເພື່ອເຮັດແນວໃດ ໃຫ້ສາມາດຈົດທະບຽນຊັບສິນທາງປັນຍາ ນີ້ໄດ້ຫຼາຍຂື້ນ. ນອກຈາກນີ້ ການຍາດແຍ່ງຈາກການຊ່ວຍເຫຼືອຈາກຕ່າງປະເທດທີ່ຜ່ານມາ ເຫັນວ່າກົມດັ່ງກ່າວ ສາມາດຍາດແຍ່ງການຊ່ວຍເຫຼືອຈາກຕ່າງປະເທດໄດ້ເປັນຢ່າງດີ ໂດຍສະເພາະ ທຶນຊ່ວຍເຫຼືອຈາກ ອົງການຊັບສິນທາງປັນຍາໂລກ WIPO, JPO ແລະ ອົງການຮ່ວມມືສາກົນອື່ນໆ ແລະ ທີ່ສໍາຄັນ ໃນປີ 2024 ນີ້, ກົມດັ່ງກ່າວ ແມ່ນຈະໄດ້ຮັບກຽດເປັນເຈົ້າພາບກອງປະຊຸມຮ່ວມມືຊັບສິນທາງປັນຍາ ອາຊຽນ ຄັ້ງທີ 74 ແລະ ເຫັນວ່າຍັງມີວຽກຈຸດສຸມ ແລະ ວຽກບູລິມະສິດ ທີ່ທາງກົມຈະຕ້ອງເຮັດສຳເລັດຕາມແຜນ ເພື່ອປະກອບເຂົ້າໃນແຜນຂອງກະຊວງ ໃນປີ 2024 ນີ້.

ພ້ອມດຽວກັນນັ້ນ ທ່ານ ຮອງລັດຖະມົນຕີ ໄດ້ຮຽກຮ້ອງມາຍັງທີ່ປະຊຸມ ກໍຄື ພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຈົ່ງພ້ອມກັນຜັນຂະຫຍາຍ ແລະ ຮ່ວມກັນພັດທະນາໃຫ້ໄດ້ຕາມວິໄສທັດທີ່ວາງອອກ ໃຫ້ປະກົດຜົນເປັນຈິງ ແລະ ທ່ານ ເຊື່ອໝັ້ນວ່າ  ດ້ວຍບົດຮຽນ ແລະ ປະສົບການຜ່ານມາ ຂອງຄະນະກົມ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະພັກ-ຄະນະນໍາ ກະຊວງ ອຄ, ຈະ​ເຮັດ​ສຳ​ເລັດຕາມໜ້າທີ່ວຽກງານຂອງຕົນ ແລະ ພ້ອມກັນສືບຕໍ່ກ້າວຂື້ນຢ່າງ​ໜັກແໜ້ນ ດ້ວຍ​ຜົນສໍາເລັດ, ດ້ວຍຄວາມສາມັກຄີ ແລະ ​ໄຊຊະນະ​ໃໝ່ທີ່​ມີ​ຄຸນ​ນະພາ​ບ ​ແລະ ປະສິດທິຜົນ​ສູງກວ່າເກົ່າ.

20

ໃນກອງປະຊຸມຄັ້ງນີ້ ທາງກົມຊັບສິນທາງປັນຍາ, ກະຊວງ ອຄ ກໍໄດ້ມອບ ຄອມພິວເຕີຕັ້ງໂຕະ ຈໍານວນ 1 ໜ່ວຍ ໃຫ້ແກ່ ພະແນກ ອຄ ແຂວງອຸດົມໄຊ ເພື່ອນໍາໃຊ້ເຂົ້າໃນວຽກງານຂະແໜງຊັບສິນທາງປັນຍາ ໃນການຮັບຄໍາຮ້ອງຈົດທະບຽນຊັບສິນທາງປັນຍາ, ຕາງໜ້າກົມ ມອບໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ຕາງໜ້າງພະແນກ ຮັບໂດຍ ທ່ານ ນາງ ໄມພອນ ສີລິວົງ ຫົວໜ້າພະແນກ ອຄ ແຂວງອຸດົມໄຊ.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ລົງຂ່າວ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -