ກອງປະຊຸມເຈົ້າໜ້າທີທະບຽນວິສາຫະກິດໃຫ້ເຂົ້າສູ່ລະບົບໂປຣແກຣມດຽວໃນຂອບເຂດທົ່ວປະເທດ
By phaikhame evilay On 21 Feb, 2024 At 10:48 AM | Categorized As ຂ່າວສຳຄັນ | With 0 Comments

IMG_0558 (1)

         ໃນວັນທີ 19-20 ກຸມພາ 2024 ທີ່ ຫ້ອງການເຂດເສດຖະກິດພິເສດບຶງທາດຫຼວງ ໂດຍການເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ; ມີຫົວໜ້າກົມ ທະບຽນວິສາຫະກິດ, ຮອງຫົວໜ້າ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ບັນດາທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ, ຄະນະຄຸ້ມຄອງເສດຖະກິດພິເສດແຂວງ ແລະ ນະຄອນຫຼວງເຂົ້າຮ່ວມ.

      ທ່ານ ຈັນສຸກ ແສງພະຈັນ ໄດ້ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ແນໃສ່ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບກົດໝາຍວ່າດ້ວຍວິສາຫະກິດ, ນິຕິກໍາ ແລະ ບັນດາລະບຽບການ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ລວມທັງວິທີການນໍາໃຊ້ລະບົບທະບຽນວິສາຫະກິດໃຫ້ແກ່ເຈົ້າໜ້າທີ່ທະບຽນວິສາຫະກິດ, ຄະນະຄຸ້ມຄອງເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ

WhatsApp 2

            ໂດຍປະຕິບັດຕາມບົດບັນທຶກກອງປະຊຸມ ຄັ້ງວັນທີ 16 ທັນວາ 2022 ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ກັບ ກະຊວງແຜນການ ແລະ ການລົງທຶນ ໄດ້ເປີດກອງປະຊຸມປືກສາຫາລືກັນກ່ຽວກັບ ການຂຶ້ນທະບຽນວິສາຫະກິດຢູ່ໃນເຂດເສດຖະກິດພິເສດ ແລະ ກົນໄກການບໍລິການ-ການລົງທຶນປະຕູດຽວ ທີ່ຕິດພັນກັບວຽກງານດັ່ງກ່າວ ເຊິ່ງກອງປະຊຸມໄດ້ເຫັນດີເປັນເອກະພາບໃນການອອກໃບທະ ບຽນວິສາຫະກິດຢູ່ໃນເຂດເສດຖະກິດພິເສດ ແມ່ນປະຕິບັດຕາມຫຼັກການຂອງກົດໝາຍວ່າດ້ວຍ ວິສາຫະກິດ ແລະ ນໍາໃຊ້ໂປຣແກຣມທະບຽນວິສາຫະກິດດຽວກັນ ຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ ໃນການອອກໃບທະບຽນວິສາຫະກິດ ໂດຍນໍາໃຊ້ລະບົບດັ່ງກ່າວເຂົ້າໃນການອອກໃບທະບຽນວິສາຫະກິດຈະເຮັດໃຫ້ຂໍ້ມູນວິສາຫະກິດຖືກບັນທຶກ ແລະ ເກັບຮັກສາໄວ້ໃນຖານຂໍ້ມູນວິສາຫະກິດແຫ່ງຊາດ ຂອງກະ ຊວງ ອຸດສາຫະກໍາ ແລະ ການຄ້າ. ພ້ອມນັ້ນ, ຍັງໄດ້ມອບໃຫ້ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ແລະ ກົມທະບຽນວິສາຫະກິດຮ່ວມກັນຄົ້ນຄວ້າ, ລົງເລິກລາຍລະອຽດກ່ຽວກັບກົນໄກທາງດ້ານເຕັກນິກໃນການນໍາໃຊ້ລະບົບໂປຣແກຣມທະບຽນວິສາຫະກິດ ເປັນຕົ້ນແມ່ນການເຂົ້າລະບົບ, ເລກລະຫັດໃນການເຂົ້າລະບົບ ລວມທັງການ ນໍາເອົາຂໍ້ມູນວິສາຫະກິດທີ່ໄດ້ຂຶ້ນທະບຽນວິສາຫະກິດຢູ່ໃນເຂດເສດຖະກິດໃນໄລຍະຜ່ານມາ ເຂົ້າໃນຖານຂໍ້ມູນວິສາຫະກິດແຫ່ງຊາດ.

IMG_3

      ການຝຶກອົບຮົມຄັ້ງນີ້ ກົມທະບຽນວິສາຫະກິດໃນນາມກົມວິຊາການທີ່ຮັບຜິດຊອບຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດແມ່ນໄດ້ນໍາເອົາກົດໝາຍວ່າດ້ວຍວິສາຫະກິດ ສະບັບປັບປຸງປີ 2022, ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ທີ່ເປັນນິຕິກໍາຜັນຂະຫຍາຍວ່າດ້ວຍວິສາຫະກິດ ແລະ ນໍາເອົາພະນັກງານຜູ້ຮັບຜິດຊອບວຽກງານຕົວຈິງໂດຍສະເພາະວິທີນໍາໃຊ້ລະບົບທະບຽນວິສາຫະກິດໃນການອອກໃບທະບຽນວິສາຫະກິດ ມາເຜີຍແຜ່ ແລະ ຈັດຝຶກອົບຮົມໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ຄະນະຄຸ້ມຄອງເສດຖະກິດພິເສດ ແຂວງ ແລະ ນະຄອນຫຼວງ ໃຫ້ໄປລວງດຽວກັນໃນການ ຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ໃນຂອບເຂດທົ່ວປະເທດ ເຊິ່ງຕາມແຜນການເລີ່ມຕົ້ນຈັດຕັ້ງປະຕິບັດແມ່ນຈະໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດຈັດຕັ້ງປະຕິບັດພ້ອມກັນໃນຕົ້ນເດືອນມີນາ 2024 ນີ້ ໂດຍກົມທະບຽນວິສາຫະກິດ ຈະອອກແຈ້ງການໃຫ້ຊາບ ແລະ ຈັດຕັ້ງປະຕິບັດຢ່າງເປັນທາງການ.

ຂ່າວ-ພາບ: ໂດຍ ກົມທະບຽນວິສາຫະກິດ. ກະຊວງ ອຄ.