ເຊື່ອມຊຶມແນວຄິດ “ເສດຖະກິດ ເອກະລາດ ເປັນເຈົ້ນຕົນເອງ” ແລະ ປາຖະກະຖາເລົ່າມູນເຊື້ອວັນສ້າງ ຕັ້ງກຳມະບານລາວ ຄົບຮອບ 68 ປີ
By ໄພວັນ On 20 Feb, 2024 At 11:04 AM | Categorized As ຂ່າວສຳຄັນ | With 0 Comments

IMG_0079         ວັນທີ 14 ກຸມພາ 2024 ສະຫາພັນກໍາມະບານ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມທິດຊີ້ນຳ ຂອງສະຫາຍເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ກ່ຽວກັບ “ເສດຖະກິດເອກະລາດເປັນເຈົ້າຕົນເອງ” ຫລື ສອຈ ແລະ ປາຖະກະຖາເລົ່າມູນເຊື້ອການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນກຳມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956-1 ກຸມພາ 2024), ຂື້ນທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມເຜີຍແຜ່ເຊື່ອມຊືມ ແລະ ປາຖະກະຖາ ຂອງ ສະຫາຍ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ ລັດຖະມົນຕີ ກະຊວງ ອຄ, ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາຄະນະພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ,  ມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະບໍລິຫານງານສະຫະພັກກໍາມະບານກະຊວງ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງ ອຄ ຈໍານວນ 185 ທ່ານ, ຍິງ 71 ທ່ານ ເຂົ້າຮ່ວມ.

ຈຸດປະສົງ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານງານ ມີຄວາມຮັບຮູ້ ເຂົ້າໃຈເລິກເຊິ່ງ ຕໍ່ແນວຄິດຊີ້ນຳ ຂອງສະຫາຍເລຂາທິການໃຫຍ່ ກ່ຽວກັບ ສອຈ ແນໃສ່ສ້າງການຫັນປ່ຽນ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍແນວຄິດດັ່ງກ່າວ ເຂົ້າໃນການປະຕິບັດວາລະແຫ່ງຊາດ ກໍຄື ແກ້ໄຂສະພາບຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຂອງຂະແໜງ ການອຸດສາຫະກໍາ ແລະ ການຄ້າ, ເພື່ອເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ແລະ ຄຸນລັກສະນະອັນດີເລີດ ຂອງຊົນຊັ້ນກໍາມະກອນ ໃຫ້ກໍາໄດ້ເຖິງມູນເຊື້ອ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ໃນຖານະເປັນຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງກໍາມະກອນ ແລະ ຜູ້ອອກແຮງງານ ແນໃສ່ປຸກລະດົມການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກຳມະບານ ຕິດພັນຂະບວນການ “ຮັກຊາດ ແລະ ພັດທະນາ” ຂອງຂະ ແໜງອຸດສາຫະກໍາ ແລະ ການຄ້າ.

IMG_0024

ທ່ານ ມະໄລທອງ ກົມມະສິດ ກ່າວໃນກອງປະຊຸມວ່າ: ໃນສອງປີມານີ້, ໂດຍສະເພາະ ໃນປີ 2003, ກົມການເມືອງສູນກາງພັກ ກໍ່ໄດ້ເອົາໃຈໃສ່ຕິດຕາມ, ຊີ້ນຳລັດຖະບານ ຢ່າງໃກ້ຊິດ, ໃນນີ້ ໄດ້ແຕ່ງຕັ້ງຄະນະສະເພາະກິດ (19/ກມສພ) ເພື່ອແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ໂດຍແມ່ນສະຫາຍ ນາຍົກລັດຖະມົນຕີ ເປັນຫົວໜ້າໂດຍກົງ ແລະ ດ້ວຍຄວາມເອົາໃຈໃສ່ ບຸກບືນ ແລະ ຕັດສິນໃຈສູງ ຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ກໍ່ຄື ສະມາຊິກພັກ, ພະນັກງານ ໃນຂະແໜງການເງິນ, ພວກເຮົາ ສາມາດຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ແຜນເງິນຕາ ແລະ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ບົນພື້ນຖານຍຶດໝັ້ນ ໃນ 3 ຫຼັກການຄື: ຄວາມເຂັ້ມງວດ, ເດັດຂາດ ແລະ ຄວາມໂປ່ງໃສ ຢ່າງຈິງຈັງ ຈຶ່ງສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານໂດຍສະເພາະການຈັດເກັບລາຍຮັບງົບປະມານໄດ້ລື່ນແຜນທີ່ສະພາແຫ່ງຊາດ ຮັບຮອງ, ຄົ້ນຄວ້າປະຕິບັດນະໂຍບາຍ ແລະ ມາດຕະການຟື້ນຟູເສດຖະກິດ-ການເງິນ, ສາມາດຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດໃຫ້ດີຂຶ້ນເປັນລໍາດັບ; ສ່ວນການປະຕິບັດລາຍຈ່າຍ, ການດຸ່ນດ່ຽງງົບປະມານ ກໍ່ສາມາດປະຕິບັດໄດ້ຕາມແຜນ. ອັນພົ້ນເດັ່ນ ເຖິງວ່າມີຄວາມຫຍຸ້ງຍາກ, ແຕ່ພວກເຮົາສາມາດຊຳລະໜີ້ສິນ ໄດ້ຕາມພັນທະສັນຍາ (ເຖິງມື້ນີ້ ລາວເຮົາບໍ່ທັນໄດ້ຕົກເປັນປະເທດ ທີ່ບໍ່ສາມາດຊຳລະໜີ້ໄດ້ເທື່ອ).

IMG_0056

ປີ 2024 ເປັນປີກ້າວເຂົ້າສູ່ໄລຍະທ້າຍສະໄໝ ໃນການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ພ້ອມນັ້ນ ຍັງຈະສືບຕໍ່ສຸມໃສ່ປະຕິບັດສູ່ລວງເລິກ ແລະ ໃຫ້ມີຜົນສຳເລັດຕົວຈິງ, ແລະ ເປັນປີທ່ອງທ່ຽວລາວ, ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນທັງເປັນປີທີ່ມີຫຼາຍເຫດການສຳຄັນ ໂດຍສະເພາະການເປັນປະທານອາຊຽນ,ກ່ອນອື່ນໝົດ ຕ້ອງທົບທວນຄືນໃຫ້ລະອຽດຕື່ມວ່າ ແຜນການປີ 2024 ຕ້ອງແມ່ນແຜນທີ່ມີລັກສະນະບຸກທະລຸ, ສູ້ຊົນບຸກບືນສູງສົມຄວນ, ສະນັ້ນ ຕ້ອງວາງແຜນໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ ຂອງການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ແລະ ຕ້ອງໄດ້ຄົ້ນຄວ້າ, ວິໄຈສະພາບການ, ຖານລາຍຮັບ-ລາຍຈ່າຍຕົວຈິງ; ເບິ່ງທ່າແຮງ, ຄວາມສາມາດບົ່ມຊ້ອນ ກໍ່ຄື ຈຸດພິເສດ ຂອງຂະແໜງການ ແລະ ທ້ອງຖິ່ນ, ລວມທັງການແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງຈະແຈ້ງ, ຂາດຕົວເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ບັນລຸໄດ້ຕາມແຜນ ແລະ ມີດ້ານລື່ນຄາດໝາຍ.ໃນຂະແໜງການເງິນ ແນໃສ່ແກ້ໄຂຄວາມຫຍຸ້ງຍາກດ້ານການເງິນ-ເງິນຕາ ໃນປັດຈຸບັນ ກໍ່ຄືສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາແບບຍືນຍົງໃນຕໍ່ໜ້າ.ປະທານໄກສອນ ພົມວິຫານ ເປັນນັກສະຖາປະນິກແນວທາງປ່ຽນແປງໃໝ່ ແມ່ນໃຫ້ຄວາມສໍາຄັນທີ່ສຸດ ຕໍ່ວຽກງານການເງິນ, ເພິ່ນໄດ້ມີຄຳເຫັນເນັ້ນໜັກ ໃນກອງປະຊຸມໃຫ່ຍ ຄັ້ງທີ IV ຂອງພັກ ໃນເດືອນພະຈິກ ປີ 1986 ວ່າ “ຖ້າວ່າ ນະໂຍບາຍການເງິນຂອງພວກເຮົາ ຫາກບໍ່ໄດ້ຮັບໄຊຊະນະແລ້ວ, ທຸກການປະຕິຮູບອັນເຖິງຖອງ ຂອງພວກເຮົາ ກໍ່ຈະໄດ້ຮັບຄວາມປະລາໄຊ”. ຍິ່ງຢືນຢູ່” ປະທານ ໄກສອນ ພົມວິຫານ, ນິພົນເລືອກເຟັ້ນ ເຫຼັ້ມ 2 ໜ້າ 469 ຕໍ່ໜ້າເງື່ອນໄຂ ທີ່ມີຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຄືໃນປັດຈຸບັນ, ນະໂຍບາຍ, ມາດຕະການ ດ້ານການເງິນ ຍິ່ງຕ້ອງໄດ້ຮັບການຄົ້ນຄວ້າ ຢ່າງເລິກເຊິ່ງ ແລະ ຕ້ອງເດັດດ່ຽວຕັດສິນໃຈ ແກ້ໄຂບັນດາສິ່ງອັດຕັນ, ສິ່ງຫຍໍ້ທໍ້ຕ່າງໆ ໃນຂົງເຂດເສດຖະກິດ-ການເງິນ ໃຫ້ໄດ້ຢ່າງຂາດຕົວ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -