ກອງປະຊຸມປຶກສາຫາລື ແລະ ລະດົມຄຳຄິດເຫັນຕໍ່ກັບການຄົ້ນຄວ້າໃນຫົວຂໍ້: “ການປະເມີນຄວາມພ້ອມຂອງທຸລະກິດລາວ ກ່ອນ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາປີ 2026

1

               ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ລະດົມຄຳຄິດເຫັນຕໍ່ກັບການຄົ້ນຄວ້າໃນຫົວຂໍ້: “ການປະເມີນຄວາມພ້ອມຂອງທຸລະກິດລາວ ກ່ອນ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາປີ 2026 (Least Developed Countries – LDCs) ”, ໃນຕອນເຊົ້າ ຂອງວັນທີ 16 ກຸມພາ 2024 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍໃຫ້ກຽດການເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ລັດຖະມົນຕີກະຊວງ ອຄ ໃນນັ້ນເປົ້າໝາຍຜູ້້ຂົ້າຮ່ວມແມ່ນຕາງໜ້າຈາກກົມຈັດຕ້ັງສາກົນ,ຕາງໜ້າສະຖາບັນ ອຄ, ພາກທຸລະກິດ (ຕັດຫຍີບ ແລະ ກະສິກໍາສະອາດ) ແລະ ພາກສ່ວນກ່ຽວຂ້ອງ ລວມທັງໝົດ ກວ່າ 40 ທ່ານ).

810

            ໃນໂອກາດນີ໊, ທ່ານ ບຸນເຖິງ ດວງສະຫວັນ ລັດຖະມົນຕີກະຊວງ ອຄ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍ ແລະ  ກໍ່ຖືເປັນວາລະທີ່ດີ ທີ່ມີຄວາມໝາຍຄວາມສຳຄັນເປັນຢ່າງຍິງ ທີ່ທາງສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ສາມາດຊອກຫາແຫລ່ງທຶນສະຫນັບສະຫນູນຈາກ ພາກລັດ ໂດຍສະເພາະລັດຖະບານກໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ວຽກງານການກຽມຄວາມພ້ອມຂອງ ສປປ ລາວ ກ່ອນອອກຈາກສະຖານະພາບປະເທດດອ້ຍພັດທະນາ ຕາມຄາດໝາຍແມ່ນພາຍໃນປີ 2026 ນີ້. ສະຖາບັນ ໃນນາມເປັນຫນ່ວຍງານຄົ້ນຄວ້າ ແລະ ໃຫ້ຄຳສະເໜີແນະດ້ານວິຊາການໃຫ້ ກະຊວງ ອຄ ກໍ່ເລັ່ງເຫັນຄວາມຈຳເປັນໃນການສຶກສາຄົ້ນຄວ້າວິໄຈ ການກະກຽມຄວາມພ້ອມດັ່ງກ່າວນີ້ ເພື່ອຮັບມືຜົນກະທົບທາງດ້ານລົບ ທີ່ອາດຈະເກີດຂຶ້ນ ບໍ່ວ່າທັງພາກລັດ ແລະ ພາກທຸລະກິດເອງ ໃນການປັບຕົວ ແລະ ຍົກລະດັບມາດຕະຖານຕ່າງໆທີ່ກ່ຽວຂ້ອງ ເພື່ອໃຫ້ ພາກທຸລະກິດສາມາດ ສົ່ງອອກ, ຊອກຫາຕະຫຼາດໃຫ້ມັນຫຼາກຫຼາຍ, ສາມາດແກ້ງແຍ້ງແຂ່ງຂັນ ແລະ ສືບຕໍ່ຂະຫຍາຍຕົວ ເພື່ອຮັບປະກັນຫຼັງຈາກທີ່ ສປປ ລາວ ບໍ່ໄດ້ຮັບສິດທິພິເສດທາງດ້ານການຄ້າ ຈາກບັນດາປະເທດທີ່ພັດທະນາແລ້ວ ໂດຍສະເພາະສະຫະພາບເອີຣົບ.

ໃນກອງປະຊຸມປຶກສາຫາລື ແລະ ລະດົມຄຳຄິດເຫັນຕໍ່ກັບການຄົ້ນຄວ້າໃນຫົວຂໍ້  “ການປະເມີນຄວາມພ້ອມຂອງທຸລະກິດລາວ ກ່ອນ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາປີ 2026 (Least Developed Countries – LDCs) ”  ໂດຍຈະໄດ້ຮັບຟັງການລາຍງານຈາກຫນ່ວຍງານທີ່ຮັບຜິດຊອບໂດຍກົງຈາກ ກົມຈັດຕັ້ງສາກົນ (ກະຊວງການຕ່າງປະເທດ) ແລະ ຈະໄດ້ຮັບຟັງການບັນຍາຍ ແລະ ແລກປ່ຽນບົດຮຽນທີ່ທາງສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ຝືກອົບຮົມ (ກະຊວງແຜນການ ແລະ ການລົງທຶນ) ໄດ້ເຮັດຜ່ານມາ ເພື່ອເປັນຂໍ້ມູນໃນການແລກປ່ຽນ ແລະ ສົນທະນາກັນໃນກອງປະຊຸມຄັ້ງນີ້.

ອີກເທື່ອໜຶ່ງ ຂໍຊົມເຊີຍທາງ ຜູ້ຈັດຕັ້ງປະຕິບັດໂຄງການສຶກສາຄົ້ນຄວ້າທີ່ໄດ້ຈັດກອງປະຊຸມຄັ້ງນີ້ເພື່ອເປັນເວທີເປີດກວ້າງໃນການແລກປ່ຽນ ແລະ ປຶກສາຫາລື, ໂດຍສະເພາະແມ່ນ ສະຖາບັນຄົ້ນຄວ້າອຸດສາຫະກໍາ ແລະ ການຄ້າ ແລະ ໄດ້ຮັບການຮ່ວມມືຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (ກະຊວງອຸດສາຫະກໍາ ແລະ ການຄ້າ).  ສະຖາບັນຈະໄດ້ນໍາເອົາເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ ໄປເປັນຂໍ້ມູນ ເຂົ້າໃນການຂຽນບົດລາຍງານ (ບົດຄົ້ນຄວ້າ) ໃນການກຳນົດນະໂຍບາຍ ແລະ ມາດຕະການຊ່ວຍເຫລືອພາກທຸລະກິດ ກ່ອນ ແລະ ຫລັງອອກ ທີ່ ສປປ ລາວ ຈະອອກຈາກສະຖານະພາບປະເທດດ້ອຍພັດທະນາ.

9

ຂໍຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຈົ່ງໃຫ້ການສະໜັບສະໜູນ ແລະ ການຮ່ວມມື ເພື່ອເຮັດໃຫ້ບົດສຶກສາຄົ້ນຄວ້າໃນຫົວຂໍ້ດັ່ງກ່າວສໍາເລັດຕາມລະດັບຂາດໝາຍ, ຖ້າປາສະຈາກຂໍ້ມູນຈາກບັນດາຂະແໜງການທີ່ຕິດພັນ ແລະ ປາສະຈາກການໃຫ້ຂໍ້ມູນຈາກພາກທຸລະກິດ ເຊື່ອແນ່ວ່າ ທີ່ງານຄົ້ນຄວ້າ ສອຄ ກໍ່ອາດຈະບໍ່ສາມາດຕີລາຄາຢ່າງພາວະວິໄສ ແທດເໝາະກັບສະພາບຄວາມເປັນຈິງໄດ້. ສຸດທ້າຍນີ້, ຂ້າພະເຈົ້າຂໍຕາງໜ້າຄະນະພັກ ຄະນະນໍາກະຊວງ ຫວັງຢ່າງຍິງວ່າ ທຸກພາກສ່ວນຈະປະກອບສ່ວນ ແລະ ໃຫ້ການຮ່ວມມືຢ່າງຕັ້ງໜ້າ ຕາມພາລະບົດບາດຂອງຕົນ ແລະ ຂໍອວຍພອນໃຫ້ກອງປະຊຸມຄັ້ງນີ້ ສຳເລັດຕາມລະດັບຄາດໝາຍທີ່ກໍານົດໄວ້

 ຂ່າວ-ພາບ: ເພັດປະກາຍ ສີສົມບູນ