ອຄ ປະກາດການຈັດຕັ້ງ
By ໄພວັນ On 19 Feb, 2024 At 04:02 PM | Categorized As ຂ່າວສຳຄັນ | With 0 Comments

IMG_0143

ໃນວັນທີ 16 ກຸມພາ 2024 ທີ່ຫ້ອງປະຊຸມບໍລິສັດຢາສູບລາວ ຈໍາກັດ ໄດ້ຈັດກອງປະຊຸມປະກາດການຈັດຕັ້ງຮອງອໍານວຍການ ບໍລິສັດຢາສູບລາວ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະ ມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານກ່ຽວ ພາຍທັງສອງເຂົ້າຮ່ວມ.

IMG_0041

ໃນພິທີຄັ້ງນີ້ ທ່ານ ນ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຕາງໜ້າຜູ້ຖືຮຸ້ນ ຮອງປະທານສະພາບໍລິຫານ ແລະ ກໍາມະການສະພາບໍລິຫານ ບໍລິສັດຢາສູບລາວ ຈໍາກັດ ສະບັບເລກທີ 0186/ກງ, ລົງວັນທີ 16 ມັງກອນ 2024; ຂໍ້ຕົກລົງ ສະບັບເລກທີ 187/ກງ, ລົງວັນ 18 ມັງກອນ 2024 ວ່າດ້ວຍການແຕ່ງຕັ້ງ ທ່ານ ຈິດຕະພົງ ອັກຄະວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຮອງຜູ້ອໍານວຍການ ບໍລິສັດຢາສູບລາວ ຈໍາກັດ ປ່ຽນແທນ ທ່ານ ຄໍາພູມີ ແກ້ວແພງສີ ແລະ ມະຕິຕົກລົງ ສະບັບເລກທີ 019/ຄບພ.ອຄ, ລົງວັນທີ 31 ມັງກອນ 2024 ວ່າດ້ວຍການບົ່ງຕົວແຕ່ງຕັ້ງສະຫາຍ ຈິດຕະພົງ ອັກຄະວົງ ຮອງອໍານວຍການບໍລິສັດຢາສູບລາວຈໍາກັດ ເປັນເລຂາໜ່ວຍພັກ ບໍລິສັດຢາສູບລາວ ຈໍາກັດ ປ່ຽນແທນ ສະຫາຍ ຄໍາພູມີ ແກ້ວແພງສີ ຜູ້ເກົ່າທີ່ກະສຽນບໍານານ.

IMG_04

ໂອກາດນີ້ ທ່ານ ບຸນເຖິງ ດວງສະຫວັນ ໄດ້ກ່າວໃນພິທີວ່າ: ຂໍຊົມເຊີຍທ່ານ ຄໍາພູມີ ແກ້ວແພງສີ ຮອງອໍານວຍການ ຜູ້ເກົ່າ  ທີ່ໄດ້ປະກອບສ່ວນໃຫຍ່ຫຼວງໃຫ້ກັບບໍລິສັດ ຕະຫຼອດໄລຍະ 20 ກ່ວາປີຜ່ານມາ ເຮັດໃຫ້ບໍລິສັດ ມີຄວາມເຕີບໃຫຍ່ ແລະ ເຄື່ອນໄຫວຢ່າງມີຜົນສໍາເລັດເປັນກ້າວໆມາ ເຫັນວ່າບໍລິສັດຍາດໄດ້ຫລາຍຜົນງານອັນສໍາຄັນ ລວມທັງຜົນປະກອບການທີ່ຢູ່ໃນລະດັບໜ້າເພິ່ງພໍໃຈ, ບໍລິສັດ ຍັງໄດ້ປະກອບສ່ວນຊຸກຍູ້ຫຼາຍກວ່າ 500 ຄອບຄົວ ໄດ້ມີວຽກເຮັດງານທໍາ ສາມາດປະກອບສ່ວນສ້າງຜົນຜະລິດປ້ອມໂຮງງານ ຢ່າງເປັນປົກກະຕິ, ສ້າງໃຫ້ຫຼາຍຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ພ້ອມນີ້ຍັງໄດ້ປະກອບສ່ວນຫຼາຍໃຫ້ແກ່ສັງຄົມ.

IMG_0116

ທ່ານໄດ້ຊີ້ນໍາຕື່ມວ່າ: ໃຫ້ບໍລິສັດ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ ລາຍງານສະພາບການເຄື່ອນໄຫວ ຂອງໂຮງງານ ໃຫ້ກົມອຸດສາຫະກໍາ  ຢ່າງເປັນປົກກະຕິຕາມກົດໝາຍ ວ່າດ້ວຍອຸດສາຫະກໍາປຸງແຕ່ງ ເຊັ່ນ: ແຜນການຜະລິດການຈໍາໜ່າຍ ແລະ ແຜນຕໍ່ໜ້າໃນການຕໍ່ສັນຍາຮ່ວມທຶນກັບລັດຖະບານ ທີ່ຈະໝົດອາຍຸພາຍໃນປີ 2026 ນີ້ ວ່າຈະມີທິດທາງແນວໃດ ເພື່ອເປັນບ່ອນອີງໃຫ້ຂັ້ນເທິງ ພິຈາລະນາ ແລະ ສະເໜີໃຫ້ໂຮງງານເອົາໃຈໃສ່ສືບຕໍ່ສົ່ງເສີມປະຊາຊົນປູກ ເພື່ອເປັນການສ້າງວຽກເຮັດງານທໍາໃຫ້ປະຊາຊົນ, ເອົາໃຈໃສ່ສ້າງເງຶ່ອນໄຂໃຫ້ອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ ໄດ້ເຄື່ອນໄຫວຕາມລະບຽບການ ແລະ ຕາມພາລະບົດບາດຂອງຕົນ ໄດ້ຢ່າງເຕັມສ່ວນ. ພ້ອມນີ້ ກໍໃຫ້ອົງການຈັດຕັ້ງກໍາມະບານ ເອົາໃຈໃສ່ໃນການເຮັດພາລະບົດບາດຄຸ້ມຄອງ, ປົກປ້ອງສິດຂອງຜູ້ອອກແຮງງານ ແລະ ໃຫ້ຜົນປະໂຫຍດລວມຂອງບໍລິສັດ, ໃຫ້ປະສານສົບທົບກັບກົມຈັດຕັ້ງ ແລະ ພະນັກງານ ໃນການກະກຽມກອງປະຊຸມໃຫຍ່ ຂັ້ນຕົນສໍາລັບໜ່ວຍພັກ ແລະ ສາມອົງການຈັດຕັ້ງໃຫ້ສໍາເລັດຕາມແຜນ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -