ກອງປະຊຸມເຜີຍແຜ່ເອກະສານການກະກຽມກອງປະຊຸມໃຫຍ່ ສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ
By Miss Phetpakai SISOMBOUN On 16 Feb, 2024 At 03:42 PM | Categorized As ຂ່າວພາຍໃນ, ຂ່າວ | With 0 Comments

 IMG_0052

                   ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານການກະກຽມກອງປະຊຸມໃຫຍ່ ສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ ໃນຕອນເຊົ້າ ຂອງວັນທີ 14 ກຸມພາ 2024 ທີ່ ກະຊວງ ອຄເຊິ່ງໃຫ້ກຽດການເປັນປະທານຂອງທ່ານ ນາງ ສົມໝາຍ ພົມມຸນີວົງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ອຄ ແລະ ປະທານຮ່ວມທ່ານ ນາງ ມະນີວອນ ວົງໄຊ ຮອງປະທານ, ປະທານກວດກາຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ອຄ ພ້ອມນີ້​ໄດ້​ມີ​ຄະນະ​ບໍລິຫານ​ງານ​ສະຫະພັນ​ແມ່ຍິງ​ກະຊວງ ອຄ ​ແລະ ບັນດາ​ຄະນະ​ໜ່ວຍສະຫະພັນແມ່ຍິງຈາກບັນດາກົມ, ຫ້ອງການກະຊວງ ອຄ, ສຳນັກງານ ຈນກ ແລະ ສະຖາບັນ ອຄ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ລັດວິສາຫະກິດ ແລະ ບໍລິສັດອ້ອມຂ້າງກະຊວງ ອຄ ກໍ່ເຂົ້າຮ່ວມຢ່າງ​ພ້ອມພຽງ.

ກອງປະຊຸມໃນຄັ້ງນີ້ ທ່ານ ນາງ ສົມໝາຍ ພົມມຸນີວົງ ​ໄດ້​ກ່າວ​ຈຸດປະສົງ ​ແລະ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຄັ້ງທີ 3 ສະໄໝທີ VIII ແລະ ເຊື່ອມຊຶມເອກະສານ ດຳເນີນກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງກະຊວງ, ອົງການ

ຫຼັງ​ຈາກ​ນັ້ນ ທ່ານ ນາງ ມະນີວອນ ວົງໄຊ ຮອງປະທານ, ປະທານກວດກາຄະນະບໍລິຫານງານສະຫະພັນແມ່ຍິງກະຊວງອຄກໍ່ໄດ້ຂຶ້ນລາຍງານການ​ຕີ​ລາຄາວຽກງານກວດກາ ຂອງສະຫະພັນແມ່ຍິງກະຊວງ ອຄ ໃນໄລຍະ 01 ປີ ຜ່ານມາ.

​ເພື່ອ​ແນະນຳ​ກ່ຽວກັບ​ເອກະສານ​ກອງ​ປະຊຸມຂອງ​ບັນດາ​ໜ່ວຍ​ສະຫະພັນ​ແມ່ຍິງ ທ່ານ ນາງ ພອນທິບ ພັດທະດາວົງ ຮອງປະທານກວດກາຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ອຄ ກໍ່ໄດ້ລາຍງານຂັ້ນຕອນການກະກຽມກອງປະຊຸມ ແລະ ມາດຖານ, ເງື່ອນໄຂຂອງຜູ້ລົງສະໝັກເລືອກຕັ້ງຄະນະໜ່ວຍ ສະຫະພັນແມ່ຍິງ ອ້ອມຂ້າງກະຊວງ ອຄ

IMG_0042

            ພ້ອມ​ດຽວ​ກັນ​ນີ້, ປະທານກອງປະຊຸມກໍ່ໄດ້ປຶກສາຫາລື​ແລກປ່ຽນຄຳຄິດ​ເຫັນກ່ຽວ​ກັບວຽກງານຮອບດ້ານຂອງສະຫະພັນແມ່ຍິງກະຊວງ ແລະ ການກະກຽມສະເຫຼີມສະຫຼອງວັນທີ 08 ມີນາ 2024 ຂອງສະຫະພັນແມ່ຍິງກະຊວງ ອຄ ກັບ ບັນດາໜ່ວຍສະຫະພັນແມ່ຍິງທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ແລະ ​ໃນ​ຕອນ​ທ້າຍ​ກອງ​ປະຊຸມ​ປະທານ​ກອງ​ປະຊຸມ​ໄດ້​ມີ​ຄຳ​ເຫັນຊີ້​ນຳ​ໃຫ້​ບັນດາ​ໜ່ວຍ​ເປັນ​ເຈົ້າ​ການ ​ໃນ​ການ​ກະກຽມ​ກອງ​ປະຊຸມ​ຂັ້ນ​ຂອງ​ຕົນ​ຕາມ​ຄຳ​ແນະນຳ​ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ​ໂດຍ​ສະ​ເພາະການ​ກະກຽມ​ດ້ານ​ເນື້ອ​ໃນ, ການ​ກະກຽມ​ບຸກຄະລາ​ກອນ ​ແລະ ກະກຽມ​ຄວາມ​ພ້ອມ​ຕ່າງໆ​. ນອກ​ນີ້​ກໍ​ໃຫ້​ມີ​ການ​ສ້າງ​ຂະ​ບວນການ​ໃຫ້​ຫຼາກ​ລາຍ​ຮູບ​ແບບ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ແມ່ຍິງ​ສາກົນ 8 ມີນາ 2024. ກອງ​ປະຊຸມ​ກອງ​ປະຊຸມ​ຄັ້ງ​ນີ້ໄດ້​ປິດ​ລົງ​ຢ່າງ​ເປັນ​ທາງ​ການ ​ໃນ​ເວລາ 12:00

IMG_0020  be833f5a-e70d-4039-97b4-270a5d3f9d6f

ຂ່າວ-ພາບ: ເພັດປະກາຍ ສີສົມບູນ