ຫາລື ການປັບປຸງບາງເນື້ອໃນຂອງສັນຍາການຄ້າສອງຝ່າຍ ລາວ-ຫວຽດນາມ
By ໄພວັນ On 9 Feb, 2024 At 10:05 AM | Categorized As ຂ່າວພາຍໃນ | With 0 Comments

IMG_0027

ໃນລະຫວ່າງວັນທີ 29-30 ມັງກອນ 2024 ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການປັບປຸງບາງເນື້ອໃນຂອງສັນຍາການຄ້າສອງຝ່າຍ ລາວ-ຫວຽດນາມ ທີ່ກະຊວງ ອຄ ເຂົ້າຮ່ວມພົບປະສອງຝ່າຍມີ ທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ກະຊວງ ອຄ ສປປ ລາວ ແລະ ທ່ານ ໂດ້ ກວັກ ຮຶງ ຮອງຫົວໜ້າກົມອາຊີ-ອາຟຣິກກາ, ກະຊວງ ອຄ ແຫ່ງ ສສ ຫວຽດນາມ ເປັນຫົວໜ້າຄະນະຝ່າຍຫວຽດນາມ ພ້ອມດ້ວຍພະນັກງານທັງສອງເຂົ້າຮ່ວມ.

IMG_0034

ສັນຍາການຄ້າສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຫວຽດນາມ ໄດ້ລົງນາມໃນວັນທີ 03 ມີນາ 2015 ທີ່ ນະຄອນຫລວງວຽງຈັນ, ສັນຍາສະບັບນີ້ ມີທັງໝົດ 06 ໝວດ ແລະ 16 ມາດຕາ ມີຜົນບັງຄັບໃຊ້ໃນໄລຍະ 05 ປີ ແລະ ສາມາດຕໍ່ອາຍຸໂດຍອັດຕະໂນມັດອອກໄປທຸກໆ 03 ປີ; ສັນຍາສະບັບນີ້ ສ້າງຂຶ້ນເພື່ອຈຸດປະສົງໃນການເພີ່ມທະວີ ແລະ ຍົກສູງມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ, ສົ່ງເສີມການເຂົ້າເຖິງຕະຫຼາດດ້ານສິນຄ້າ, ດ້ານບໍລິການ ແລະ ພັດທະນາການເຊື່ອມຈອດ ລະຫວ່າງສອງປະເທດໃຫ້ມີຄວາມໝັ້້ນຄົງ, ຍືນຍົງ ແລະ ຍາວນານ; ບົນຫຼັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ໂດຍສອດຄ່ອງກັບບັນດາກົດໝາຍ, ລະບຽບການ ແລະ ນະໂຍບາຍຂອງແຕ່ລະປະເທດ ແລະ ເສີມສ້າງມິດຕະພາບ ແລະ ຄວາມສາມັກຄີແບບພິເສດຂອງສອງຊາດ ລາວ-ຫວຽດນາມ; ສ້າງຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການ ດ້ວຍຮູບການໃຫ້ບູລິມະສິດພິເສດເຊິ່ງກັນ ແລະ ກັນ ຕໍ່ກັບການຄ້າດ້ານສິນຄ້າ ແລະ ການຄ້າດ້ານບໍລິການ.

IMG_0048

ເພື່ອເຮັດໃຫ້ເນື້ອໃນຂອງສັນຍາ ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ ຂອງສອງຝ່າຍໃນສະພາບການໃໝ່, ໃນຕົ້ນປີ 2021 ທັງສອງຝ່າຍ ໄດ້ຕົກລົງເຫັນດີເປັນເອກະພາບຮ່ວມກັນ ໃນການປັບປຸງເນື້ອໃນສັນຍາບາງຈຸດຄືນໃໝ່. ທັງສອງຝ່າຍ ໄດ້ປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ຜ່ານກົນໄກກອງປະຊຸມແບບທາງໄກ ແລະ ຜ່ານທາງໂທລະສັບ ໃນລະດັບຂັ້ນກົມ. ພ້ອມກັນນັ້ນ, ຝ່າຍຫວຽດນາມ ໄດ້ນໍາສະເໜີ ຮ່າງສັນຍາສະບັບປັບປຸງ ແລະ ບັນຊີສະຫງວນໃນເອກະສານຊ້ອນທ້າຍ 2b ໃຫ້ຝ່າຍລາວພິຈາລະນາ; ຊຶ່ງຝ່າຍລາວ ໄດ້ສົ່ງຄຳເຫັນຕໍ່ກັບເນື້ອໃນຮ່າງສັນຍາ ແລະ ບັນຊີສະຫງວນໃນເອກະສານຊ້ອນທ້າຍ 2b ໃຫ້ຝ່າຍຫວຽດນາມ ເປັນທີ່ຮຽບຮ້ອຍແລ້ວ.

ສອງຝ່າຍ ໄດ້ປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ແລະ ສະເໜີໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນດໍາເນີນການປັບປຸງເນື້ອໃນສັນຍາການຄ້າ ຂອງຕົນໃຫ້ສໍາເລັດໂດຍໄວ ເພື່ອໃຫ້ສາມາດສະເໜີຕໍ່ລັດຖະບານຂອງສອງປະເທດ ພິຈາລະນາ ແລະ ອະນຸມັດລົງນາມສັນຍາການຄ້າສອງຝ່າຍ (ສະບັບປັບປຸງ) ໃຫ້ສໍາເລັດ ພາຍໃນໄຕມາດທີ 1 ປີ 2024.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -