ອຄ ສ້າງຄວາມຮັບຮູ້ ກ່ຽວກັບວຽກງານການຄຸ້ມຄອງສິນຄ້ານຳໃຊ້ສອງດ້ານ
By ໄພວັນ On 8 Feb, 2024 At 12:22 PM | Categorized As ຂ່າວສຳຄັນ | With 0 Comments

IMG_0102

ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ)        ຈັດກອງປະຊຸມສ້າງຄວາມຮັບຮູ້ສຳ ລັບພະນັກງານຜູ້ບໍລິຫານລະດັບສູງຂອງພາກລັດ ກ່ຽວກັບວຽກງານການຄຸ້ມຄອງສິນຄ້ານຳໃຊ້ສອງດ້ານ ຂຶ້ນໃນວັນທີ 7 ກຸມພາ 2024 ທີ່ໂຮງແຮມ ແລນມາກ ເຂົ້າຮ່ວມຂອງ ທ່ານ  ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຄ, ມີທ່ານຫົວໜ້າກົມການຄ້າຕ່າງປະເທດ, ຊ່ຽວຊານໂຄງ​ການ EU P2P Export Control Programme for Dual-Use Goods (EU P2P) ແລະ ໂຄງການ Export Control and related Border Security (EXBS) ຜ່ານລະບົບທາງໄກ.

IMG_0042

ທ່ານ  ມະໂນທອງ ວົງໄຊ ກ່າວວ່າ: ກອງປະຊຸມສ້າງຄວາມຮັບຮູ້ ສຳລັບພະນັກງານຜູ້ບໍລິຫານລະດັບສູງຂອງພາກລັດ ກ່ຽວກັບການຄຸ້ມຄອງສິນຄ້ານຳໃຊ້ສອງດ້ານ ເຊິ່ງຈັດຂຶ້ນໂດຍກົມການຄ້າຕ່າງປະເທດ ພາຍໃຕ້ການສະໜັບສະໜູນ ຈາກໂຄງການ EU P2P Export Control Programme. ໜຶ່ງ​ໃນ​ພັນ​ທະ​ຂອງ ສປປ ລາວ ໃນນາມສະມາຊິກຂອງອົງການສະຫະປະຊາຊາດ (ສປຊ) ແມ່ນ​ການ​ຜັນ​ຂະ​ຫ​ຍາຍຍັດ​ຕິສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ປີ 2004 (United Nations Security Council – UNSC) ວ່າດ້ວຍການບໍ່ແຜ່ຜາຍອາວຸດທຳລາຍລ້າງຜານ. ໂດຍຍັດ ຕິດັ່ງກ່າວ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຕ້ອງໄດ້ມີມາດ​ຕະ​ການຕ່າງໆໃນການສະກັດກັ້ນ ແລະ ຫຼຸດຜ່ອນການສະສົມ​ອາ​ວຸດ​ທຳ​ລາຍ​ລ້າງ​ຜານ​ຕ່າງໆ ເຊິ່ງ​ປະ​ກອບ​ມີ : ອາ​ວຸດເຄ​ມີ, ຊີ​ວະພາບ, ລັງ​ສີ ແລະ ອາວຸດນິວເຄຼຍ ຫຼື ທີ່​ເອີ້ນ​ວ່າອາ​ວຸດ CBRN. ​ສຳ​ລັບ​ໜຶ່ງມາດ​ຕະ​ການໃນ​ການ​ສະ​ກັດ​ກັ້ນ ແລະ ຫຼຸດ​ຜ່ອນ ທີ່​ສາ​ກົນ ແລະ ພາກ​ພື້ນ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ ແມ່ນ​ການ​ສ້າງ​ລະ​ບົບ​​ການຄຸ້ມ​ຄອງ​ສິ​ນ​ຄ້າ​ນຳໃຊ້ສອງ​ດ້ານ ເຊິ່ງ​ສິນ​ຄ້າ​ນຳໃຊ້ສອງ​ດ້ານ​ນີ້ ກໍແມ່ນ ສິນຄ້າ ແລະ ເຕັກໂນໂລຊີ ທີ່ສາມາດນຳໃຊ້ໄດ້ທັງໃນທາງພົນລະເຮືອນ ແລະ ທາງການທະຫານ ເຊິ່ງອາດຖືກນຳໃຊ້ໂດຍກົງ ຫຼື ທາງອ້ອມ ເພື່ອ ອອກແບບ, ພັດທະນາ ຫຼື ຜະລິດ ເປັນອາວຸດທໍາລາຍລ້າງຜານ ຫຼື ລະບົບນຳສົ່ງຂອງອາວຸດທໍາລາຍລ້າງຜານ​ດັ່ງ​ກ່າວ.

IMG_0054

ສຳ​ລັບ ສປປ ລາວ ໄດ້​ເລີ່ມ​ກະ​ກຽມລະ​ບົບຄຸ້ມຄອງສິນຄ້າສອງດ້ານຢ່າງ​ເປັນ​ທາງ​ການ ນັບແຕ່ປີ 2015 ເປັນຕົ້ນມາ, ໂດຍກະຊວງ ອຄ ແລະ ສະຫະພາບເອີີຣົບ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ ແລະ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງກ່ຽວກັບການຄຸ້ມຄອງສິນຄ້ານຳໃຊ້ສອງດ້ານ ​ ໃຫ້ແກ່ບັນດາເຈົ້າໜ້າທີ່ໆກ່ຽວຂ້ອງ ຂອງ ສປປ ລາວ ລວມ​ທັງ​ກາ​ນ​ສ້າງ​ນິ​ຕິ​ກຳ​ຄຸ້ມຄອງທີ່​ໄດ້​ເລີ້ມ​ຕົ້ນ​ສ້າງ​ໃນ​ປີ 2019 ກໍ​ຄື ດຳ​ລັດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ສິນ​ຄ້ານຳໃຊ້​ສອງ​ດ້ານ. ໃນ​ໄລ​ຍະ​ 2-3 ປີ​ທີ່​ຜ່ານ​ມາ ກະ​ຊວງ​ ອຄ ກໍ​ໄດ້​ສຸມ​ໃສ່​​ສ້າງ​ດຳ​ລັດ​ດັ່ງ​ກ່າວ ຮ່ວມ​ກັບ​ບັນ​ດາ​ກະ​ຊວງ​ທີ່​ກ່ຽວ​ຂ້ອງ ໂດຍ​ໄດ້​​ມີ​ການ​ແຕ່ງ​ຕັ້ງຄະ​ນະ​ຮັບ​ຜິດ​ຊອບ​ສ້າງດຳ​ລັດນີ້ສະ​ເພາະ. ນອກ​ຈາກ​ນີ້, ກໍ​ມີ​ຄ​ະ​ນະ​ວິ​ຊາ​ການ ທີ່​ໄດ້​ຮ່ວມ​ເຮັດ​ວຽກ​ກັບ​ຊ່ຽວ​ຊານ​ປະ​ຈຳ​ໂຄງ​ການ   ເປັ​ນ​ແຕ່​ລະ​ໄລ​ຍະ ເພື່ອ​ຊ່ວຍ​ກັນ​ຄົ້ນ​ຄ້​ວາ ແລະ ປັບ​ປຸງ​ເນື້ອ​ໃນ​ຂອງ​ຮ່າງ​ດຳ​ລັດ. ມາ​ຮອດ​ປະ​ຈຸ​ບັນ, ດຳລັດວ່າດ້ວຍການຄຸ້ມຄອງສິນຄ້ານຳໃຊ້ສອງດ້ານ ກໍໄດ້ຖືກຮັບຮອງຢ່າງເປັນທາງການແລ້ວ ໃນວັນທີ 20 ພະຈິກ 2023 ສະແດງໃຫ້ເຫັນເຖິງຄວາມພະຍາຍາມໃນການປະຕິບັດພັນທະທີ່ມີຕໍ່ສາກົນຂອງ ສປປລາວ ກໍການຜັນຂະຫຍາຍຍັດຕິ 1540 ຂອງອົງການສະຫະປະຊາຊາດ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ອຄ

About -