ຕ້ອນຮັບການເຂົ້າຢ້ຽມຢາມ ຂອງ ທ່ານ ເອກອັກຄະລັດຖະທູດ ອິນເດຍ ທີ່ມາຮັບໜ້າ ໃໝ່ປະຈຳ ສປປ ລາວ
By Miss Phetpakai SISOMBOUN On 7 Feb, 2024 At 05:17 PM | Categorized As ຂ່າວພາຍໃນ, ຂ່າວ | With 0 Comments

IMG_0058

             ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມຢາມ ຂອງ ທ່ານ Prarshant Agrawal (ປຣາຊານ ອາເກີ່ວາລ),  ເອກອັກຄະລັດຖະທູດ ອິນເດຍ ທີ່ມາຮັບໜ້າ ໃໝ່ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າຂອງກົມກ່ຽວຂ້ອງຈາກກະຊວງອຸດສາຫະກຳ ແລະ ການຄ້າກໍ່ໄດ້ເຂົ້າຮ່ວມ ໃນຕອນເຊົ້າ ຂອງວັນທີ 06 ກຸມພາ 2024 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ.

ເຊິ່ງໂອກາດການພົບປະໃນຄັ້ງ ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ສະ​ແດງ​ຄວາມ​ຍິນ​ດີ ນຳທ່ານ Prarshant Agrawal (ປຣາຊານ ອາກຮາໂວ), ເອກ​ອັກຄະ​ລັດຖະທູດ ອິນເດຍ ປະຈຳ ສປປ ລາວ ທີ່ມາ​ດຳລົງ​ຕຳ​ແໜ່​ງ ​ເປັນ​ເອກອັກຄະ​ລັດຖະທູດ ປະຈຳ ສປປ ລາວ ຄົນໃໝ່.

ພ້ອມດຽວກັນນັ້ນ, ທ່ານ ລັດຖະມົນຕີ ກະຊວງ ອຄ ຍັງໄດ້ກ່າວລາຍງານຫຍໍ້ ໃນການຮ່ວມມືລະຫວ່າງ ລາວ ແລະ ອິນເດຍ ໃນໄລຍະຜ່ານມາທີ່ພົ້ນເດັ່ນຄື:

  1. ອີງ​ໃສ່​ໂຕ​ເລກ​ການ​ຄ້າ​ສອງ​ຝ່າຍ ລາວ-ອິນ​ເດຍ ​ເຫັນ​ວ່າ​ມູນ​ຄ່າ​ຫລາຍ​ກວ່າ 100 ລ້າ​ນ​ໂດ​ລາ​ສະຫະລັດ ​ໃນ​ໄລຍະ 5 ປີ​ທີ່​ຜ່ານ​ມາ ​ແລະ ອິນ​ເດຍ ​ກໍ່​ຍັງ​ເປັນ​ຄູ່​ຄ້າ​ລັກ​ຂອງ ລາວ (Top 10 trading partner of Lao PDR).
  2. ການ​ຊຸກຍູ້ ​ແລະ ສະໜັບສະໜູນ ຂອງ ອິນ​ເດຍ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ຂອບ CLMV ​ທີ່​ເນັ້ນ​ໃສ່ ການ​ສຶກສາ, ສາທາລະນະ​ສຸກ , ສິ່ງ​ແວດ​ລ້ອມ ແລະ ອື່ນໆ ​ແລະ ຫວັງ​ວ່າ ອິນ​ເດຍຈະ​ຊຸກຍູ້​ການ​ຮ່ວມ​ມືດ້ານ​ວິຊາ​ການ ​ແລະ ທຶນຮອນ ​ໃນວຽກ​ງານ​ພັດທະນາ​ ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໃນ​ຕໍ່ໜ້າ.
  3. ປະຈຸ​ບັນ​ນີ້, ຂອບ​ການ​ຮ່ວມ​ມື CLV and CLMV ກຳລັງ​ຢູ່​ໃນ​ການ​ສ້າງ​ແຜນ​ຮ່ວມ​ມື ​ໄລຍະ​ແຕ່​ນີ້​ຮອດ ປີ 2030 ​ໃນ​ນັ້ນ​ໄດ້​ເນັ້ນ​​ໄດ້​ເນັ້ນ​ໃສ່ ການ​ພັດທະນາ​ການ​ຄ້າ ​ເປັນ​ຕົ້ນການວາງສະ​ແດງ​ສິນຄ້າ​ນານາ​ຊາດ-ການ​ຂົນ​ສົ່ງ​ສິນຄ້າ-​ການ​ອຳນວຍ​ຄວາມ​ສະດວກຢູ່​ດ່ານ​ພາສີ…​ແລະອຸດສາຫະກຳ ​ເປັນ​ຕົ້ນ ​ເຫລັກ, ​ເຄມີ, ​ແຜ່ນ​ແພ-ຕັດ ຫຍິບ, ຊີມັງ, ນ້ຳມັນ-​ເປດ​ໂຕຣ​ເຄມີ ​ແລະ ອື່ນໆ.
  4. ຊຸກຍູ້ການ​ຮ່ວມ​ມື​ໃນ​ຂອບ​ກຳມາ​ທິຮ່ວມ ລາວ ແລະ ອິນ​ເດຍ ຫລື JC Laos-India ​ເພື່ອ​ສົ່ງ​ເສີມ ​ແລະ ພັດທະນາ​ການ​ຄ້າ​, ອຸດສາຫະກໍາ, ທຸລະ​ກິດ​ໃຫ້ຂະຫຍາຍຕົວ​ຂື້ນ​ເລື້ອຍໆ (ກອງ​ປະຊຸມ JC ຄັ້ງ​ລ້າ​ສຸດ​ແມ່ນ ຄັ້ງ​ທີ 9 ​ຈັດ​ຂື້ນໃນ ປີ 2018 ທີ່​ຜ່ານ​ມາ).

 

    IMG_0034       IMG_0031

ນອກຈາກນັ້ນ,

+   ສິນຄ້າຫຼັກທີ່ ສປປ ລາວສົ່ງອອກໄດ້ແກ່: ໂລຫະຄຳປະສົມເງິນ, ກົ່ວ, ຜະລິດຕະພັນໄມ້, ກາເຟ (ຍັງບໍ່ທັນປຸງແຕ່ງ), ຂີ້ຊີ, ເກືອໂບມ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ.​.​

+   ສິນຄ້າຫຼັກທີ່ ສປປ ລາວ ນຳເຂົ້າໄດ້ແກ່: ຜະລີດຕະພັນການຢາ (ເພສັດຊະກຳ),  ພາຫະນະທາງບົກ (ນອກຈາກລົດໄຖນາ ແລະ ລົດຈັກ)ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າອຸປະກອນລົດຈັກ (ນອກຈາກເຄືື່ອງກົນຈັກພາຫະນະ), ຝ້າຍ ແລະ ຜະລິດຕະພັນຈາກຝ້າຍ, ກະໂລ ເຄື່ອງນຸ່ງຫົ່ມ  ແລະ ອື່ນໆ.

              ແລະ ທ່ານຍັງໄດ້ກ່າວຕື່ມອີກວ່າ ເພື່ອ​ເຮັດ​ໃຫ້ການ​ພົວພັນ​ໃນ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ ລະຫວ່າງ ສປປ ລາວ ​ແລະ ອິນ​ເດຍ ນັບ​ມື້​ນັບ​ຂະຫຍາຍຕົວ ​ແລະ ​ເຂົ້າ​ສູ່​ລວງ​ເລິກ ຈຶ່ງ​ມີ​ຂໍ້​ສະ​ເໜີ​ດັ່ງ​ນີ້:

-      ສະເໜີໃຫ້ມີການ​ແລກປ່ຽນ​ຂໍ້​ມູນ ລະຫວ່າງ ນັກທຸລະກິດລາວ-ອິນເດຍ ຢ່າງເປັນປະຈຳຜ່ານ​ສະຖານທູດ ຫຼື ​ກອງ​ປະຊຸມ​ພົບ​ປະ​ຂອງ​ສອງ​ປະ​ເທດ ເພື່ອດຶງດູດນັກ​ລົງທຶນ ຂອງສອງ​ປະ​ເທດໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ​ເພື່ອຊອກຫາຊ່ອງທາງໃນການສົ່ງອອກສິນຄ້າຂອງລາວໄປຍັງຕະຫຼາດອິນເດຍ.

-      ສະເໜີໃຫ້ມີການແລກປ່ຽນບົດຮຽນ ເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມືພັດທະນາອຸດສາຫະກຳປຸງແຕ່ງສິນຄ້າກະສິກຳ, ອຸດສາຫະກຳ, ICT ​ແລະ ອື່ນໆ.

-      ສ້າງແຜນການສົ່ງເສີມການຕະຫຼາດ ເປັນຕົ້ນການອຳນວຍຄວາມສະດວກໃຫ້ແກ່ພາກລັດ ແລະ ພາກທຸລະກິດໄດ້ເຂົ້າຮ່ວມງານວາງສະແດງສິນຄ້າໃນງານສຳຄັນຕ່າງໆຢູ່ອິນເດຍ.

-      ເພື່ອເປັນການສົ່ງເສີມການພົວພັນການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ແມ່ນເຫັນດີໃຫ້ມີການຈັດກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກລັດ ແລະ ພາກເອກະຊົນຂອງສອງປະເທດ.

-      ສະເຫນີ ພິຈາລະນາ ການສ້າງແຜນການສົ່ງເສີມການຕະຫຼາດ ເປັນຕົ້ນການອຳນວຍຄວາມສະດວກໃຫ້ແກ່ພາກລັດ ແລະ ພາກທຸລະກິດໄດ້ເຂົ້າຮ່ວມງານວາງສະແດງສິນຄ້າໃນງານສຳຄັນຕ່າງໆຢູ່ອິນເດຍ ເຊັ່ນ ກົນຈັກ ພັດທະນາ ປຸງແຕ່ງ ສີນຄ້າກະສິກຳ, ການແປຮູບສີນຄ້າ, ນະວັດຕະກຳຫມ່

-      ການລົງທຶນ ໃສ່ຫ້ອງແລັບ ກວດສອບສານເຄມີ ຫລື Nutrition fact – ຄິດວ່າ ທາງອີນເດຍ ມີທ່າແຮງ ເລື່ອງກະສິກຳ ຢາກໃຫ້ເບີ່ງຈຸດ Agriculture food processing laboratory certify ເພື່ອພວກເຮົາບໍຕ້ອງສົ່ງໄປກວດຢູ່ໄທ.

IMG_0064

ທ້າຍນີ້, ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ Prarshant Agrawal (ປຣາຊານ ອາກຮາໂວ),  ພ້ອມດ້ວຍຄະນະ ຕ່ໍການສືບຕໍ່ ການສະໜັບສະໜູນໃຫ້ຄວາມຮ່ວມມື, ການພົບປະແລກປ່ຽນຄວາມຄິດເຫັນຫຼາຍອັນທີ່ເປັນປະໂຫຍດ ພ້ອມທັງອວຍ ພອນໄຊ ໃຫ້ທ່ານພ້ອມຄະນະ ຈົ່ງມີຄວາມຜາສຸກ, ສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນການເຄື່ອນໄຫວວຽກງານ ຢູ່ ສປປ ລາວ.

ຂ່າວ-ພາບ: ເພັດປະກາຍ ສີສົມບູນ