ເຜີຍແຜ່ນະໂຍບາຍການເຂົ້າເຖິງແຫຼ່ງທຶນ ຈນກ
By ໄພວັນ On 2 Feb, 2024 At 10:37 AM | Categorized As ຂ່າວສຳຄັນ | With 0 Comments

IMG_0091

ກອງທຶນສົົງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ), ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່ ການເຂົ້າເຖິງແຫຼ່ງທຶນຂອງ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ຂື້ນໃນວັນທີ 30 ມັງກອນ 2024, ທີ່ ໂຮງແຮມຄຣາວພາຊ່າ ເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງປະທານສະພາບໍລິຫານ ທສວ, ມີ ທ່ານ ປອ ບຸນເພັງ ສີບຸນເຮືອງ, ຫົວໜ້າສໍານັກງານສົ່ງເສີມ ຈນກ, ຜູ້ອໍານວຍການກອງທຶນສົ່ງເສີມ ຈນກ,ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຕາງໜ້າຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ບັນດາກະຊວງ, ບັນດາທະນາຄານທຸລະກິດ ແລະ ຫົວໜ່ວຍທຸລະກິດ ຂັ້ນສູນກາງ ແລະ ທ້ອງທິ່ນ ເຂົ້າຮ່ວມເຊິ່ງໜ້າ ແລະ ທາງໄກ ຈໍານວນ 317 ທ່ານ.

IMG_0108

ທ່ານ ບຸນເຖິງ ດວງສະຫວັນ ກ່າວວ່າ: ຈຸດປະສົງຂອງກອງປະຊຸມໃນມື້ນີ້ ເພື່ອເຜີຍແຜ່ ກ່ຽວກັບເງື່ອນໄຂການເຂົ້າເຖິງແຫຼ່ງທຶນຂອງ ຈນກ ຈໍານວນ 03 ແຫຼ່ງທຶນ ຄື: ແຫຼ່ງທຶນຂອງລັດຖະບານ ປະກອບໃຫ້ ກອງທຶນສົ່ງເສີມ ຈນກ ພາຍໃຕ້ການປ່ອຍກູ້ອັດຕາດອກເບ້ຍ 3% ຕໍ່ປີ, ແຫຼ່ງທຶນສະໜັບສະໜູນຈາກທະນາຄານໂລກ ພາຍໃຕ້ ໂຄງການເຂົ້າເຖິງແຫຼ່ງທຶນ ຂອງ ຈນກ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ແລະ ແຫຼ່ງທຶນຂອງລັດຖະບານ ແລະ ທະນາຄານແຫ່ງ ສປປ ລາວ ພາຍໃຕ້ ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ຕາມຂໍ້ຕົກລົງ ສະບັບເລກທີ 93/ນຍ, ລົງວັນທີ 14 ກໍລະກົດ 2023 ເພື່ອໃຫ້ບັນດາຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນທົ່ວປະເທດ ແລະ ຫົວໜ່ວຍທຸລະກິດ ໄດ້ຮັບຊາບ, ພ້ອມກັນນັ້ນ ກໍ່ຈະໄດ້ ປຶກສາຫາລື ຕໍ່ກັບບັນຫາຫຍຸ້ງຍາກຕ່າງໆ ໃນການເຂົ້າຫາແຫຼ່ງທຶນ ເພາະເຫັນໄດ້ວ່າຍັງມີຄວາມຊັກຊ້າໃນການຈັດຕັ້ງປະຕິບັດ, ການປ່ອຍກູ້ຍັງບໍ່ໄປຕາມລະດູການ ແລະ ໄລຍະເວລາທີ່ກໍານົດ.

IMG_0107

        ວຽກງານສົ່ງເສີມ ຈນກ ຍັງຖືເປັນວຽກໜຶ່ງທີ່ພັກ, ລັດ ແລະ ສະພາແຫ່ງຊາດ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມຕະຫຼອດມາ ໂດຍສະເພາະແມ່ນ ການເຂົ້າເຖິງແຫຼ່ງທຶນຂອງ ຈນກ ຊຶ່ງໄລຍະ ປີ 2020 ລັດຖະບານ ໄດ້ປະກອບທຶນ ຈໍານວນ 200 ຕື້ກີບຕໍ່ປີ (ຍົກເວັ້ນປີ 2021 ປະກອບໃຫ້ພຽງ 100 ຕື້ກີບ), ທຶນຂອງທະນາຄານແຫ່ງ ສປປ ລາວ ໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນອັດຕາດອກເບ້ຍ 5,5%ຕໍ່ປີ, ທຶນກູ້ຢືມດອກເບ້ຍຜ່ອນຜັນຈາກທະນາຄານໂລກ ພາຍໃຕ້ໂຄງການເຂົ້າເຖິງແຫຼ່ງທຶນຂອງ ຈນກ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19, ຫຼ້າສຸດ ກໍແມ່ນທຶນຂອງລັດຖະບານ ແລະ ທະນາຄານແຫ່ງ ສປປ ລາວ ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍລົງສູ່ທ້ອງຖິ່ນ ຕາມຂໍ້ຕົກລົງ 93/ນຍ, ລົງວັນທີ 14 ກໍລະກົດ 2023.

IMG_0151

ເຖິງແມ່ນວ່າຈະມີຫຼາຍແຫຼ່ງທຶນມາອັດສີດ ເພື່ອສ້າງຄວາມເຂັ້ມແຂງໃຫ້ ຈນກ ແຕ່ກໍເຫັນໄດ້ບັນຫາຫຍຸ້ງຍາກຫຼາຍດ້ານໃນການເຂົ້າເຖິງແຫຼ່ງທຶນຂອງ ຈນກ ເຊິ່ງເກີດຈາກບັນຫາໃນຕົວ ແລະ ນອກຕົວຂອງ ຈນກ.

-       ບັນຫາໃນຕົວ ເປັນຕົ້ນແມ່ນ ຈນກ ບໍ່ມີແຜນທຸລະກິດ ທີ່ຈະແຈ້ງ ແລະ ຊັດເຈນ, ທຸລະກິດຍັງບໍ່ມີຕົວຕົນ ຫຼື ບໍ່ທັນໄດ້ເຮັດຫຍັງ ເຊິ່ງບໍ່ສອດຄ່ອງກັບເງື່ອນໄຂແຫຼ່ງທຶນ, ບໍ່ມີຫຼັກຊັບຄໍ້າປະກັນທີ່ພຽງພໍ ຫຼື ຫຼັກຊັບໃນຂະແໜງກະສິກໍາ ຢູ່ໃນເຂດຫ່າງໄກ ບໍ່ນອນໃນເຂດທີ່ທະນາຄານສາມາດຮັບໄດ້, ມີໜີ້ NPL ຢູ່ສະຖາບັນການເງິນໃດໜຶ່ງ, ຕ້ອງການທຶນອັດຕາດອກເບ້ຍຕໍ່າ ເພື່ອໄປຊໍາລະໜີ້ອັດຕາດອກເບ້ຍສູງ, ບໍ່ຢາກຖືບັນຊີ ຫຼື ປະຕິບັດໃຫ້ສອດຄ່ອງກັບເງື່ອນໄຂທຶນ.

-       ບັນຫານອກຕົວ ກໍແມ່ນພະນັກງານທະນາຄານບໍ່ອໍານວຍຄວາມສະດວກ ແລະ ບໍ່ໃຫ້ການແນະນໍາທີ່ຊັດເຈນ ແລະ ປະການໜຶ່ງກໍແມ່ນນິຕິກໍາ ຍັງບໍ່ອໍານວຍຄວາມສະດວກ ເປັນຕົ້ນແມ່ນລະບຽບການດ້ານສິ່ງແວດລ້ອມ ແລະ ສັງຄົມ ຍັງບໍ່ເອື້ອອໍານວຍໃຫ້ ຈນກ ໃນຂະແໜງບໍລິການ ແລະ ການຜະລິດຂະໜາດນ້ອຍ ເຮັດໃຫ້ ຈນກ ຍັງບໍ່ສາມາດເຂົ້າເຖິງແຫຼ່ງທຶນຂອງສາກົນໄດ້ຫຼາຍເທົ່າທີ່ຄວນ.

ຂໍ້ມູນເພີ່ມຕື່ມສາມາດຕິດຕໍ່ໄດ້ທີ່ຢູ່ຂ້າງລຸ່ມນີ້:

ເບີໂທ (+856-21) 414046, 410005;

ເວບໄຊ: https://www.laosmefund.org/

https://www facebook.com SmePromotionFung/

YouTube MSME Promotion Fund; Application: Lao SME Fund; Tiktok: Laomsmepromotionfund

ພາບ-ຂ່າວ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -