ກອງປະຊຸມປຶກສາຫາລືວຽກງານ ຄະນະສະເພາະກິດ 1919 ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ
By phaikhame evilay On 31 Jan, 2024 At 02:58 PM | Categorized As ຂ່າວສຳຄັນ | With 0 Comments

       IMG_0179

     ຕອນບ່າຍ ຂອງວັນທີ 24 ມັງກອນ 2024 ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 1 ກະຊວງອຸດສາ   ຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານ ຄະນະສະເພາະກິດ 1919 ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຄະນະສະເພາະກິດ 19/ກມສພ; ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ແລະ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີບັນດາທ່ານ ຮອງປະທານ-ຄະນະບໍລິຫານງານ ຂອງ ສຄອຊ ແລະ ຫົວໜ້າ-ຮອງຫົວໜ້າກຸ່ມມາດຕະການ ຂອງຄະນະຊ່ວຍວຽກຄະນະສະເພາະກິດ ຕາມມະຕິຕົກລົງ ສະບັບເລກທີ 19/ກມສພ ແລະ ຂໍ້ຕົກລົງ ສະບັບເລກທີ 91/ນຍ ສໍາລັບຄວາມຮັບຜິດຊອບ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ (ຄະນະສະເພາະກິດ 1919) ເຂົ້າຮ່ວມ.

IMG_0178

          ກອງປະຊຸມຄັ້ງນີ້ ແມ່ນຈັດຂຶ້ນເປັນຄັ້ງທີສາມ, ຈຸດປະສົງ ແມ່ນເພື່ອສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດບັນດາມາດຕະການ ຂອງຄະນະສະເພາະກິດ 1919 ໃນໄລຍະ 06 ເດືອນທ້າຍປີ 2023 ພ້ອມທັງ ຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ຕໍ່ກັບທິດທາງແຜນມາດຕະການຈຸດສຸມ 06 ເດືອນຕົ້ນປີ 2024 ຂອງຄະນະສະເພາະກິດ 1919 ເພື່ອຍົກສູງບົດບາດຂອງພາກທຸລະກິດ ໃນການປະກອບສ່ວນແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ ຕາມມະຕິຕົກລົງ ເລກທີ 19/ກມສພ ເພື່ອໃຫ້ເເທດເໝາະກັບສະພາບຕົວຈິງ ເເລະ ມີປະສິດທິພາບປະສິດທິຜົນສູງ.

ພາບ-ຂ່າວ: ໄພຄໍາອີ ສູນສະຖິຕິ ຫ້ອງການກະຊວງ ອຄ,