ເລຂາບໍລິຫານງານ UNESCAP ເຂົ້າຢ້ຽມຂໍ່ານັບທ່ານ ຮອງຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 31 Jan, 2024 At 09:48 AM | Categorized As ຂ່າວສຳຄັນ | With 0 Comments

IMG_0208
ໃນຕອນ​ເຊົ້າເວລາ 9: 30 ໂມງ ຂອງວັນທີ 30 ມັງ​ກອນ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ  ວົງໄຊ  ຮອງຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ  Amida Salsiah ALISJABANA, ເລ​ຂາ​ບໍ​ລິ​ຫານ​ງານ​ຄະ​ນະ​ກຳ​ມະ​ທິການເສດ​ຖະ​ກິດ-ສັງ​ຄົມ ສ​ປ​ຊ ປະ​ຈຳ​ພາກ​ຟື້ນ​ອາ​ຊີ-ປາ​ຊີ​ຟີກ (UNESCAP), ພ້ອມ​ຄະ​ນະ​ມາ​ເຮັດ​ ວຽກ ແລະ ຢ້ຽມ​ຢາມ ສ​ປ​ປ ລາວ​ຢ່າງ​ເປັນ​ທາງ​ການໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລື ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ມີຜູ້ຕາງໜ້າເຂົ້າຮ່ວມ ຫົວໜ້າກົມ ຮອງຫົວໜ້າກົມ ຫົວໜ້າພະແນກອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າຍ ປະມານ 12 ກວ່າທ່ານ.

 IMG_0212

            ໂອກາດນີ້  ທ່ານ  ມະໂນທອງ ວົງໄຊ  ຮອງລັດຖະມົນຕີ  ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່  ທ່ານ  ນາງ  Amida Salsiah ALISJABANA, ເລ​ຂາ​ບໍ​ລິ​ຫານ​ງານ​ຄະ​ນະ​ກຳ​ມະ​ທິການເສດ​ຖະ​ກິດ-ສັງ​ຄົມ ສ​ປ​ຊ ປະ​ຈຳ​ພາກ​ຟື້ນ​ອາ​ຊີ-ປາ​ຊີ​ຟີກ (UNESCAP), ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເຊິ່ງທ່ານ  ໄດ້ສົນທະນາກ່ຽວກັບວຽກງານການຮ່ວມມື ການພົວພັນດ້ານການຄ້າ, ທາງ​ດ້ານ​ການ​ເງິນ ລະຫວ່າງ ສປປ ລາວ UNESCAP ໃຫ້ຫຼາຍ​ຂື້ນ​ເພື່ອ​​ຮັດ​ແໜ້ນການ​ພົວ​ພັນ​ຮ່ວມ​ມື ກັບ UNESCAP ແລະ ທີ​ຈະພ້ອມ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ທາງ​ດ້ານ​ການ​ເງິນ​ໃຫ້​ກ່ການ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ເປັນ​ປະ​ທານ​ອາ​ຊຽນ ຂອງ​ ສ​ປ​ປ ລາວ ໃນ​ປີ 2024 ທີ່​ຈະ​ມາ​ຮອດນີ້.

IMG_0240

            ໃນໂອກາດນີ້ ທ່ານ ຮອງລັດຖະມົນຕີ ສະເໜີໃຫ້ຜູ້​ຕ່າງ​ໜ້າ ເລ​ຂາ​ບໍ​ລິ​ຫານ​ງານ​ຄະ​ນະ​ກຳ​ມະ​ທິການເສດ​ຖະ​ກິດ-ສັງ​ຄົມ ສ​ປ​ຊ ປະ​ຈຳ​ພາກ​ຟື້ນ​ອາ​ຊີ-ປາ​ຊີ​ຟີກ ສືບຕໍ່ຮ່ວມມື ແລະ ສົ່ງເສີມການຄ້າ ສ​ປ​ປ ລາວໃຫ້ຂະຫຍາຍໂຕສູງຂື້ນເລື່ອຍໆ

ພາບ-ຂ່າວ: ໄພຄໍາອີ ສູນສະຖິຕິ ຫ້ອງການກະຊວງ ອຄ.