ລມຕ ພົບປະໂອ້ລົມ ພະນັກງານ ລັດວິສາຫະກິດຂົນສົ່ງນໍ້າມັນເຊື້ອໄຟລາວ
By ໄພວັນ On 29 Jan, 2024 At 12:45 PM | Categorized As ຂ່າວສຳຄັນ | With 0 Comments

IMG_0205

ຕອນເຊົ້າຂອງວັນທີ 26 ມັງກອນ 2024, ທີ່ລັດວິສາຫະກິດຂົນສົ່ງນໍ້າມັນເຊື້ອໄຟລາວ, ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ລົງພົບປະ ໂອ້ລົມ ພະນັກງານລັດວິສາຫະກິດຂົນສົ່ງນໍ້າມັນເຊື້ອໄຟລາວ.

IMG_0106

ທ່ານ ນາງ ທູນທອງໃຈ ພຣະສະຫວັດ ຮັກສາການອໍານວຍການ ລັດວິສາຫະກິດຂົນສົ່ງນໍ້າມັນເຊື້ອໄຟລາວ (ລຂລ) ໄດ້ລາຍງານຫຍໍ້ສະພາບພົ້ນເດັ່ນການເຄືອນໄຫວຂອງ ລັດວິສາຫະກິດຂົນສົ່ງນໍ້າມັນເຊື້ອໄຟລາວ ປີ 2023, ທິດທາງແຜນການ ປີ້ 2024, ພ້ອມນີ້ກໍມີຂໍ້ສະເໜີ ແລະ ວິທີການແກ້ໄຂ, ທ່ານໃຫ້ຮູ້ຕື່ມວ່າ  ລັດວິສາຫະກິດຂົນສົ່ງນໍ້າມັນເຊື້ອໄຟລາວ ສ້າຕັ້ງຂື້ນໃນປີ 2009 ຮອດປະຈຸບັນການເຄື່ອນໄຫວ 13 ປີ, ມີພະນັກງານທັງໝົດມີ 136 ທ່ານ, ມີພາຫະນະທັງໝົດ 109 ຄັນ, ນໍາໃຊ້ຕົວຈິງ 89 ຄັນ ແລະ ສາມາດບໍລິການຂົນສົ່ງໄດ້ຈໍານວນ 122,696,242 ລິດ.

IMG_0164

ໂອກາດນີ້ ທ່ານລັດຖະມົນຕີ ກະຊວງ ອຄ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານທີ່ເຮັດໄດ້ໃນໄລຍະຜ່ານມາ ໃນສະພາບຄວາມຫຍູ້ງຍາກທາງດ້ານເສດຖະກິດໂລກ, ບັນຫາການຂວ້າມບາດບາງປະເທດ ສົ່ງຜົນກະທົບຕໍ່ການສະໜອງນໍ້າມັນ (ທີ່ລາຄາສູງຂື້ນ) ເວົ້າເຖິງສະພາບເສດຖະກິດທີ່ຫຍຸ້ງຍາກຂອງລາວໃນປະຈຸບັນ: ບັນດາລາຄາສິນຄ້າ, ອັດຕາເງິນເຟີ້, ອັດຕາແລກປ່ຽນ, ການສະຫນອງນ້ຳມັນ. ເພື່ອຮັບມື ກັບສະພາບດັ່ງກ່າວ ພັກໄດ້ມີມະຕິ 19, ກະຊວງ ອຄ ຜັນຂະຫຍາຍເປັນ 9 ກູ່ມມາດຕະການວຽກ.

IMG_0200

ທ່ານໄດ້ກ່າວຕື່ມວ່າ: ​ມອບໃຫ້ຄະນະພັກ, ຄະນະນຳ ຂອງ ລຂລ ສືບຕໍ່ເຮັດການເມືອງ-ແນວຄິີດ. ປຸກລະດົມ ສະມາຊິກພັກ-ພະນັກງານໃຫ້ມີຄວາມເຂົ້າໃຈ, ຮ່ວມມື ແລະ ເປັນເອກະພາບ ການບໍລິຫານຈັດການທີ່ມີປະສິດທິຜົນສູງ ແລະ ຄຸນນະພາບໃນການບໍລິການ ທີ່ມີຄວາມເປັນມືອາຊີບ ສ້າງຄວາມປະທັບໃຈກັບຜູ້ມາໄຊ້ບໍລິການໃຫ້ໄດ້. ລົດຂົນສົ່ງ ມີຄວາມສວຍງາມ ມີມາດຕະຖານສູງ ສາມາດກວດສອບ ຕິດຕາມໄດ້ ສ່ວນພະນັກງານ ກໍ່ຕ້ອງ ເວົ້າຈາສຸພາບນ້ອບນ້ອມ ສະແດງ ຄວາມບໍລິສຸດໃຈ ໃຫ້ລູກຄ້າໄດ້ເຫັນ ມີລະບົບຄຸ້ມຄອງ ລົດທີ່ທັນສະໄຫມ ມີຄວາມໄກ້ຄຽງກັບ ເອກະຊົນ ເປັນຕົ້ນ ການຕິດຕັ້ງລະບົບຕິດຕາມລົດ ທີ່ທັນສະໄຫມ, ມີລະບຽບຄຸ້ມຄອງທີ່ສອດຄ່ອງ ແລະ ນະໂຍບາຍໃຫ້ແກ່ ພະນັກງານ ຂັບລົດທີ່ແທດເໝາະກັບຄວາມເປັນຈິງ ເພື່ອຫລີກລ່ຽງປາກົດການຫຍໍ້ທໍ້ຕ່າງໆ ເພາະພະນັກງານດັ່ງກ່າວ ເປັນຜູ້ທີ່ ຮັກສາ ແລະ ນຳສົ່ງຊັບສິນ ຂອງ ບໍລິສັດ ເວົ້າສະເພາະ, ເວົ້າລວມ ກໍ່ແມ່ນ ຂອງລັດຖະບານ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂາວສານ ອຄ

About -