ກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ
By phaikhame evilay On 25 Jan, 2024 At 09:04 AM | Categorized As ຂ່າວສຳຄັນ | With 0 Comments

IMG_0027

                ຕອນເຊົ້າ ເວລາ 9:00 ໂມງ ຂອງວັນ 24 ມັງກອນ 2024  ທີ່ຫ້ອງປະຊຸມໃຫ່ຍຊັ້ນ 1 ກະຊວງອຸດຫະກໍາ ແລະ ການຄ້າ ໄດ້ມີກອງປະຊຸມເຜີຍແຜ່ ​ເຊື່ອມ​ຊຶມ ດໍາລັດວ່າດ້ວຍ ຈັນຍາບັນຂອງພະນັກງານ-ລັດຖະກອນ

ແລະ ດຳ​ລັດ​ວ່າ​ດ້ວຍ​ການ​ຮຽນ​ຮູ້​ຕະຫຼອດ​ຊີ​ວິດ ກອງປະຊຸມໂດຍເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດມົນຕີ ກະຊວງອຸດສາຫະກໍາ ແລະ ການການຄ້າ ໄດ້ຈັດຂຶ້ນເພື່ອແນ່ໃສ່ໃຫ້ພະນັກງານ-ລັດຖະກອນຮັບຮູ້ ແລະ ເຂົ້າໃຈທົ່ວຂະແໜງອຸດສາຫະກຳ ແລະ ການຄ້າ.

IMG_0025

              ກອງປະຊຸມ​ໄດ້ຮັບຟັງການເຜີຍແຜ່ຂອງ ທ່ານ ອຸໄລພົງ ພົມມະຈັກ ຫົວໜ້າພະແນກ ກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນເຜີຍແຜ່ດໍາລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ.   ທ່ານ ນາງ ພິ​ລາ​ນີ ພິດ​ສະ​ໄໝ ຮອງຫົວໜ້າ​ກົມ​ການ​ສຶກ​ສາ​ນອກ​ໂຮງ​ຮຽນ, ກະ​ຊວງ​ສຶກສາ ແລະ ກິລາ, ນອກໂຮງຮຽນ ຄວາມເປັນມາ, ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງແຜນປະຕິບັດງານແຫ່ງຊາດການຮຽນຮູ້ຕະຫຼອດຊິວິດ.   ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານ ສູນກາງສະໄໝທີ XI, ຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ, ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ, ເພື່ອເປັນການເຊື່ອມຊຶມ​ ແລະ ການໂຄ​ສະ​ນາ, ​ເຜີຍ​ແຜ່ນະ​ໂຍ​ບາຍ​ລະ​ບຽບ​ການກ່ຽວ​ກັບ​ການ​ຮຽນ​ຮູ້​ຕະຫຼອດ​ຊີ​ວິດລວມ​ທັງ​ການ​ປູກ​ຈິດ​ສຳ​ນຶກ ແລະ ສົ່ງ​ເສີມ​ການ​ຮຽນ​ຮູ້​ຕະຫຼອດ​ຊີ​ວິດເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ວຽກ​ງານ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດຂອງ​ບັນ​ດາ​ກົມ​ພາຍ​ໃນ​ກະ​ຊວງ ອຄ, ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ນີ້ທາງວິທະຍາກອນຈາກກະຊວງພາຍໃນ, ກະ​ຊວງ​ສຶກ​ສາ​ທິ​ການ ແລະ​ ກິ​ລາ ຈະ​ໄດ້ຂຶ້ນບັນຍາຍ​ໃນ​ຫົວຂໍ້​ຕ່າງໆ​ຕາມ​ວາລະ​ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບ​ຮູ້ ແລະ ແລກປ່ຽນຄຳຄິດເຫັນ​ໃນ​ວຽກງານ​ດັ່ງກ່າວ ໃຫ້ມີຄວາມເຂົ້າໃຈຢ່າງລະອຽດຈະ​ແຈ້ງ ແລະ ເປັນເອກະພາບກັນ.

 IMG_0013

              ເພື່ອຮັບປະກັນໃຫ້ຈຸດປະສົງ ແລະ ລະດັບຄາດໝາຍ ຂອງກອງ​ປະ​ຊຸມ​ເຜີຍ​ແຜ່​ດຳ​ລັດໃນຄັ້ງນີ້ ບັນລຸ​ໄດ້ ຜົນສຳເລັດຢ່າງຈົບງາມໃຫ້ບັນດາທ່ານທີ່ເຂົ້າຮ່ວມທັງໝົດ ຈົ່ງຍົກສູງຄວາມຮັບຜິດຊອບ ແລະ ສະຕິປັນຍາຂອງຕົນເຂົ້າໃນການຮັບ​ຟັງ, ປຶກສາຫາລື ແລະ ​ແລກປ່ຽນຄໍາຄິດເຫັນ ຕໍ່ກັບ​ເນື້ອ​ໃນ​ຂອງ​ 02 ດຳ​ລັດດັ່ງ​ກ່າວ​ເພື່ອໃຫ້ມີຄວາມເຂົ້າໃຈຢ່າງລະອຽດຈະ​ແຈ້ງ ແລະ ເລີກເຊີ່ງ​ເຖິງ​ຖອງ.

ພາບ-ຂ່າວ: ໄພຄໍາອີ ວິໄລຄໍາ ຫ້ອງການກະຊວງ ອຄ.