ເປີດກອງປະຊຸມຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ
By ໄພວັນ On 24 Jan, 2024 At 11:45 AM | Categorized As ຂ່າວສຳຄັນ | With 0 Comments

IMG_0074

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ມີການຈັດກອງປະຊຸມຄົບຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ (ຄັ້ງທີ 4) ໃນວັນທີ 22 ມັງກອນ 2024 ທີ່ກະຊວງ ອຄ ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ, ທັງເປັນຫົວໜ້າ ຄະນະປະສານງານ ກ່ຽວກັບການປັບປຸງການອອກໃບອະນຸຍາດດໍາເນີນທຸລະກິດ ໂດຍມີ ທ່ານ ຮອງລັດຖະມົນຕີ, ບັນດາທ່ານຜູ້ຕາງໜ້າຈາກ ຫ້ອງການກະຊວງ, ບັນດາກົມ ແລະ  ຂະແໜງການກ່ຽວຂ້ອງເຂົ້າຮ່ວມທັງໝົດ 125 ທ່ານ.

ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອສະຫຼຸບຕີລາຄາ ສະພາບການຈັດຕັ້ງປະຕິບັດ ວຽກງານການປັບປຸງຂັ້ນຕອນໃບອະນຸ ຍາດທຸລະກິດ ໃນປີ 2023  ແລະ ປຶກສາຫາລື ທິດທາງແຜນວຽກໃນຕໍ່ໜ້າ ໂດຍລົງເລິກແຜນແກ້ໄຂບັນຫາຂໍ້ຄົງຄ້າງ, ແຜນວຽກບູລິມະສິດ ແລະ ແນວທາງໃນການເຮັດວຽກຮ່ວມກັນໃນປີ 2024.

IMG_0001

ທ່ານ ນາງ ຈັນສຸກ ແສງຈັນ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ຂະແໜງການທີ່ກ່ຽວຂ້ອງ ທີ່ມີຄວາມ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປັບປຸງໃບອະນຸຍາດໃນຂະແໜງການຂອງຕົນ ເຊີ່ງເຫັນໄດ້ຄື ຫຼາຍຂະແໜງການໄດ້ມີການສະເໜີຕັດກິດຈະການຂອງຂະແໜງການຕົນອອກຈາກບັນຊີກິດຈະການຄວບຄຸມ, ເຮັດສໍາເລັດການປັບ ປຸງບັນດາລະບຽບການ ແລະ ນິຕິກໍາທີ່ຕິດພັນກັບການຂໍໃບອະນຸຍາດດໍາເນີນທຸລະກິດໄດ້ຫຼາຍສະບັບ ຕາມຂອບເຂດສິດ ແລະ   ໜ້າທີ່ໃນຄວາມຮັບຜິດຊອບຂອງຕົນ ປັບປຸງຂັ້ນຕອນ ແລະ ຕັດບັນດາຂອດຂັ້ນເອກສານທີ່ບໍ່ຈໍາເປັນອອກ ເຮັດໃຫ້ການອອກໃບອະນຸຍາດກະທັດຮັດ ແລະ ວ່ອງໄວຂຶ້ນກ່ວາເກົ່າ ສາມາດປັບປຸງບັນຍາກາດໃນການດໍາເນີນທຸລະກິດຢູ່ ສປປ ລາວ ໃຫ້ມີຄວາມສະດວກຂຶ້ນ. ຄ່ຽງຄູ່ກັນນັ້ນ, ເພື່ອຮັບປະກັນເຮັດໃຫ້ວຽກງານ ຄໍາສັ່ງເລກທີ 03/ນຍ ສາມາດຈັດຕັ້ງປະຕິບັດໄດ້ຮັບຜົນຢ່າງດີ ແລະ ເປັນຮູບປະທໍາຂຶ້ນກວ່າເກົ່າ, ທ່ານປະທານ ໄດ້ຮຽກຮ້ອງໃຫ້ຜູ້​ຕາງ​ໜ້າ​ຈາກ​ກະ​ຊວງ​ທີ່​ກ່ຽວ​ຂ້ອງ​ ສືບຕໍ່ປະສານສົມທົບຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 03/ນຍ ໃຫ້ສໍາເລັດ ແລະ ບັນລຸຕາມຄາດໝາຍ ໂດຍເນັ້ນໜັກໃຫ້ແຕ່ລະຂະແໜງ ສືບຕໍ່ຄົ້ນຄວ້າລົງເລິກວຽກງານການປະເມີນຄືນບັນຊີກິດຈະການທີ່ຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດຂອງຂະແໜງການຕົນ ແລະ ເລັ່ງປັບປຸງຂອດຂັ້ນການອອກໃບອະນຸຍາດໃນຂະແໜງການຂອງຕົນ  ໂດຍອີງໃສ່ຄວາມສ່ຽງຂອງກິດຈະການ. ພ້ອມທັງ ສະເໜີບັນດາຂະແໜງການເອົາໃຈໃສ່ການອັບເດດຂໍ້ມູນດ້ານນິຕິກໍາຕ່າງໆຂອງຂະແໜງການຕົນລົງໃນເວບໄຊຖານຂໍ້ມູນ ດ້ານລະບຽບການຂໍອະນຸຍາດດຳນເນີນທຸລະກິດ (www.bned.moic.gov.la).

ພ້ອມກັນນັ້ນ ກອງປະຊຸມໄດ້ຮັບຟັງການລາຍງານໂດຍຫຍໍ້ ສະພາບການສັງລວມບັນຊີກິດຈະການທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດຂອງບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງຂັ້ນພື້ນຖານໃຫ້ແກ່ພາກທຸລະກິດ ເຊິ່ງສາມາດສັງລວມທັງໝົດໄດ້ 414 ກິດຈະການ. ພ້ອມກັນນີ້ ກໍໄດ້ຮັບຟັງການນໍາສະເໜີ ກ່ຽວກັບຫຼັກການ ອອກໃບທະບຽນວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ທີ່ໄດ້ແຍກຂອດການສ້າງຕັ້ງວິສາຫະກິດ (ການຂຶ້ນທະບຽນວິສາຫະກິດ) ອອກຈາກຂອດການອອກໃບອະນຸຍາດດຳເນີນທຸລະກິດ; ຫຼັກການ ແລະ ບົດຮຽນທີ່ດີຂອງສາກົນກ່ຽວກັບ ການປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ ແລະ ກົນໄກການ ຄຸ້ມຄອງການອອກໃບອະນຸຍາດດໍາເນີນທຸລະກິດ ໂດຍ ທ່ານຫົວໜ້າກົມທະບຽນວິສາຫະກິດ. ກອງປະຊຸມດໍາເນີນ ໄປດ້ວຍຄວາມສໍາເລັດຢ່າງຈົບງາມ.

IMG_0035

ກອງປະຊຸມຄັ້ງນີ້ ໄດ້ຮັບການຊ່ວຍເຫຼືອໂດຍ ໂຄງການສົ່ງເສີມສ້າງຄວາມເຂັ້ມແຂງດ້ານການແຂ່ງຂັນ ແລະ ການຄ້າ (ໂຄງການ LCT) ເຊິ່ງເປັນ ໂຄງການທີ່ຖືກຈັດຕັ້ງປະຕິບັດໂດຍກະຊວງ ອຄ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນຈາກທະນາຄານໂລກ ແລະ ສົມທົບທຶນເພີ່ມເຕີມຈາກປະເທດອົດສະຕາລີ, ໄອແລນ ແລະ ສະຫະລັດອາເມລິກາ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ອຄ

About -