ກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າອວຍພອນວັນສ້າງຕັ້ງກອງທັບປະຊາຊົນປະຕິບັດລາວ ຄົບຮອບ 75 ປີ ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ
By phaikhame evilay On 19 Jan, 2024 At 10:26 AM | Categorized As ຂ່າວສຳຄັນ | With 0 Comments

IMG_0119

         ຕອນບ່າຍໃນວັນທີ 18 ມັງກອນ 2024, ທີ່ຫ້ອງຮັບແຂກກອງທັບກະຊວງປ້ອງກັນປະເທດເປັນວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ, ຕ້ອນຮັບນໍາໂດຍ ທ່ານ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າອວຍພອນຈາກພາກສ່ວນລັດກະຊວງອຸດສາຫະກໍາ ແລະ ການຄ້າ ນໍາດ້ວຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຕາງໜ້າຫົວໜ້າຫ້ອງການ ແລະ ບັນດາຫົວໜ້າກົມ, ສະພາການຄ້າອຸດສາຫະກໍາແຫ່ງຊາດ ແລະ ບໍລິສັດເບຍລາວ ອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ ຫຼາຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

IMG_0126

         ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949-20 ມັງກອນ 2024) ກະຊວງອຸດສາຫະກໍາ ແລະ ການຄ້າ ໃນການມອບວັດຖຸປະໃຈຄັ້ງນີ້: ເຊິ່ງໄດ້ນໍາເອົາກະຕ່າຂອງຂວັນ, ນໍ້າດຶ່ມ, ແປບຊີ, ເຊເວັນອັບ ມູນຄ່າລວມທັງໝົດ 7,080,000 ກີບ ແລະ ເຂົ້າອວຍພອນໄຊອັນປະເສີດ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ.

IMG_0109

       ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍໄດ້ຕາງໜ້າໃຫ້ຄະນະພັກ ຄະນະນໍາກະຊວງປ້ອງກັນປະເທດ ສະແດງຄວາມຂອບອົກຂອບໃຈ ພ້ອມທັງອວຍພອນໄຊອັນປະເສີດ ໃຫ້ແກ່ຄະນະນໍາກະຊວງ ແລະ ທົ່ວກະຊວງອຸດສາຫະກໍາ ແລະ ການຄ້າ ຈົ່ງມີ ສຸຂະພາບເຂັ້ມແຂງອາຍຸໝັ້ນຂວັນຍືນ ມີຜົນສໍາເລັດໃນໜ້າທີ່ການເມືອງຂອງຕົນທຸກປະການ.

ຂ່າວ-ພາບ: ໄພຄໍາອີ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກະຊວງ ອຄ.