ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ຄັ້ງທີ 1/55 (SEOM 1/55)
By ໄພວັນ On 19 Jan, 2024 At 09:47 AM | Categorized As ຂ່າວພາຍໃນ | With 0 Comments

IMG_2178

ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ມີການຈັດກອງປະຊຸມເຈົ້າໜ້າທີອາວຸໂສເສດຖະກິດອາຊຽນ ຄັ້ງທີ 1/55 (SEOM 1/55),ໃນລະຫວ່າງວັນທີ 18-21 ມັງກອນ 2024, ທີ່ ໂຮງເເຮມ ລາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ເເລະ ຮ່ວມມືເສດຖະກິດສາກົນ (ອຄ),  ພ້ອມດ້ວຍບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ຫົວໜ້າເຈົ້າໜ້າທີ່ອາວຸໂສເສດຖະກິດປະເທດ ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫ່ຍອາຊຽນ ເເລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມຫຼາຍກວ່າ 90 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເເມ່ນເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ທີ່ ສປປ ລາວ ຈະເປັນເຈົ້າພາບ ແລະ ເປັນປະທານ ໃນປີ 2024.

IMG_0057

ໃນໂອກາດນີ້, ທ່ານ ໄຊຊະນະ ໄຊຍະກອນ ປະທານກອງປະຊຸມ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງກ່ຽວກັບສະພາບຈຸດພິເສດຂອງນະຄອນຫລວງວຽງຈັນ ພ້ອມກັນນັ້ນ, ໃນໂອກາດທີ່ເປັນປີທ່ອງທ່ຽວ ຂອງ ສປປ ລາວ ປີ 2024 ປະທານກອງປະຊຸມໄດ້ເຊີນຊວນບັນດາເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແລະ ບັນດາຄະນະຜູ້ແທນທຸກທ່ານຫາໂອກາດໄປທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆທີ່ສວຍງາມໃນຕົວເມືອງນະຄອນຫລວງວຽງຈັນ.

IMG_0073

ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືຫຼາຍວາລະທີ່ສໍາຄັນ ເປັນຕົ້ນ ແຜນວຽກເສດຖະກິດອາຊຽນ ປະຈໍາປີ 2024, ຂໍ້ລິເລີ່ມອາຊຽນວ່າດ້ວຍໂຄງການທີ່ຕິດພັນກັບວຽກງານອຸດສາຫະກໍາ, ຄູ່ມືການຈັດຕັ້ງປະຕິບັດສັນຍາເສດຖະກິດອາຊຽນ, ກົນໄກການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດອາຊຽນ, ຂອບວຽກວ່າດ້ວຍຕ່ອງໂສ້ການສະໜອງທີ່ມີປະສິດທິພາບ ແລະ ເຂັ້ມແຂງ, ບັນດາເອກະສານທີ່ຈະສະ ເໜີເຂົ້າໃນວາລະກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເພື່ອພິຈາລະນາ ແລະ ການຮ່ວມມືເສດຖະກິດອາຊຽນກັບປະເທດຄູ່ຮ່ວມເຈລະຈາ. ພິເສດ, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ (PEDs) ທີ່ສະເໜີໂດຍ ສປປ ລາວ ໃນນາມປະທານໝູນວຽນອາຊຽນ ປີ 2024 ພາຍໃຕ້ຄໍາຂວັນ “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ” ເຊິ່ງກວມເອົາ 3 ກຸ່ມຍຸດທະສາດຄື: 1) ການເຊື່ອມໂຍງ ແລະ ເຊື່ອມຈອດດ້ານເສດຖະກິດ, 2) ການສ້າງອະນາຄົດແບບຍືນຍົງ ແລະ ທຸກພາກສ່ວນມີສ່ວນຮ່ວມ ແລະ 3) ການຫັນປ່ຽນເພື່ອກ້າວໄປສູ່ດິຈິຕອນໃນອະນາຄົດ, ລວມມີ 14 ຫົວຂໍ້ບູລິມະສິດ ເພື່ອສະເໜີໃຫ້ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນແບບວົງແຄບ ຄັ້ງທີ 30 ພິຈາລະນາຮັບຮອງໃນຕົ້ນເດືອນ ມີນາ 2024.

        ນອກຈາກນັ້ນ, ສປປ ລາວ ຍັງໄດ້ເປັນເຈົ້າພາບຈັດກອງປະຊຸມປິ່ນອ້ອມເຊັ່ນ:  ກອງປະຊຸມຜູ້ຕາງໜ້າເສົາຄໍ້າເສດຖະກິດປະຈໍາສໍານັກງານຜູ້ຕາງໜ້າຖາວອນປະຈໍາອາຊຽນຄັ້ງທີ 1/2024, ກອງປະຊຸມຄົບຄະນະບັນດາໜ່ວຍງານພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ ຄັ້ງທີ 16 ແລະ ກອງປະຊຸມຄະນະສະເພາະກິດຮັບຜິດຊອບກ່ຽວກັບຕ່ອງໂສ້ມູນຄ່າການສະໜອງໂລກ ຄັ້ງທີ 2 ເພື່ອທົບທວນການຈັດຕັ້ງປະຕິບັດແຜນວຽກປະຈໍາປີ 2023 ແລະ ກໍານົດແຜນວຽກປີ 2024 ຂອງຕົນ.

IMG_0136

ໃນຕອນທ້າຍ, ປະທານກອງປະຊຸມກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຂໍການສະໜັບສະໜູນຈາກບັນດາປະເທດສະມາຊິກອາຊຽນເພື່ອເຮັດໃຫ້ການເປັນເຈົ້າພາບ ແລະ ເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -