ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດ ກໍາປູເຈຍ-ສ ປປ ລາວ-ມຽນມາ-ຫວຽດນາມ
By ໄພວັນ On 18 Jan, 2024 At 11:02 AM | Categorized As ຂ່າວພາຍໃນ | With 0 Comments

IMG_0102

ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຈຸດປະສານງານວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນຂອງ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດ ກໍາປູເຈຍ-ສປປ ລາວ-ມຽນມາ-ຫວຽດນາມ (Cambodia – Lao PDR – Myanmar – Viet Nam Senior Economic Officials’ Meeting: CLMV SEOM) ຄັ້ງທີ 26, ໃນ​ຕອນບ່າຍຂອງວັນທີ 17 ມັງກອນ 2024, ທີ່ ນະຄອນຫຼວງວຽງຈັນ.

IMG_0096

ພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີຄະນະຜູ້ແທນຈາກ ປະເທດກໍາປູເຈຍ, ມຽນມາ, ຫວຽດນາມ ແລະ ກອງເລຂາອາຊຽນ, ພ້ອມທັງຕາງໜ້າຈາກບັນດາຂະແໜງປິ່ນອ້ອມຂອງ ສປປ ລາວ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ເພື່ອຜັນຂະຫຍາຍຜົນຂອງກອງປະຊຸມລັດຖະມົນຕີເສດຖະກິດ ກໍາປູເຈຍ-ສປປ ລາວ-ມຽນມາ-ຫວຽດນາມ ຄັ້ງທີ 15 ໂດຍສະເພາະ ແມ່ນໄດ້ປຶກສາຫາລືກ່ຽວກັບເອກະສານໜ້າທີ່ ແລະ ພາລະບົດບາດ ຂອງເຈົ້າໜ້າທີ່ອາວຸໂສເສດຖະກິດ ກໍາປູເຈຍ-ສປປ ລາວ-ມຽນມາ-ຫວຽດນາມ. ກອງປະຊຸມ ໄດ້ຮັບຊາບ ແລະ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດແຜນປະຕິບັດງານ CLMV ສົກປີ 2023-2024 ເພື່ອສົ່ງເສີມການຮ່ວມມື ແລະ ສ້າງຂີດຄວາມອາດສາມາດໃຫ້ແກ່ບັນດາປະເທດ CLMV, ປຶກສາຫາລືກ່ຽວກັບການກະກຽມເລີ່ມຈັດຕັ້ງປະຕິບັດແຜນຈັດຕັ້ງປະຕິບັດຂອບວຽກວ່າດ້ວຍການພັດທະນາ CLMV ໄດ້ເຫັນດີໃຫ້ມີການຈັດກອງປະຊຸມສໍາມະນາລະຫວ່າງສີ່ປະເທດ ເພື່ອແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດແຜນດັ່ງກ່າວ.

IMG_0108

ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນວຽກຂໍ້ລິເລີ່ມການເຊື່ອມໂຍງອາຊຽນ ສະບັບທີ IV 2021-2025 ຊຶ່ງບັນດາກິດຈະກໍາພາຍໃຕ້ແຜນດັ່ງກ່າວ ເປັນການສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ປະເທດ CLMV ໃນການຈັດຕັ້ງປະຕິບັດບັນດາພັນທະໃນຂອບອາຊຽນ ແລະ ພາຍໃຕ້ການຮ່ວມມືລະຫວ່າງອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ ພ້ອມທັງປະກອບສ່ວນເຂົ້າໃນການຮັດແຄບຄວາມແຕກໂຕນດ້ານການພັດທະນາລະຫວ່າງປະເທດສະມາຊິກອາຊຽນອີກດ້ວຍ.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາກັນກ່ຽວກັບຮ່າງເອກະສານອ້າງອີງ (TOR) ຂອງເຈົ້າໜ້າທີ່ອາວຸໂສ CLMV ເຊິ່ງເປັນການສືບຕໍ່ປຶກສາຫາລືຕໍ່ຈາກກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງທີ 3/4 ທີ່ໄດ້ຈັດຂືຶ້ນລະຫວ່າງວັນທີ 11-13 ທີ່ ສູລາບາຢາ, ປະເທດອິນໂດເນເຊຍ ແລະ ກອງປະຊຸມຄັ້ງທີ 15 ຂອງ CLMV EMM ຊຶ່ງຈັດຂຶ້ນໃນວັນທີ 18 ສິງຫາ 2023 ທີ່ ເຊມາຣັງ, ປະເທດ ອິນໂດເນເຊຍ

ຂ່າວ-ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -