ກອງປະຊຸມຄະນະກໍາມະການທີ່ປຶກສາຮ່ວມດ້ານການອໍານວຍຄວາມສະດວກທາງດ້ານການຄ້າອາຊຽນ ຄັ້ງທີ 28
By ໄພວັນ On 15 Jan, 2024 At 02:37 PM | Categorized As ຂ່າວພາຍໃນ | With 0 Comments

2

ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໃນນາມເປັນຈຸດປະສານງານວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນຂອງ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກໍາມະການທີ່ປຶກສາຮ່ວມດ້ານການອໍານວຍຄວາມສະດວກທາງດ້ານການຄ້າອາຊຽນ (ASEAN Trade Facilitation Joint Consultative Committee) ຄັ້ງທີ 28, ຂື້ນໃນ​ວັນທີ 13-15 ມັງກອນ 2024, ທີ່ໂຮງແຮມລາວພາຊ່າ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ແສງອາລຸນ ວິໄລສັກ, ຮອງຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງ ອຄ ໂດຍມີຄະນະຜູ້ແທນຈາກ 10 ປະເທດສະມາຊິກອາຊຽນ, ຕີມໍແລັດສະເຕ ໃນນາມປະເທດສັງເກດການ, ກອງເລຂາອາຊຽນ, ພ້ອມທັງຕາງໜ້າຈາກບັນດາຂະແໜງທີ່ຕິດພັນກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ເຂົ້າຮ່ວມ.

4

ກອງປະຊຸມຄັ້ງນີ້ ແມ່ນເພື່ອຕິດຕາມການຈັດຕັ້ງປະຕິບັດບັນດາພັນທະຂອງປະເທດສະມາຊິກ ໃນການອໍານວຍຄວາມສະດວກໃຫ້ແກ່ການຄ້າພາຍໃນອາຊຽນ ແລະ ປຶກສາຫາລືການຜັັນຂະຫຍາຍທິດຊີ້ນໍາຂອງກອງປະຊຸມລະດັບສູງຕ່າງໆເຊັ່ນ: ກອງປະຊຸມຮ່ວມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 55, ລັດຖະມົນຕີສະພາເຂດການຄ້າເສລີອາຊຽນ ຄັ້ງທີ 37 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແບບວົງແຄບ  ເພື່ອສືບຕໍ່ປັບປຸງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ພາກທຸລະກິດໃນການດໍາເນີນການຄ້າໃນພາກພື້ນອາຊຽນໃຫ້ມີຄວາມສະດວກຍິ່ງຂຶ້ນ  ໂດຍສະເພາະແມ່ນໄດ້ຮັບຮອງເອົາແຜນວຽກບູລິມະສິດປະຈໍາປີ 2024 ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າອາຊຽນ ໃນການແກ້ໄຂບັນຫາກ່ຽວກັບການນໍາໃຊ້ມາດຕະການທາງການຄ້າ ທີ່ສົ່ງຜົນກະທົບຕໍ່ປະເທດສະມາຊິກ, ການປະຕິບັດພັນທະຄວາມໂປ່ງໃສໃນການແຈ້ງມາດຕະການທາງການຄ້າຂອງປະເທດສະມາຊິກ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນກິດຈະກໍາຂອງຄະນະກໍາມະການອໍານວຍຄວາມສະດວກແຫ່ງຊາດຂອງແຕ່ລະປະເທດສະມາຊິກ.

IMG_0081

ນອກຈາກນີ້, ກອງປະຊຸມຍັງໄດ້ພົບປະກັບພາກທຸລະກິດຂອງອາຊຽນ ແລະ ສະພາທຸລະກິດຂອງປະເທດຄູ່ຮ່ວມເຈລະຈາ ຊຶ່ງຕາງໜ້າໂດຍສະພາທຸລະກິດຮ່ວມ ເພື່ອແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ປຶກສາຫາລືຂໍ້ສະເໜີຂອງພາກທຸລະກິດ ແລະ ແຜນການໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດ ແລະ ປັບປຸງວຽກງານການອໍານວຍຄວາມສະດວກທາງດ້ານການຄ້າໃນພາກພື້ນອາຊຽນ.

ກອງປະຊຸມໄດ້ປິດລົງໃນຕອນແລງຂອງວັນທີ 15 ມັງກອນ 2024

ຂ່າວ-ພາບ: ໄພວັນ ໂຄດວັນທາ ຂ່າວສານ ອຄ

About -