ປາຖະກະຖາ 2 ວັນສໍາຄັນຂອງຊາດ
By ໄພວັນ On 13 Jan, 2024 At 11:57 AM | Categorized As ຂ່າວສຳຄັນ | With 0 Comments

IMG_0202

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດຂອງ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີປາຖະກະຖາຂຶ້ນ  ໃນວັນທີ 12 ມັງກອນ 2024 ທີ່ກະຊວງ ອຄ ໃຫ້ກຽດເຂົ້າຮ່ວມໂດຍທ່ານມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ,  ທ່ານ ບົວສອນ ບຸບຜາວັນ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພົນຕີ ກິລະກອນ ບຸນນະຜົນ ອາດີດກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ອາດີດຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຮອງເລຂາຄະນະພັກ, ບັນດາສະຫາຍເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກ, ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມ.

IMG_0071

ໃນວາລະທໍາອິດ ທ່ານ ພົນຕີ ກິລະກອນ ບຸນນະຜົນ ໄດ້ຜ່ານເນື້ອໃນເອກະສານ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີເນື້ອໃນເອກະສານ ໄດ້ເວົ້າເຖິງ ປະຫວັດການກໍາເນີດ ຂອງກອງທັບປະຊາຊົນລາວ, ຜົນງານໄຊຊະນະ, ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ແຕ່ລະໄລຍະ, ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດ ຂອງກອງທັບປະຊາຊົນລາວ ແລະ ແນວທາງເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມ ຂອງຕົນ, ກອງທັບປະຊາຊົນເຮົາຈະຕັ້ງໜ້າປະຕິບັດບັນດາໜ້າທີ່ໃນຕໍ່ໜ້າ. ຈຸດປະສົງ ເພື່ອໂຄສະນາ, ສຶກສາອົບຮົມມູນເຊື້ອພິລະອາດຫານ ແລະ ຜົນງານອັນໃຫຍ່ຫຼວງ ທີ່ກອງທັບ ແລະ ປະຊາຊົນລາວ ຍາດມາໄດ້ຕະຫຼອດ 75 ປີິ ທີ່ຜ່ານມາ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ໂດຍແນໃສ່ສຶກສາອົບຮົມສະມາຊິກພັກ, ພະນັກງານ, ປະຊາຊົນຊັ້ນຄົນຕ່າງໆ ໃຫ້ມີຈິດໃຈຮັກຊາດ, ຮັກລະບອບໃໝ່, ຮັກລະບອບປະຊາທິປະໄຕ ປະຊາຊົນ, ສ້າງຄວາມສາມັກຄີ ໃຫ້ເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ ເພິ່ງຕົນເອງ, ມີສະຕິລະວັງຕົວຕໍ່ກົນອຸບາຍທຳລາຍມ້າງເພຂອງອິດທິກຳລັງປໍລະປັກ ແລະ ເປັນເຈົ້າການເຂົ້າຮ່ວມການປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ.

IMG_0122

ວາລະທີສອງ ໄດ້ຮັບຟັງເນື້ອໃນເອກະສານ ວັນເກີດຂອງ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ສະເໜີ ໂດຍ ທ່ານ ບົວສອນ ບຸບຜາວັນ ເນື້ອໃນຂອງເອກະສານໄດ້ເວົ້າເຖິງຈຸດເລີ່ມຕົ້ນການເຄື່ອນໄຫວປະຕິວັດ ຂອງທ່ານ ຄໍາໄຕ ສີພັນດອນ ແລະ ໃຫ້ສືບຕໍ່ຕັ້ງໜ້າຄົ້ນຄວ້າຮຽນຮູ້ ແລະ ເສີມຂະຫຍາຍຄຸນງາມຄວາມດີຂອງທ່ານຄໍາໄຕສີພັນດອນຕໍ່ໄປ. ໂດຍມີຈຸດປະສົງເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານງານຫຼັກແຫຼ່ງທົ່ວກະຊວງອຸດສາຫະກໍາ ແລະ ການຄ້າ ມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ, ​ຜົນງານການສ້າງສາພັດທະນາປະເທດຊາດ ກໍຄືຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ປະທານ ຄຳໄຕ ສີພັນດອນ ທີ່ມີຕໍ່ປະເທດຊາດ ແລະ ການປະຕິວັດ, ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີເປັນປຶກແຜ່ນແໜ້ນໜາຂອງບັນດາຊົນເຜົ່າ, ຊັ້ນຄົນ, ເພດ, ​ໄວ ເພື່ອຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດ, ຄຸນງາມຄວາມດີ ແລະ ການອຸທິດປັນຍາອັນໃຫຍ່ຫຼວງຂອງພະນັກງານປະຕິວັດອາວຸໂສ ທີ່ໄດ້ບຸກເບິີກເສັ້ນທາງການປະຕິວັດໃນເມື່ອກ່ອນ ເພື່ອສ້າງຂະບວນການສຶກສາອົບຮົມນໍ້າໃຈບຸກບຶນຫ້າວຫັນປະຕິບັດພາຍໃຕ້ການນຳພາຂອງພັກ​ ແລະ ຜົນສຳ​ເລັດ​ຂອງ​ວຽກ​ງານ​ຕ່າງໆ ທີ່​ປະ​ເທດ​ຊາດ​ຍາດ​ມາ​ໄດ້​ແຕ່​ອາ​ດິດ​ເຖິງປັດຈຸ​ບັນ​ໃຫ້​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ ​ແລະ ​ເນື້ອ​ໃນ​ເລິກ​ເຊິ່ງ.

IMG_0214

ຂ່າວ-ພາບ: ໄພວັນ ໂຄດວັນທາ ຂ່າວສານ ອຄ

About -