ເອກອັກຄະລັດຖະທູດ ສປ. ຈີນ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ລາວ
By phaikhame evilay On 5 Jan, 2024 At 02:49 PM | Categorized As ຂ່າວສຳຄັນ | With 0 Comments

IMG_0007,1

            ໃນຕອນ​ເຊົ້າເວລາ 9: 30 ໂມງ ຂອງວັນທີ 05 ມັງກອນ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫວັງ ຊ່າງ (Wang Chang), ເອກອັກຄະລັດຖະທູດ ສປ. ຈີນ ປະຈໍາລາວ ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລື ກັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ລາວ ມີຜູ້ຕາງໜ້າເຂົ້າຮ່ວມ ຫົວໜ້າກົມ ຮອງຫົວໜ້າກົມ ຫົວໜ້າພະແນກອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າຍ ປະມານ 13 ກວ່າທ່ານ.

 IMG_0020,2

          ໂອກາດນີ້  ທ່ານ  ມະໄລທອງ ກົມມະສິດ ລັດຖະມົນຕີ  ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່  ທ່ານ ຫວັງ ຊ່າງ (Wang Chang),  ເອກອັກຄະທູດ ສປ ຈີນ ປະຈໍາລາວ  ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເຊິ່ງ ທ່ານທູດ ໄດ້ສົນທະນາກ່ຽວກັບວຽກງານການຮ່ວມມື ການພົວພັນດ້ານການຄ້າ, ການລົງທຶນ ລະຫວ່າງ ສປປ ລາວ-ສປ. ຈີນ. ແລະ ພິທີມອບ-ຮັບອຸປະກອນການກະກຽມການເປັນປະທານອາຊຽນປີ 2024 ສໍາລັບເສົາຄໍ້າເສດຖະກິດ ຂອງ ສປປ ລາວ ແລະ ສປ. ຈີນ ມີສາຍພົວພັນຮ່ວມມືກັນຢ່າງສະໜິດແໜ້ນ ທີ່ມີມູນເຊື້ອມາເປັນເວລາຍາວນານ ແລະ ທັງເປັນຄູ່ຮ່ວມສະຕາກໍາຮ່ວມກັນຕາມການຕົກລົງຂອງຜູ້ນໍາທັງສອງປະເທດ. ຜ່ານມາ ສປ. ຈີນ ກໍ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ມາໂດຍຕະຫຼອດ ບໍ່ວ່າຈະເປັນໃນດ້ານເສດຖະກິດການຄ້າ, ສາທາລະນະສຸກ ແລະ ການຮ່ວມມືດ້ານວິຊາການອື່ນໆ.

IMG_0029,3

        ໃນໂອກາດພິທີມອບ-ຮັບອຸປະກອນໃນຄັ້ງນີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພັກ ແລະ ລັດຖະບານ ສປ. ຈີນ ເວົ້າລວມ, ເວົ້າສະເພາະສະຖານເອກອັກຄະລັດຖະທູດ ສປ. ຈີນ ປະຈໍາ ສປປ ລາວ ທີ່ໄດ້ມອບອຸປະກອນຮັບໃຊ້ການເປັນປະທານອາຊຽນ ປີ 2024 ໃຫ້ແກ່ກະຊວງອຸດສາຫະກໍາ ແລະ ການຄ້າ ໃນຖານະເປັນໜ່ວຍງານຮັບຜິດຊອບຫຼັກການຮ່ວມມືພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ ເປັນຕົ້ນ ຄອມພິວເຕີຕັ້ງໂຕະ 03 ເຄື່ອງ,  ຄອມພິວເຕີໂນດບຸກ 03 ເຄື່ອງ ລວມເປັນມູນຄ່າທັງໝົດ 6,000 ໂດລາສະຫະລັດ. ການສະໜັບສະໜູນໃນຄັ້ງນີ້ ຈະເປັນການປະ ກອບສ່ວນສໍາຄັນເຂົ້າໃນການກະກຽມເປັນເຈົ້າພາບ ແລະ ເປັນປະ ທານອາຊຽນ ປີ 2024 ຂອງ ສປປ ລາວ.

ທ້າຍນີ້ ທ່ານ ລັດຖະມົນຕີ ຕາງໜ້າໃຫ້ຄະນະພັກ-ຄະນະນໍາກະຊວງ ອຸດສາຫະກໍາ ແລະ ການຄ້າ ສະແດງຄວາມຂອບໃຈມາຍັງ ທ່ານການທູດ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການສະໜັບສະໜູນໃນຄັ້ງນີ້ ແລະ ເນື່ອງໃນໂອກາດ ປີໃໝ່ສາກົນ 2024 ຫາກໍ່ຜ່ານພົ້ນໄປມໍ່ໆນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ທ່ານການທູດ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ, ມີພາລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານ.

ຂ່າວ-ພາບ: ໄພຄໍາອີ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກະຊວງ ອຄ.