ການຕິດຕາມ, ກວດກາ ສິນຄ້ານອກລະບົບ ປະເພດຊີ້ນ, ຜະລິດຕະພັນສັດ ແຊ່ແຂງ ທີ່ລັກລອບນໍາເຂົ້າຈາກຕ່າງປະເທດ
By ໄພວັນ On 31 Dec, 2023 At 07:23 PM | Categorized As ຂ່າວພາຍໃນ, ອື່ນໆ | With 0 Comments

4

ໃນຕອນເຊົ້າຂອງວັນທີ 29 ທັນວາ 2023 ໄດ້ຮັບຂໍ້ມູນຈາກພົນລະເມືອງດີ ວ່າມີການຂົນ, ຂ່ຽນຖ່າຍເຄື່ອງຂອງຈາກລົດບັນທຸກ 22 ລໍ້ ໃສ່ລົດກະບະ ແຕ່ເຊົ້າມືດ ທີ່ສົງໃສວ່າມີການລະເມີດ ຢູ່ເດີ່ນດິນເປົ່າວ່າງ ຮ່ອມ 2 ເຂດບ້ານ ໂຊກຄຳ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

2

ຄະນະກວດກາ ແລະ ແກ້ໄຂການຄ້າສິນຄ້ານອກລະບົບ ກະຊວງອຸດສາຫະກໍາ ແລະ ການຄ້າ ຈິ່ງໄດ້ຊີ້ນໍາໃຫ້ຄະນະເຈົ້າໜ້າທີ່ກວດກາການຄ້າ, ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ລົງກວດກາສະພາບຕົວຈິງ ພົບເຫັນມີສິນຄ້າເທິງລົດບັນທຸກເຄື່ອງ ຂະໜາດ 22 ລໍ້ ເປັນຜະລິດຕະພັນຊີ້ນແຊ່ແຂງ ປະກອບມີຊີ້ນງົວ, ຂາໝູ ແລະ ຕີນໄກ່ ບໍ່ມີເອກະສານຕິດຕາມສິນຄ້າ. ສະນັ້ນ, ທາງຄະນະເຈົ້າໜ້າທີ່ ຈິ່ງໄດ້ຍຶດສິນຄ້າໄວ້ຊົ່ວຄາວ ແລ້ວນໍາສິນຄ້າໄປໄວ້ສາງເຢັນ ແລະ ກວດນັບຕົວຈິງ ລາຍລະອຽດດັ່ງນີ້:

-        ຊີ້ນງົວຜະລິດຕະພັນ ຈາກປະເທດອິນເດຍ ກາ black gold ແກັດຂະໜາດ 25 ກິໂລກຣາມ ຈຳນວນ 20 ແກັດ  ເທົ່າກັບ 500 ກິໂລກຣາມ.

-        ຊີ້ນງົວຜະລິດຕະພັນ ຈາກປະເທດອິນເດຍ ກາ black gold ແກັດຂະໜາດ 20 ກິໂລກຣາມ ຈຳນວນ 85 ແກັດ ເທົ່າກັບ 1,700 ກິໂລກຣາມ.

-        ຊີ້ນງົວ ກາ Green Bull ແກັດຂະໜາດ 20 ກິໂລກຣາມ ຈຳນວນ 5 ແກັດ ເທົ່າກັບ 100 ກິໂລກຣາມ.

-        ຂາໝູ ຜະລິດຕະພັນຈາກ ປະເທດເບຊິນ ແກັດຂະໜາດ 18-20 ກິໂລກຣາມ ຈຳນວນ 25 ແກັດ ເທົ່າກັບ 459 ກິໂລກຣາມ.

-        ຕີນໄກ່ ຜະລິດຕະພັນ CP ຈາກປະເທດຫວຽດນາມ ແກັດຂະໜາດ 15 ກິໂລກຣາມ ຈຳນວນ 595 ແກັດ ເທົ່າກັບ 8,925 ກິໂລກຣາມ.

ສິນຄ້າລວມທັງໝົດມີ 730 ແກັດ ນ້ຳໜັກລວມ 11,684 ກິໂລກຣາມ (ຕາມສິ່ງຫຸ້ມຫໍ່) ຍັງບໍ່ໄດ້ປະເມີນມູນຄ່າ.

6

ດັ່ງນັ້ນ, ຄະນະເຈົ້າໜ້າທີ່ກວດກາການຄ້າ ຈິ່ງໄດ້ຍຶດສິນຄ້າຈຳນວນດັ່ງກ່າວໄວ້ຊົ່ວຄາວ ໂດຍໄດ້ນຳໄປຝາກໄວ້ທີ່ສາງເຢັນ ແລະ ໄດ້ເຮັດບົດບັນທຶກກວດກາ ກັບຜູ້ຮັບເໝົາຂົນສົ່ງເຄື່ອງດັ່ງກ່າວ ພ້ອມທັງລະບຸໃຫ້ຂຶ້ນມາແກ້ໄຂຄະດີ ຕາມລະບຽບການພາຍໃນ 3 ວັນລັດຖະການ ນັບແຕ່ມື້ລົງກວດກາເປັນຕົ້ນໄປ.

ສິນຄ້າຈໍານວນດັ່ງກ່າວ ເປັນສິນຄ້າທີ່ລັກລອບນໍາເຂົ້າມາແບບນອກລະບົບ, ບໍ່ຜ່ານການຢັ້ງຢືນດ້ານສຸຂະອານາໄມສັດ ແລະ ມີການຂົນສົ່ງທີ່ບໍ່ຖືກຕ້ອງຫຼັກການສຸຂະອານາໄມ ທີ່ຂະແໜງການກ່ຽວຂ້ອງກຳນົດ.

ຮຽກຮ້ອງມາຍັງທົ່ວສັງຄົມເພື່ອເປັນຫູເປັນຕາຊ່ວຍພະນັກງານ, ເຈົ້າໜ້າທີ່ພວກເຮົາ ໃນການປາບປາມການຄ້າສິນຄ້ານອກລະບົບ ເພື່ອປະກອບສ່ວນຊ່ວຍສ້າງສາພັດທະນາປະເທດຊາດ. (ຖ້າພົບເຫັນສາມາດແຈ້ງສາຍດ່ວນປົກປ້ອງຜູ້ຊົມໃຊ້ 1510).

ຂ່າວ-ພາບ: ໄພວັນ ໂຄດວັນທາ ຂ່າວສານ ອຄ

About -