ທສວ ສະໜອງທຶນໃຫ້ທະນາຄານທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ເພື່ອສົ່ງເສີມເອັສເອັມອີ
By ໄພວັນ On 29 Dec, 2023 At 11:12 AM | Categorized As ຂ່າວສຳຄັນ | With 0 Comments

3

ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ຈັດກອງປະຊຸມສະ   ໄໝສາມັນຄັ້ງທີ II ຂອງສະພາບໍລິຫານກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂຶ້ນ ໃນວັນທີ 28 ທັນວາ 2023 ທີ່ໂຮງແຮມ ຄຣາວພາຊາ ວຽງຈັນ ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ), ປະທານສະພາບໍລິຫານ ທສວ ໂດຍມີສະມາຊິກສະພາບໍລິຫານ ແລະ ກອງເລຂາ ທສວ ເຂົ້າຮ່ວມລວມທັງໝົດ 21 ທ່ານ.

ກອງປະຊຸມໃນຄັ້ງນີ້ ແມ່ນຈັດຂຶ້ນເປັນຄັ້ງທີສອງ ຂອງສະມາຊິກສະພາບໍລິຫານ ທສວ ຊຸດໃໝ່, ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດຜົນກອງປະຊຸມສະໄໝສາມັນ ຄັ້ງທີ I ຜ່ານມາ ແລະ ແຜນວຽກຈຸດສຸມໃນປີຕໍ່ໜ້າ ພ້ອມທັງພິຈາລະນາຮັບຮອງ ແລະ ຂໍທິດຊີ້ນໍາ ຈາກຄະນະສະພາບໍລິຫານ ໃນບາງວຽກງານດັ່ງລຸ່ມນີ້:

1.        ພິຈາລະນາຮັບຮອງ ການຈັດຕັ້ງປະຕິບັດວຽກງານປະຈຳປີ 2023 ແລະ ທິດທາງແຜນການເຄື່ອນໄຫວວຽກງານປີ 2024;

2.        ພິຈາລະນາຮັບຮອງແຜນ ງົບປະມານ ປະຈຳປີ 2024 ບ້ວງເງິນປະກອບຂອງລັດຖະບານ;

3.        ພິຈາລະນາຮັບຮອງຜົນການຄັດເລືອກ ສະຖາບັນການເງິນ ແລະ ຈນກ ດີເດັ່ນ ໃນການນຳໃຊ້ທຶນຂອງ ທສວ ປະຈຳປີ 2023;

4.        ສະເໜີຂໍທິດຊີ້ນຳ ການຈັດສັນທຶນບ້ວງເງິນປະກອບທຶນຂອງລັດຖະບານ ແລະ ບ້ວງສະສົມຂອງ ທສວ ປະຈຳປີ 2024 ໃຫ້ສະຖາບັນການເງິນ;

5.        ສະເໜີຂໍທິດຊີ້ນຳ ເພີ່ມງົບປະມານຈາກ 30 ລ້ານກີບ ເປັນ 50 ລ້ານກີບ ຂອງບ້ວງບູລິມະສິດສຳລັບ 18 ແຂວງ;

6.        ສະເໜີຂໍທິດຊີ້ນຳ ຈັດຈ້າງພະນັກງານຜູ້ຊ່ວຍວຽກສິນເຊື່ອ.

4

ນອກຈາກນີ້, ທສວ ຍັງໄດ້ຈັດພິທີສະໜອງທຶນ ລະຫວ່າງ ທສວ ແລະ ທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ເພື່ອນໍາໄປສະໜອງສິນເຊື່ອໃຫ້ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ). ໃນນັ້ນ, ບ້ວງເງິນປະກອບທຶນຂອງລັດຖະບານໃຫ້ ທສວ ປະຈໍາ 6 ເດືອນທ້າຍປີ 2023 ຈຳນວນ 91 ຕື້ກີບ ໃຫ້ 06 ທະນາຄານທຸລະກິດຄື: u ທະນາຄານພັດທະນາລາວ ມູນຄ່າ 20 ຕື້ກີບ, v ທະນາຄານໄຊງ່ອນເທືອງຕິ່ນ ລາວ ມູນຄ່າ 15 ຕື້ກີບ, w ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ມູນຄ່າ 15 ຕື້ກີບ, x ທະນາຄານມາຣູຮານເຈແປນ ລາວ ມູນຄ່າ 10 ຕື້ກີບ, y ທະນາຄານຫວຽດຕິນ ລາວ ມູນຄ່າ 20 ຕື້ກີບ ແລະ ການຄ້າຕ່າງປະເທດລາວ ມູນຄ່າ 11 ຕື້ກີບ; ບ້ວງເງິນໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ຈຳນວນ 24,6 ຕື້ກີບ ໃຫ້ 2 ທະນາຄານ ຄື: ທະນາຄານຮ່ວມທຸລະກິດ ລາວຫວຽດ ມູນຄ່າ 1,98 ຕື້ກີບ ແລະ ທະນາຄານຫວຽດຕິນ ລາວ ມູນຄ່າ 22,62 ຕື້ກີບ ແລະ ບ້ວງເງິນສະສົມຂອງ ທສວ ຈຳນວນ 2,29 ຕື້ກີບ ໃຫ້ 3 ສະຖາບັນການເງິນຈຸລະພາກ ຄື: u ສກຈຮ ຈໍາປາລາວ ມູນຄ່າ 792 ລ້ານກີບ, v ສກຈບ ສົມບູນຊັບ ມູນຄ່າ 500 ລ້ານກີບ ແລະ w ສກຈບ ໄຊຍະວົງແສງ ມູນຄ່າ 01 ຕື້ກີບ.

5

ເຂົ້າຮ່ວມເປັນສັກຂີພະຍານໃນພິທີເຊັນສັນຍາຄັ້ງນີ້ໂດຍແມ່ນ ທ່ານ ມະໄລທອງ ກົມມະສິດ, ມີສະມາຊິກສະພາບໍລິຫານ ທສວ, ບັນດາສະຖາບັນການເງິນທີ່ເຊັນສັນຍາຄັ້ງນີ້ ແລະ ກອງເລຂາ ທສວ  ລວມທັງໝົດ ຈໍານວນ 51 ທ່ານ.

ຂ່າວ-ພາບ: ໜັງສືພີມເສດຖະກິດການຄ້າ

ລົງຂ່າວໂດຍ: ໄພວັນ ໂຄດວັນທາ ຂ່າວສານ ອຄ

About -