ອຄ ສຳມະນາວິທະຍາສາດວຽກງານສະກັດກັ້ນການສໍ້ລາດບັງຫຼວງ
By ໄພວັນ On 29 Dec, 2023 At 09:51 AM | Categorized As ຂ່າວສຳຄັນ | With 0 Comments

IMG_0108

ກົມ​ກວດ​ກາ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ(ອ​ຄ) ຈັດ​ກອງ​ປະ​ຊຸມ ສຳມະນາວິທະຍາສາດວຽກງານສະກັດກັ້ນການສໍ້ລາດບັງຫຼວງ ຂຶ້ນ​ໃນ​ວັນ​ທີ 26 ທັນ​ວາ 2023 ທີ່​ກະ​ຊວງ ອ​ຄ ເຂົ້າ​ຮ່ວມ​ເປັນ​ປະ​ທານ​ຂອງ​ທ່ານ ນາງ ຈັນ​ສຸກ ແສງ​ພະ​ຈັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ ອ​ຄ, ມີພະນັກງານ-ລັດຖະກອນລວມເຖິງບັນດາບໍລິສັດ ແລະ ລັດວິສາຫະກິດ ອ້ອມຂ້າງກະຊວງ ອ​ຄ ເຂົ້າຮ່ວມ

IMG_0034

ທ່ານ ນາງ ຈັນ​ສຸກ ແສງ​ພະ​ຈັນ ​ໄດ້​ກ່າວ​ວ່າ: ໄປຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ  ລັດຖະບານ ໄດ້ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະໄດ້ມີນະໂຍບາຍຢ່າງຈະແຈ້ງ ແລະ ເດັດຂາດ ໃນການຕ້ານການສໍ້ລາດບັງຫຼວງເຊິ່ງ ເປັນສິ່ງກິດຂວາງ ແລະ ອຸປະສັກຕໍ່ການພັດທະນາ.

ການສໍ້ລາດບັງຫຼວງແມ່ນອາຊະຍາກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພາກລັດ, ເປັນໄພອັນຕະລາຍອັນໃຫຍ່ຫຼວງທີ່ສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ; ການສໍ້ລາດບັງຫຼວງເປັນການຕັດຮອນເອົາລາຍໄດ້ຂອງຊາດ, ຕັດຮອນເອົາງົບປະມານໃນໂຄງການພັດທະນາຕ່າງໆຂອງລັດ ເຮັດໃຫ້ຄຸນນະພາບຂອງໂຄງການເຫຼົ່ານັ້ນຕ່ຳ,ຕັດຮອນເອົາລາຍຮັບຂອງລວມໝູ່ກໍຄືຂອງພົນລະເມືອງດ້ວຍຫຼາຍຮູບຫຼາຍວິທີທີ່ເລິກແລບແນບນຽນທີ່ສຸດ, ເຮັດໃຫ້ລັດ ແລະ ພົນລະເມືອງເສຍລາຍຮັບໃນແຕ່ລະປີເປັນຈໍານວນບໍ່ໜ້ອຍ; ການສໍ້ລາດບັງຫຼວງຍັງເປັນການສະ ແດງອອກຢ່າງເປີດແປນໃນການລະເມີດກົດໝາຍ-ລະບຽບການຕ່າງໆຂອງລັດ ແລະ ການຂາດຄຸນນະທໍາ,ຂາດຈັນຍາບັນ, ຈັນຍາທຳຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດໃນອົງການຈັດຕັ້ງຂອງລັດ ແລະ ເອກະຊົນ;ກໍໃຫ້ເກີດມີກຸ່ມກ້ອນ, ພັກພວກ, ຄອບຄົວ-ຈຸ້ມເຈື້ອ-ພີ່ນ້ອງຮ່ວມຜົນປະໂຫຍດທາງເສດຖະກິດ, ການເມືອງ ແລະ ນໍາໄປເຖິງຄວາມບໍ່ເປັນເອກະພາບ, ເກີດມີຄວາມແຕກແຍກໃນວົງການນຳ ແລະ ສັງຄົມ; ພຶດຕິກຳຂອງການສໍ້ລາດບັງຫຼວງໄດ້ສະແດງອອກດ້ວຍຫຼາຍຮູບແບບແຕກຕ່າງກັນສະຫຼັບສັບຊ້ອນມີລັກສະນະສັບສົນ, ມີຢູ່ໃນວົງແຄບ ບຸກຄົນ, ກຸ່ມຄົນ ແລະ ກວ້າງໃຫຍ່ອອກສູ່ການຈັດຕັ້ງ, ກຸ່ມຄົນ, ເຈົ້າໜ້າທີ່ລັດ, ເອກະຊົນ ຫຼື ຜູ້ປະກອບການ ມີທັງການ ເຄື່ອນໄຫວຂ້າມຊາດ ແລະ ອື່ນໆ.

IMG_0111

ໂດຍເຫັນໄດ້ຜົນສະທ້ອນອັນໃຫຍ່ຫຼວງ  ແລະ ໄພອັນຕະລາຍທີ່ຮ້າຍແຮງຄືດັ່ງກ່າວ ສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ຈຶ່ງຖືສໍາຄັນ  ແລະ  ເອົາໃຈໃສ່ຕໍ່ກັບການສະກັດກັ້ນ  ແລະ ຕ້ານການສໍ້ລາດບັງຫຼວງ,. ຕະຫຼອດໄລຍະເວລາທີ່ຜ່ານມາ, ພັກ-ລັດພວກເຮົາໄດ້ເອົາໃຈໃສ່ວາງນະໂຍບາຍ, ອອກມະຕິ, ຄໍາສັ່ງ ວ່າດ້ວຍວຽກງານກວດກາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ອອກກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ໄດ້ອອກນິຕິກໍາລຸ່ມກົດໝາຍຈໍານວນໜຶ່ງ ເຊັ່ນ: ຍຸດທະສາດຕ້ານການສໍ້ລາດບັງຫຼວງ; ດຳລັດວ່າ ດ້ວຍການແຈ້ງຊັບສິນຂອງພະນັກງານ-ລັດຖະກອນທຸກຂັ້ນ; ດຳລັດ ວ່າດ້ວຍການປະຢັດ ແລະ ຕ້ານ ການຟຸມເຟືອຍ; ດຳລັດ ວ່າດ້ວຍການຕິດຕາມ-ກວດກາ ການລົງທຶນຂອງລັດເລີ່ມແຕ່ຫົວທີ ແລະ ນິຕິກຳອື່ນໆ ເພື່ອເປັນບ່ອນອີງໃນການໂຄສະນາສຶກສາອົບຮົມພະນັກງານ-ລັດຖະກອນໃຫ້ຮັບຮູ້-ເຂົ້າໃຈ ແລະ ເຫັນໄດ້ຜົນຮ້າຍກໍຄືໄພອັນຕະລາຍຂອງການສໍ້ລາດບັງຫຼວງທັງເປັນເຄື່ອງມືໃນການຕິດຕາມ-ກວດກາ, ສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ, ໃນນັ້ນກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງໄດ້ກໍານົດແຈ້ງສິດໜ້າທີ່ຂອງອົງການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ ແລະ 12 ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ, 14 ຂໍ້ຫ້າມສໍາລັບພະນັກງານກໍຄືເຈົ້າໜ້າທີ່ລັດ; ປະມວນກົດໝາຍອາຍາໄດ້ກໍານົດແຈ້ງມາດຕະການລົງໂທດທາງອາຍາຕໍ່ການກະທໍາຜິດຖານສໍ້ລາດບັງຫຼວງ; ກົດໝາຍວ່າດ້ວຍການກວດກາລັດໄດ້ກຳນົດແຈ້ງພາລະບົດບາດ, ສິດໜ້າທີ່ຂອງອົງການກວດກາລັດກໍຄືອົງການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນໃນການຕິດຕາມ-ກວດ ກາ ແລະ ສືບສວນ-ສອບສວນການສໍ້ລາດບັງຫຼວງ; ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນໄດ້ກໍານົດມາດຕະການລົງວິໄນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ນອກຈາກນັ້ນຍັງມີກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ; ກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ, ກົດໝາຍວ່າດ້ວຍການຕ້ານການຟອກເງິນ   ແລະ  ສ ະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ກົດໝາຍວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ທີ່ກໍານົດມາດຕະການຕ້ານການຟອກເງິນ  ແລະ  ການສົ່ງຜູ້ຮ້າຍຂ້າມແດນ  ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງລ້ວນແຕ່ໄດ້ກຳນົດບັນດາມາດຕະການທາງດ້ານວິໄນ ຫຼື ລົງໂທດຕໍ່ຜູ້ລະເມີດ-ຝ່າຝືນລະບຽບ-ກົດ    ໝາຍ.

IMG_0056

ທ່ານໄດ້ກ່າວຕື່ມວ່າ: ໃນໄລຍຜ່ານມາຄະນະພັກ, ຄະນະນຳກໍ່ຄືຄະນະກວດກາແຕ່ລະຂັ້ນຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໄດ້ຖືສຳຄັນວຽກງານດັ່ງກ່າວ ໂດຍໄດ້ໂຄສະນາ ສຶກສາອົບຮົມສ້າງສະຕິກົດໝາຍ, ລະບຽບການຕ່າງໆ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ພະນັກງານ-ລັດຖະກອນຂອງຕົນດ້ວຍຫຼາຍວິທີເພື່ອສ້າງສະຕິ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ. ກອງປະຊຸມສຳມະນາຄັ້ງນີ້ຍິ່ງມີຄວາມສຳຄັນຫຼາຍ ເພາະວ່າພວກເຮົາຈະໄດ້ຮັບຟັງການນຳສະເໜີຈາກຜູ້ທີ່ມີປະສົບການສູງຈາກອົງການກວດກາແຫ່ງລັດ ກ່ຽວກັບວຽກງານດັ່ງກ່າວ.

ຂ່າວ-ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ຫອຄ.

About -