ເປີດໂຄງການພັດທະນານິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ ໄລຍະ 2
By ໄພວັນ On 26 Dec, 2023 At 01:18 PM | Categorized As ຂ່າວສຳຄັນ | With 0 Comments

IMG_0418

ບໍລິສັດ ລາວວີຕາ ພັດທະນາ ຈຳກັດ ໄດ້ຊ່ວຍເຫຼືອລ້າໃນການກໍ່ສ້າງ-ຕິດຕັ້ງໄຟເຍືອງທາງ ໂຊລ່າເຊວ ແລະ ປູກຕົ້ນໄມ້ປະດັບ ມູນຄ່າ 5 ຕື້ກວ່າກີບ ມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນຄຸ້ມຄອງຮັກ ພ້ອມດຽວກັນນີ້, ທາງບໍລິສັດກຽມດໍາເນີນໂຄງການໄລຍະ 2 ເນື້ອທີ່ 142 ເຮັກຕາ.

IMG_0345

ພິທີມອບ-ຮັບໂຄງການກໍ່ສ້າງ ແລະ ຕິດຕັ້ງໄຟເຍືອງທາງໂຊລ່າເຊວ ແລະ ການປູກດອກໄມ້-ຕົ້ນໄມ້ປະດັບ ລະຫວ່າງ ບໍລິສັດ ລາວວີຕາ ພັດທະນາ ຈໍາກັດ ແລະ ອົງການປັກຄອງນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນເມື່ອວັນທີ 22 ທັນວາ 2023 ທີ່ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ ໂນນທອງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ; ທ່ານ ບຸນເຖິງ ດວງສະຫັວນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ; ທ່ານ ປອ.ເກດແກ້ວ ສີຫາລາດ ຮອງປະທານຄະນະກໍາມາການ ເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ພູຂົງ ວັນນະວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ; ບັນດາທ່ານຮອງລັດຖະມົນຕີທີ່ກ່ຽວຂ້ອງ; ບັນດາທ່ານອະດີດການນໍາກະຊວງອຸດສາຫະກໍາ ແລະ ການຄ້າ.

ທາງບໍລິສັດ ເຜີຍວ່າ ໂຄງການກໍ່ສ້າງໄຟເຍືອງທາງ ແລະ ຕົ້ນໄມ້ປະດັບດັ່ງກ່າວ ແມ່ນແນໃສ່ສ້າງຄວາມສະດວກ, ປອດໄພໃນການສັນຈອນ ສອດຄ່ອງກັບຄໍາຂວັນ 6 ສ. ຂອງນະຄອນຫຼວງໂດຍສະເພາະແມ່ນ ສ. ສະຫວ່າງ ແລະ ສ.ສີຂຽວ ເຊິ່ງມີຄວາມຍາວ 6 ກີໂລແມັດ ມູນຄ່າການກໍ່ສ້າງ ປະມານ 5.574.734.500 ກີບ ພາຍຫຼັງມີການກໍ່ສ້າງສໍາເລັດຈິ່ງໄດ້ມອບໂຄງການດັ່ງກ່າວໃຫ້ນະຄອນຫຼວງວຽງຈັນ ໃນການຄຸ້ມຄອງນໍາໃຊ້ ແລະ ໃຫ້ບັນດາບ້ານອ້ອມຂ້າງເປັນເຈົ້າການປົກປັກຮັກສາ.

IMG_0558

ທາງບໍລິສັດ ຍັງຖືເອົາໂອກາດດັ່ງກ່າວຈັດພິທີ ຂຶ້ນຫ້ອງການໃໝ່ ຂອງຄະນະຄຸ້ມຄອງບໍລິຫານ ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ ໂນນທອງ ແລະ ເປີດໂຄງການພັດທະນານິຄົມ ໄລຍະ 2 ເນື້ອທີ່ 142 ເຮັກຕາ ເຊິ່ງທ່ານ ເຊີນ ຊີ ເສີນ ຜູ້ພັດທະນາ, ຜູ້ອຳນວຍການບໍລິສັດລາວວີຕາ ພັດທະນາ ຈຳກັດ ໄດ້ໃຫ້ຮູ້ວ່າ: ໂຄງການພັດທະນາ ໄລຍະທີ 1 ໄດ້ເລີ່ມດໍາເນີນການມາແຕ່ ປີ 2009 (ເນື້ອທີ່ 110 ເຮັກຕາ); ປັດຈຸບັນໄດ້ສຳເລັດການພັດທະນາ ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກສຳລັບການລົງທຶນພາກອຸດສາຫະກຳ ແລະ ການບໍລິການທີ່ກ່ຽວຂ້ອງ. ປັດຈຸບັນມີ ຫລາຍກວ່າ 70 ບໍລິ ສັດຂອງຕ່າງປະເທດ ໄດ້ເຂົ້າມາຈົດທະບຽນ ແລະ ດຳເນີນທຸລະກິດຢູ່ໃນເຂດນິຄົມ, ໃນນັ້ນ, ຫລາຍກວ່າ 30 ບໍລິສັດ ໄດ້ດຳເນີນການຜະລິດ ແລະ ສົ່ງອອກ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວຫລາຍກວ່າ 7.000 ຕຳແໜ່ງງານ. ຄຽງຄູ່ກັນນັ້ນ, ນິຄົມພວກເຮົາ ຍັງໄດ້ມີໂຮງຮຽນວິຊາຊີບ ເພື່ອສົ່ງເສີມ ແລະ ພັດທະນາສີມືແຮງງານ, ພັດທະນາຄວາມຮູ້ ດ້ານວິຊາການ ແລະ ເຕັກນິກ, ມີໂຮງຮຽນລ້ຽງເດັກ, ອານຸບານ ແລະ ປະຖົມ ເພື່ອອຳນວຍຄວາມສະດວກໃຫ້ພະນັກງານ ກຳມະກອນຜູ້ທີ່ເປັນພໍ່ແມ່ ຫລື ຜູ້ປົກຄອງ ໄດ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ ປະຕິບັດໜ້າທີ່ຢູ່ ໃນໂຮງຈັກໂຮງງານ ຢ່າງຕັ້ງໜ້າ.

IMG_0443

ແຜນພັດທະນາໃນຕໍ່ໜ້າ: ເລີ່ມແຕ່ເດືອນ ມັງກອນ 2024 ເປັນຕົ້ນໄປ ບໍລິສັດພວກເຮົາຈະໄດ້ເລີ່ມລົງມືບຸກເບີກ ແລະ ພັດທະນາ ນິຄົມ ໄລຍະ 2 ຢ່າງເປັນທາງການ ໂດຍມີເນື້ອທີ່ 142 ເຮັກຕາ, ຊື່ງເປັນດິນຕໍ່ແຜ່ນກັບເນື້ອທີ່ຂອງນິຄົມ ໄລຍະທີ 1 ເພື່ອເປັນການສືບຕໍ່ປະຕິບັດຄາດໝາຍການພັດທະນາທີ່ກຳນົດໄວ້ໃນສັນຍາຮ່ວມມື ກັບລັດຖະບານ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນການບຸກເບີກ ແລະ ພັດທະນາ ໂຄງການໄລຍະ 2 ນີ້ ກໍອາດຈະຍັງພົບບາງບັນຫາ ທີ່ຫຍຸ້ງຍາກ ໂດຍສະເພາະແມ່ນຄວາມລັ່ງເລ ໃນການຮັບເອົາຄ່າຊົດເຊີຍຂອງບຸກຄົນຈຳນວນໜຶ່ງ. ດັ່ງນັ້ນ, ຈິ່ງຂໍຮຽກຮ້ອງມາຍັງພາກສ່ວນກ່ຽວຂ້ອງຈົ່ງໄດ້ສືບຕໍ່ໃຫ້ການຮ່ວມມື, ອະທິບາຍຊີ້ແຈງເຫດຜົນ ແລະ ເປົ້າໝາຍການນຳໃຊ້ທີ່ດິນ ແມ່ນເພື່ອພັດທະນາເສດຖະກິດ-ສັງຄົມ ເປັນການສ້າງໂອກາດ ແລະ ເງື່ອນໄຂສຳລັບການຈ້າງງານໃຫ້ຫລາຍຂື້ນ, ຄົນລາວຈະໄດ້ມີອາຊີບ ແລະ ລາຍໄດ້ທີ່ໝັ້ນຄົງ, ບໍ່ແມ່ນການຍຶດຄອງເອົາດິນ ສະນັ້ນ ຈິ່ງຫວັງວ່າທຸກພາກສ່ວນຈະໃຫ້ການສະໜັບສະໜູນເພື່ອໃຫ້ການພັດທະນານິຄົມ ບັນລຸເປົ້າໝາຍຕາມແຜນທີ່ວາງໄວ້.

ຂ່າວ-ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ຫອຄ

About -