ເປີດໂຕເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າ ລຸ້ນທີ 3
By ໄພວັນ On 22 Dec, 2023 At 03:45 PM | Categorized As ຂ່າວສຳຄັນ | With 0 Comments

IMG_0137

ກົມ​ການ​ຄ້າ​ຕ່າງ​ປະ​ເທດ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອ​ຄ) ໄດ້​ຈັດ​ພິ​ທີ​ເປີດ​ໂຕ ເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ລຸ້ນທີ 3, ໃນ​ວັນ​ທີ 20 ທັນ​ວາ 2023 ທີ່​ໂຮງ​ແຮມຄາວ​ພາ​ຊ້າ ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ບຸນ​ເຖິງ ດວງ​ສະ​ຫວັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ ອ​ຄ, ມີ​ບັນ​ດາ​ທ່ານ ຈາກພາກລັດ, ອົງການຈັດຕັ້ງສາກົນ ແລະ ພາກ​ທຸ​ລະ​ກິດ​ເຂົ້າຮ່ວມ.

IMG_0011

​ທ່ານ ບຸນ​ເຖິງ ດວງ​ສະ​ຫວັນ​ ໄດ້​ກ່າວ​ວ່າ: ເວັບໄຊທ໌ສູນຂໍ້​ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ຫຼືLao PDR Trade Portal (LTP) ໄດ້ຖືກ​ສ້າງ​ຂຶ້ນ ແລະ ນໍາໃຊ້ນັບແຕ່ວັນທີ 22 ມິຖຸນາ 2012 ເປັນ​ຕົ້ນ​ມາ ໂດຍໄດ້ຮັບການສະໜັບສະໜູນຂອງໂຄງການພັດທະນາການຄ້າ ໄລຍະທີ 1 (TDF 1) ເຊິ່ງມາຮອດປັດ​ຈຸ​ບັນແມ່ນໄດ້ 11 ປີກວ່າແລ້ວ ແລະ ໃນເດືອນ​ມິ​ຖຸ​ນາ  2022  ໄດ້ມີການສະຫຼອງຄົບຮອບ 10 ປີ ຂອງເວັບໄຊທ໌ດັັ່ງກ່າວ ເຊິ່ງ LTPໄດ້ກາຍເປັນແຫຼ່ງຂໍ້​ມູນຂ່າວສານທາງດ້ານການຄ້າ ຜ່ານລະບົບອອນລາຍ ທີີ່ເປັນສູນລວມໃນການສະໜອງ​ຂໍ້​ມູນຂ່າວສານ, ບົດຄວາມ, ກົດໝາຍ, ລະບຽບການ, ຂັັ້ນຕອນ, ແບບຟອມ, ສະຖິຕິ ແລະ ຄ່າພັນທະຕ່າງໆ ທີີ່ຕິດພັນກັບການນໍາເຂົ້າ – ສົ່ງ​ອອກ, ການ​ເຄື່ອນ​ຍ້າຍ, ຜ່ານແດນ ແລະ ການຂົນສົ່ງ ສິນຄ້າ ຂອງ ສປປ ລາວ.

IMG_0147

ທ່ານ​ກ່າວ​ວ່າ: ຈຸດ​ປະ​ສົງ​ເພື່ອໃຫ້ພາກລັດ, ຜູ້ປະກອບການ, ນັກຄົ້​ນຄວ້າ, ຄູອາຈານ, ນັກສຶກສາ, ອົງການຈັດຕັັ້ງສາກົນ ແລະ ສັງຄົມ ສາມາດເຂົ້າເຖິງ ແລະ ຄົ້ນຫາຂໍ້ມູນຂ່າວສານທາງດ້ານການຄ້າໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ວ່ອງໄວ-ທັນໃຈ ປະກອບເຂົ້າໃນວຽກງານຂອງຕົນ, ເປັນການ​ສົ່ງເສີມການນໍາໃຊ້ເຕັກໂນໂລຊີດິຈິຕອນ ຕາມນະໂຍບາຍຂອງລັດຖະບານຂອງ ສປປ ລາວ ແລະ ທັງເປັນການປະຕິບັດພັນທະຂອງ ສປປ ລາວ ຕໍ່​ພາກ​ພື້ນ  ແລະ ສາກົນ

ການພັດທະນາເວັບໄຊທ໌ LTP ເປັນລຸ້ນ​ໃໝ່ ຫຼື ລຸ້ນ​ທີ 3 ແມ່ນນອນໃນວຽກງານ​ຈຸດ​ສຸມ​ປີ 2023 ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນ​ສົ່ງ​ເພື່ອໂຄສະນາ ແລະ ເຜີຍແຜ່​ຂໍ້​ມູນຂ່າວສານທາງດ້ານການຄ້າໃຫ້ມີຄວາມໂປ່ງໃສ ແລະ ວ່ອງໄວ. ການພັດທະນາເວັບໄຊທ໌ ດັັ່ງກ່າວ ໄດ້ລິເລີີ່ມມາແຕ່​ເດືອນ​ ມິຖຸນາ 2023 ໂດຍໄດ້ຮັບການສະໜູນຂອງທະນາຄານໂລກ ແລະໃນ​ມື້​ນີ້​ຖື​ເປັນ​ການ​ເປີດນໍາໃຊ້ເປັນທາງການ.

IMG_0155

ເພື່ອ​ເຮັດໃຫ້ສູນຂໍ້​ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ດຶງດູດການນໍາໃຊ້ແລະ ສ້າງຄວາມໜ້າເຊື່ອ​ຖືໃຫ້ແກ່ຜູ້ຊົມໃຊ້ ຫຼາຍ​ຂຶ້ນ, ກົມການຄ້າຕ່າງປະເທດ ຈະຕ້ອງໄດ້ມີການ​ຄຸ້ມຄອງເວັບໄຊທ໌ດັັ່ງກ່າວ ໃຫ້ມີຄວາມປອດໄພ ແລະ ຄວາມສະຖຽນທາງດ້ານເຕັກນິກ​ເຊັ່ນ  ເຂົ້າ​ເບິ່ງ​ໄດ້​ທຸກເວລາ ແລະ ທົ່ວ​ໂລກ ຖ້າມີບັນຫາ ຕ້ອງໄດ້​ປັບ​ປຸງໂດຍໄວ​ທີ່​ສຸດ ພ້ອມດຽວກັນ, ແມ່ນສ້າງກົນໄກປະສານສົມທົບກັບພາກສ່ວນທີີ່ກ່ຽວຂ້ອງ ເພື່ອ​ເອົາຂໍ້​ມູນຂ່າວສານຕ່າງໆລົງເວັບໄຊທ໌ດັັ່ງກ່າວ ໃຫ້ເປັນປົກກະຕິ ທັງພາສາລາວ ແລະ ພາສາອັງກິດ ເຊິ່ງບໍ່ສະເພາະແຕ່​ຂໍ້​ມູນຂ່າວສານຂອງຂະແໜງອຸດ​ສາຫະກໍາ ແລະ ການຄ້າ ເທົ່ານັັ້ນ, ແຕ່ຕ້ອງມີ​ຂໍ້​ມູນຂ່າວສານຂອງພາກສ່ວນທີີ່ກ່ຽວຂ້ອງ ນໍາເພາະເວັບໄຊທ໌ດັັ່ງກ່າວ ແມ່ນ ຈຸດ​ບໍ​ລິ​ການ​ຂໍ້​ມູນຂ່າວສານທາງດ້ານການຄ້າໃຫ້ແກ່ສັງຄົມ ແບບປະຕູດຽວ. ສິີ່ງສໍາຄັນ, ຕ້ອງໄດ້ສ້າງ ແລະ ພັດທະ​ນາ​ບຸກຄະລາກອນທີີ່ຮັບຜິດຊອບ ເພື່ອ​ຄຸ້ມຄອງເວັບໄຊທ໌ໃຫ້ມີຄວາມ​ຍືນ​ຍົງ ແລະ ສາມາດນໍາໃຊ້ໄປອີກຫຼາຍໆສິບປີຂ້າງໜ້າ.

IMG_0037

ທ່ານ ນາງ ມະ​ນີ​ວອນ ວົງ​ໄຊ ຫົວ​ໜ້າ​ກົມ​ການ​ຄ້າ​ຕ່າງ​ປະ​ເທດ​ໄດ້​ກ່າວ​ວ່າ: ການນໍາໃຊ້ ເວັບໄຊທ໌ LTP ກົມການຄ້າຕ່າງປະເທດ ໄດ້ອັບໂຫລດບັນດາຂໍ້ມູນຂ່າວສານ, ປະກາດ, ລາຍການສິນຄ້າ, ນິຕິກໍາ, ແບບຟອມ, ຂັ້ນຕອນ, ມາດຕະການ, ອັດຕາພາສີ ແລະ ຂໍ້ມູນຂ່າວສານຕ່າງໆທີ່ຕິດພັນກັບການນໍາເຂົ້າ -ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍສິນຄ້າ ຢ່າງເປັນປົກະຕິ ນັບແຕ່ເດືອນມິຖຸນາ 2012  ມາຮອດເດືອນກັນຍາ 2023 ໄດ້ອັບໂຫລດຂໍ້ມູນ ບັນດານິຕິກໍາ ຕ່າງໆ ທີ່ຕິດພັນກັບການຄ້າ ຈໍານວນທັງໝົດ 901 ສະ​ບັບ, ໃນ​ນັ້ນ​ແຈ້ງ​ການ 306 ສະ​ບັບ, ຂໍ້​ຕົກ​ລົງ 233 ສະ​ບັບ, ຄຳ​ແນະ​ນຳ 147 ສະ​ບັບ, ກົດ​ໝາຍ 73 ສະ​ບັບ, ດຳ​ລັດ 52 ສະ​ບັບ, ຄຳ​ສັ່ງ 49 ສະ​ບັບ, ລັດ​ຖະ​ບັນ​ຍັດ 5 ສະ​ບັບ ແລະ ອື່ນ​ໆຕາມລໍາດັບ.

IMG_0061

ສະຖິຕິການນໍາໃຊ້ ເຫັນວ່າ: ນັບແຕ່ປີ 2012-2022, ຈໍານວນການນໍາໃຊ້ເວັບໄຊທ໌ (Sessions) ມີທັງໝົດ 739,473 ຄັ້ງ, ຜູ້ຊົມໃຊ້ (Users) ຈໍານວນ 357,864 ຜູ້ຊົມໃຊ້, ການເຂົ້າຊົມ (Hits) ມີ 3,959,109 ຄັ້ງ. ເຊິ່ງເວັບໄຊທ໌ LTP ລຸ້ນທີ 3 ມີໂສມໜ້າເວັບໄຊທ໌ ມີຄວາມສະໄໝ ແລະ ສະບາຍຕາ, ມີຂໍ້ມູນຫຼາກຫຼາຍ ແລະ ອັນພົ້ນເດັ່ນແມ່ນການຄົ້ນຫາຂໍ້ມູນ ທີີ່ມີຄວາມສະດວກວ່ອງໄວ ແລະ ແນ່ນອນຫຼາຍຂຶ້ນກວ່າທີ່ຜ່ານໆມາ ເພື່ອໃຫ້ທັນກັບເຕັກໂນໂລຊີດິຈິຕອນໃນປັດຈຸບັນ.

ຂ່າວ-ພາບ: ໄພວັນ ໂຄດວັນທາ ຂ່າວສານ ອຄ

About -