ກອງປະຊຸມຄະນະ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ປະຈຳປີ 2023
By ໄພວັນ On 19 Dec, 2023 At 10:21 AM | Categorized As ຂ່າວສຳຄັນ | With 0 Comments

IMG_0009

ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອຄ) ໄດ້​ຈັດກອງປະຊຸມຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ປະຈຳປີ 2023 ຂື້ນໃນວັນ18 ທັນ​ວາ 2023 ​ທີ່​ໂຮງ​ແຮມ ຄ​ຣາວພາ​ຊາ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອ​ຄ) ພ້ອມ​ດ້ວຍ​ຜູ້​ເຂົ້າ​ຮ່ວມ​ຈາກ​ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ, ພາກ​ສ່ວນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ແລະ ຄູ່​ຮ່ວມ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຈາກ​ພາກ​ລັດ ແລະ ພາກ​ເອ​ກະ​ຊົນ ເຂົ້າ​ຮ່ວມຈຳ​ນວນ 100 ​ທ່ານ.

ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ແມ່ນເພື່ອ​ປຶກ​ສາ​ຫາ​ລື ບັນ​ດາ​ຜົນ​ງານໄດ້​ຮັບ​ທີ່​ຫຼັກ​ທີ່​ຍາດມາ​ໄດ້ ຈາກ​ສອງ​ໂຄງ​ການ​ທີ່​ຫາກໍ່​ສຳ​ເລັດ​ລົງ ​ເຊິ່ງລວມ​ມີ ໂຄງ​ການ ສົ່ງ​ເສີ​ມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ​ເພື່ອ​ສົ່ງ​ອອກ​ຢູ່ 3 ແຂວງ​ພາກ​ເໜືອ​ຂອງ ສ​ປ​ປ ລາວ ຫຼື ECL-EIF Tier II ແລະ ໂຄງ​ການ ສະ​ໜັບ​ສະ​ໜູນ ສ​ປ​ປ​ ລາວ ໃນ​ການ​ເຊື່ອ​ມ​ໂຍງ​ພາກ​ພື້ນ​ອາ​ຊຽນ ຫຼື ARISE Plus Laos ທີ່​ ສະ​ໜັບ​ສະ​ໜູນ​ໂດຍສະ​ຫະ​ພາບ​ເອີ​ຣົບ ພ້ອມ​ທັງ​ໄດ້​ທົບ​ທວນ​ຄືນ ແລະ ປຶກ​ສາ​ຫາ​ລື ຄວາມ​ຄືບ​ໜ້າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ສຳ​ລັບ​ສົກ​ປີ 2023 ແລະ ແຜນ​ວຽກ​ບູ​ລິ​ມະ​ສິດສຳ​ລັບ​ສົກ​ປີ 2024 ​ຂອງ​ໂຄງ​ການ ສົ່ງ​ເສີມ​ຄວາມ​ສາ​ມາ​ດ​ໃນ​ການ​ແຂ່ງ​ຂັນ ແລະ ການ​ຄ້າ ຂອງ ສ​ປ​ປ ລາວ (LCT), ໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 ຫຼື MSME A2F-ESR, ໂຄງ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳ​ນວຍ​ຕໍ່​ທຸ​ລະ​ກິດ​ລາວ ​ຫຼື LBE ແລະ ໂຄງການ​ ສົ່ງເສີມ​ ການ​ສົ່ງ​ອອກ ເຄື່ອງ​ຕົບແຕ່ງ​ເຮືອນ ແລະ ແຜ່ນແພ ຫຼື CBI-Home Textile.

IMG_0004

ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ ກະ​ຊວງ ອ​ຄ ໄດ້​ກ່າວ​​ວ່າ: ກອງ​ປະ​ຊຸມ​ໃນ​ມື້ນີ້ ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ມຸ່ງ​ໝັ້ນ​ຮ່ວມ​ກັນ​ຂອງ​ພວກ​ເຮົາ ໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ​ຂອງ​ລາວ. ຄືດັ່ງ​ພວກ​ທ່ານ​​ຮູ້​ນຳ​ກັນ​ກ່ຽວ​ກັບ ບົດ​ບາດ​ຄວາມ​ສຳຄັນ​ຂອງ​ພາກ​ເອ​ກະ​ຊົນ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ສ້າງ  ວ​ຽກ​ເຮັດ​ງານ​ທຳ ແລະ ການ​ຮັກ​ສາ​ສະ​ຖ​ຽນ​ລະ​ພາບ​ທາງ​ສັງ​ຄົມກໍ່ ​ໄດ້​ຮັບ​ການຮັບ​ຮູ້ ແລະ ຍອມ​ຮັບຈາກ​ລັດ​ຖະ​ບານ​ຂອງ​ພວກ​ເຮົາ ກໍ່​ຄືໃນ​ສັງ​ຄົມ​ໂດຍ​ລວມ. ປະ​ຈຸ​ບັນ, ການ​ພັດ​ທະ​ນາ​ພາກ​ເອ​ກະ​ຊົນ ໄດ້​ກາຍ​ເປັນ​ອົງ​ປະ​ກອບ​ທີ່​ຈຳ​ເປັນ ຂອງວາ​ລະ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ ລວມ​ມີ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​​ແຫ່ງ​ຊາດ ຄັ້ງ​ທີ 9 ​ລວມ​ທັງ​ການ​ພັດ​ທະ​ນາ​ຂະ​ ແໜງ​ການ​ອື່ນໆ ສຳ​ລັບ ​ປີ 2021-2025.

IMG_0123

ການ​ປຶກ​ສາ​ຫາ​ລື​ໃນ​ພາກ​ທຳ​ອິດ ໄດ້​ສຸມ​ໃສ່​ບັນ​ດາ​ຜົນ​ໄດ້​ຮັບ​ທີ່​ສຳ​ຄັນທີ່​ຍາດ​ມາ​ໄດ້​ຈາກ​ສອງ​ໂຄງ​ການ ທີ່​ຈົບ​ລົງ​ໄປ​ແລ້ວນັ້​ນ ແລະ ​ໃນ​ພາກ​ທີ​ສອງ ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​​ໃນການ​ປຶກສາ​ຫາ​ລື ຜົນ​ໄດ້​ຮັບ​ທີ່​ສຳ​ຄັນ​ທີ່​ຍາດ​ມາ​ໄດ້​ໃນ​ ​ປີ 2023 ແລະ ບັນ​ດາ​ແຜນ​ບູ​ລິ​ມະ​ສິດ​ສຳ​ລັບ​ ​ປີ 2024 ສຳ​ລັບ​ 5 ໂຄງ​ການ​ທີ່​ກຳ​ລັງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນຈາກ​ຜູ້​ໃຫ້​ທຶນ ໃນ​ການ​ແຊກ​ແຊງ​​ມາດ​ຕະ​ການສະ​ເພາະ​ເຂົ້າ​ໃນ​ສາມ​ເສົາ​ຄ້ຳ​ຂອງ​ແຜນ​ງານ​ພັດ​ທະ​ນາ​ຂະ​ແໜງ​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ ເຊິ່ງ​ລວມມີ ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ທີ່​ເລິກ​ເຊິ່ງ​ກ່​ວາ​ເກົ່າ, ​ການປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ຂອງ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ເອື້ອ​ອຳ​ນວຍ ແລະ ​ການຍົກ​ລະ​ດັບຄວາມ​ອາດ​ສາ​ມາດ​ໃນ​ການ​ແຂ່ງ​ຂັນຂອງ​ບັນ​ດາ​ບໍ​ລິ​ສັດ ແລະ ຂະ​ແໜງ​ການ.

ພາຍ​ຫຼັງ​ການ​ປຶກ​ສາ​ຫາ​ລື​ກັນ​ຢ່າງ​ຕັ້ງ​ໜ້າ ກ່ຽວ​ກັບ​ບັນ​ດາ​ຜົນ​ໄດ້​ຮັບ​ທີ່​ສຳ​ຄັນ ລວມ​ທັງ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ປະ​ເຊີນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ໃນ​ລະ​ຫວ່າງ​ ​ປີ 2023 ແລະ ​ນຳສະ​ເໜີ​ບັນ​ດາ​ແຜນ​ບູ​ລິ​ມະ​ສິດ​ສຳ​ລັບ​ ​ປີ 2024, ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ບັນ​ດາ​ແຜນ​ບູ​ລິ​ມະ​ສິດ​ທັງ​ໝົດສຳ​ລັບ 5 ໂຄງ​ການ ທີ່​ໄດ້​ຮັບ​ການນຳ​ສະ​ເໜີ​ໃນ​​ກອງປະ​ຊຸມຄັ້ງ​ນີ້.

IMG_0046

ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ ສຳ​ລັບ​ບັນ​ດາ​ຄຳ​ໝັ້ນ​ໝາຍ ແລະ ​ການສະ​ໜັບ​ສະ​ໜູນ​ແກ່​​ວາ​ລະ​ການ​ພັດ​ທະ​ນາຂະ​ແໜງ​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ​ໃນ​ ສປປ ລາວ ແລະ ທ່ານ ລັດ​ຖະ​ມົນ​ຕີ ຍັງ​ໄດ້​ຮຽກ​ຮ້ອງ​ມາ​ຍັງ​ທຸກ​ພາກ​ສ່ວນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ໃຫ້​ມີ​ຄວາມ​ພະ​ຍາ​ຍາມ​ເພີ່ມ​ເຕີມ​ອີກ ໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ ໂດຍ​ຜ່ານ​ການການ​ສະ​ໜອງ​ທຶນການ​ຊ່ວຍ​ເຫຼືອດ້ານ​ວິ​ຊາ​ການ​ທີ່​ໄດ້​ວາງ​ອອກ​ເປັນ​ຢ່າງ​ດີ.

ຂ່າວ-ພາບ: ໄພວັນ ໂຄດວັນທາ ຂ່າວສານ ອຄ

About -