ລມຕ ກະຊວງ ອຄ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ຮອງເຈົ້າແຂວງຢຸນນານ
By ໄພວັນ On 13 Dec, 2023 At 04:48 PM | Categorized As ຂ່າວສຳຄັນ | With 0 Comments

IMG_0063

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າພົບຂອງທ່ານ ຫວັງ ຮ້າວ ຮອງເຈົ້າແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 10 ທັນວາ 2023 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ.

IMG_0045

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວບາງຕອນວ່າ:  ສະແດງຄວາມຕ້ອນຮັບ ທ່ານ ຫວັງ ຮ້າວ ຮອງເຈົ້າແຂວງຢຸນນານ ທັງເປັນຫົວນ້າຄະນະຜູ້ແທນ ທີ່ໃຫ້ກຽດມາພົບປະຢ້ຽມຢາມ ກະຊວງ ອຄ ເພື່ອປຶກສາຫາລືຊຸກຍູ້ວຽກງານ ການຮ່ວມມື, ປະຈຸບັນ ສປ ຈີນ ຍັງສືບຕໍ່ເປັນຄູ່ຄ້າສໍາຄັນ ອັນດັບ 2 ຂອງ ສປປ ລາວ ຖັດຈາກ ໄທ. ອີງຕາມຕົວເລກສະຖິຕິຈາກຝ່າຍຈີນ ເຫັນວ່າໃນປີ 2021 ມູນຄ່າການຄ້າສອງຝ່າຍ ລາວ-ຈີນ ສາມາດບັນລຸໄດ້ 4,35 ຕື້ ໂດລາ, ໃນນັ້ນມູນຄ່າການນໍາເຂົ້າແມ່ນ 1,67 ຕື້ໂດລາ ແລະ ມູນຄ່າການສົ່ງອອກ ແມ່ນ 2,68 ຕື້ໂດລາ. ໃນປີ 2022 ເຫັນວ່າມູນຄ່າການຄ້າສອງຝ່າຍມີການເພີ່ມຂຶ້ນແບບກ້າວກະໂດດ ໂດຍມູຸນຄ່າການຄ້າສອງຝ່າຍສາມາດບັນລຸໄດ້ 5,68 ຕື້ໂດລາ ເພີ່ມຂຶ້ນ 31% ຖ້າທຽບໃສ່ ປີ 2021; ໃນນັ້ນມູນຄ່າການນໍາເຂົ້າແມ່ນ 2,34 ຕື້ໂດລາ, ເພີ່ມຂຶ້ນ 40,9% ແລະ ມູນຄ່າການສົ່ງອອກແມ່ນ 3,34 ຕື້ ໂດລາ, ເພີ່ມຂຶ້ນ 24,9%.

ສະເພາະ ລາວ-ຢຸນນານ ໃນປີ 2022 ມູຸນຄ່າການຄ້າສອງຝ່າຍສາມາດບັນລຸໄດ້ 1,74  ຕື້ໂດລາ ເພີ່ມຂຶ້ນ 33.7% ຖ້າທຽບໃສ່ ປີ 2021; ໃນນັ້ນມູນຄ່າການນໍາເຂົ້າແມ່ນ 370 ລ້ານໂດລາ, ເພີ່ມຂຶ້ນ 16.3% ແລະ ມູນຄ່າການສົ່ງອອກແມ່ນ 1,37 ຕື້ ໂດລາ, ເພີ່ມຂຶ້ນ 39.3%.

ໃນເດືອນ 10 ປີ 2023 ມູນຄ່າການຄ້າລະຫວ່າງ ສປປ ລາວ ແລະ ຢູນນານ ສາມາດບັນລຸໄດ້ 1,478.34 ລ້ານໂດລາ ເພີ່ມຂື້ນ 7%, ລາວສົ່ງອອກ 984.29 ລ້ານໂດລາ ຫລຸດລົງ -8.4% ແລະ ລາວນໍາເຂົ້າ 494.05 ລ້ານໂດລາ ເພີ່ມຂື້ນ 60.9%. ເມື່ອທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ.

ໂອກາດດັ່ງກ່າວ ໄດ້ສະເໜີແລກປ່ຽນກັບຄະນະຜູ້ແທນເພີ່ມຕື່ມຄື: ໂດຍສະເພາະຂໍສະແດງຄວາມຊົມເຊີຍຕໍ່ກຸ່ມບໍລິສັດກໍ່ສ້າງລົງທຶນ ແລະ ຖືຮຸ້ນແຂວງຢຸນນານ ຈໍາກັດ ທີ່ໄດ້ເປັນກໍາລັງແຮງໜຶ່ງທີ່ສໍາຄັນ ແລະ ໜ້າເຊື່ອຖືໄດ້ໃຫ້ແກ່ການຮ່ວມມືເສດຖະກິດການຄ້າ ລາວ-ຢູນນານ ແລະ ຍັງໄດ້ລົງທຶນພັດທະນາເຂດພັດທະນາກວມລວມໄຊເສດຖາ ແລະ ໄດ້ສ້າງອາຊີບໃຫ້ແກ່ພົນລະເມືອງລາວໄດ້ຫຼາຍກວ່າ 10.000 ຄົນ.

IMG_0057

ປັດຈະບັນນີ້, ສປປ ລາວ ກໍຄືກະຊວງອຸດສາຫະກໍາ ແລະ ການຄ້າ ກໍາລັງສຸມໃສ່ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອກະກຽມເປັນປະທານອາຊຽນໃນປີ 2024, ດ້ວຍເຫດນີ້ຈຶ່ງສະເໜີມາຍັງທ່ານ ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືທາງດ້ານວິຊາການ ເປັນຕົ້ນແມ່ນການສ້າງຍຸດທະສາດພັດທະນາ ແລະ ຄຸ້ມຄອງການຄ້າທາງດ້ານເອເລັກໂຕນິກ, ການສົ່ງເສີມວຽກງານ Circula Economy ແລະ ສະນັບສະໜູນສ້າງຫ້ອງປະຊຸມທາງໄກ ພ້ອມທັງລະບົດ ແລະ ອຸປະກອນຮັບໃຊ້ຄົບຊຸດ. ນອກນັ້ນຍັງມີວຽກງານອື່ນໆອີກຈໍານວນໜຶ່ງ.

ຂ່າວ-ພາບ: ໄພວັນ ໂຄດວັນທາ ຂ່າວສານ ອຄ.

About -