ທ່ານ ລັດຖະມົນຕີກະຊວງເສດຖະກິດ – ການຄ້າ ເຂດປົກຄອງພິເສດຮົງກົງ ແຫ່ງ ສປ ຈີນ ພົບປະຢ້ຽມຢາມ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ
By theu vaenvongsod On 13 Dec, 2023 At 10:04 AM | Categorized As ຂ່າວສຳຄັນ | With 0 Comments

IMG_0093
ຕອນບ່າຍ ເວລາ 14 : 30 ໂມງ ຂອງວັນທີ 11 ທັນວາ 2023 ທີ່ຫ້ອງປະຊຸມທາງໄກຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ Yau Ying Wah ລັດຖະມົນຕີ ກະຊວງເສດຖະກິດ-ການຄ້າ ແລະ ທ່ານ HUI Ching Yu ລັດຖະມົນຕີ ກະຊວງການເງິນ ຂອງເຂດປົກຄອງພິເສດຮົງກົງ ແຫ່ງ ສປ ຈີນ ພ້ອມຄະນະ, ມີຜູ້ຕາງໜ້າ​ຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 35 ​ທ່ານ.
IMG_0080

       ໃນໂອກາດພົບປະຄັ້ງນີ້ ທ່ານລັດຖະມົນຕີ ກະຊວງ ອຄ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ Yau Ying Wah ລັດຖະມົນຕີ ກະຊວງເສດຖະກິດ-ການຄ້າ ແລະ ທ່ານ HUI Ching Yu ລັດຖະມົນຕີ ກະຊວງການເງິນ  ພ້ອມຄະນະທີ່ໄດ້ມາເຄື່ອນໄຫວວຽກງານຂອງຕົນ ຢູ່ ສປປ ລາວ ຊຶ່ງທ່ານໄດ້ສະເໜີ ບາງບັນຫາໃນການປຶກສາຫາລື ກັບທ່ານລັດຖະມົນຕີກະຊວງເສດຖະກິດ-ການຄ້າ ຄື: ໂດຍອີງຕາມສັນຍາວ່າດ້ວຍການສ້າງຕັ້ງເຂດຄ້າເສລີ ອາຊຽນ-ຮົງກົງ ປິ 2018; ອາຊຽນ ແລະ ຮົງກົງ, ສປ ຈີນ ໄດ້ສໍາເລັດການໃຫ້ສັດຕະຍາບັນຕໍ່ສັນຍາການຄ້າເສລີອາຊຽນຮົງກົງ, ສປ ຈີນ ແລະ ສັນຍາການລົງທຶນອາຊຽນຮົງກົງ, ສປ ຈີນ ເປັນທີ່ຮຽບຮ້ອຍແລ້ວ, ສໍາລັບການໃຫ້ສັດຕະນາບັນຕໍ່ສັນຍາການຄ້າເສລີອາຊຽນຮົງກົງ, ສປ ຈີນ ແລະ ສັນຍາສັນຍາການລົງທຶນອາຊຽນຮົງກົງ, ສປ ຈີນ ຂອງ ສປປ ລາວ ໄດ້ສໍາເລັດແລ້ວໃນວັນທີ 11 ມິຖຸນາ 2019 ແລະ 17 ມິຖຸນາ 2019 ຕາມລໍາດັບ, ຊຶ່ງທັງສອງສັນຍາດັ່ງກ່າວຈະເປັນການຊຸກຍູ້ການເປີດເສລີ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການຄ້າດ້ານສິນຄ້າລະຫວ່າງປະເທດ ດ້ວຍການລົບລ້າງສິ່ງກີດຂວາງທາງການຄ້າທີ່ເປັນມາດຕະການດ້ານພາສີ ແລະ ມາດຕະການທີ່ບໍ່ແມ່ນອັດຕາພາສີ ທີ່ກ່ຽວຂ້ອງກັບການຄ້າດ້ານສິນຄ້າທັງໝົດ. ພ້ອມນີີ້້, ຍັງຊຸກຍູ້ການເປີດເສລີ ແລະ ອໍານວຍຄວາມສະດວກໃນການຄ້າດ້ານບໍລິການ, ເສີມສ້າງ ແລະ ຮັດແໜ້ນການເຊື່ອມໂຍງທາງເສດຖະກິດ, ທັງສົ່ງເສີມ ແລະ ເພີ່ມໂອກາດໃຫ້ແກ່ການຄ້າ ແລະ ການລົງທຶນ.

IMG_0089
ນອກນີ້, ​ຍັງໄດ້ສະເໜີໃຫ້ທ່ານຊ່ວຍສະໜັບສະໜູນ ເພື່ອກຽມຄວາມພ້ອມໃນການເປັນປະທານກອງປະຊຸມອາຊຽນ ແລະ ທັງເປັນການເປີດປີທ່ອງທ່ຽວ ຂອງສປປ ລາວໃນປີ 2024 ເປັນຕົ້ນ

1. ສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານອຸດສາຫະກໍາ ແລະ ການຄ້າ ໂດຍສະເພາະຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດເຂົ້າມາລົງທຶນ ໃນ ສປປ ລາວ ໃຫ້ຫຼາຍຂຶ້ນ.

2. ຊ່ວຍຄົ້ນຄວ້າໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການພັດທະນາປະເທດກໍ່ຄືການພັດທະນາດ້ານອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ແລະ ວຽກງານຊັບສິນທາງປັນຍາ ຊຶ່ງສປປ ລາວໄດ້ມີແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຈະເປັນກາລະໂອກາດທີ່ດີ ຂອງການຜັນຂະຫຍາຍຄວາມຮ່ວມມືສອງຝ່າຍ.

3. ສະເໜີ ຫ້ອງການເສດຖະກິດ ແລະ ການຄ້າ ຮົງກົງ ສືບຕໍ່ ແລະ ຮັກສາການຮ່ວມມືດ້ານວິຊາການຕ່າງໆ, ການພົບປະສອງຝ່າຍ ແລະ ການເຊື້ອເຊີນເຂົ້າຮ່ວມວຽກງານກິດຈະກໍາທີ່ກ່ຽວຂ້ອງ ລະຫວ່າງ ສອງຝ່າຍ ລາວ-ຮົງກົງ.
4. ສະເໜີ ການສະໜັບສະໜູນກ່ຽວກັບການຈັດຕັ້ງປະຕິບັດ ແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ 2024 (Priorities Economic Deliverables/PED ) ທີ່ກວມເອົາ 3 ຂົງເຂດຍຸດທະສາດ ແລະ 14 ແຜນງານ ຄື :
1./ ຍຸດທະສາດເຊື່ອມໂຍງ-ເຊື່ອມຈອດດ້ານເສດຖະກິດ (Strategic Thrust 1. Integrating-Connecting Economies)
2./ ການສ້າງອະນາຄົດແບບຍືືນຍົງ ແລະ ທຸກພາກສ່ວນມີສ່ວນຮ່ວມ (Strategic Thrust 2: Forging an Inclusive and Sustainable Future)
3./ ການຫັນປ່ຽນກ້າວໄປສູ່ ດິຈິຕອນ (Strategic Thrust 3: Transforming for the Digital Future)
ແຜນງານເຫລົ່ານີີ້້ ກໍາລັງຖືກນໍາສະເໜີຕໍ່ລັດຖະບານຂອງ ສປປ ລາວ ເພື່ອຮັບຮອງ. ພາຍຫລັງຮັບຮອງແລ້ວ ຈຶ່ງຈະສາມາດເຜີຍແຜ່ໃຫ້ທຸກຂົງເຂດໄດ້ຮັບຮູ້ ແລະ ພ້ອມຈັດຕັ້ງປະຕິບັດໃຫ້ສໍາເລັດ ແລະ ເຊື່ອໝັ້ນວ່າ, ຮົງກົງ ໃນຖານະເປັນຄູ່ຮ່ວມພາຄີຂອງອາຊຽນ ຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະການເປັນປະທານອາຊຽນ ໃນປີ 2024 ນີ້.
5. ສະເໜີ ຂໍການຮ່ວມມື ເພື່ອສືບຕໍ່ສະໜັບສະໜູນ ກ່ຽວກັບການສະເໜີບົດໂຄງການ ພາຍໃຕ້ສັນຍາເຂດການຄ້າເສລີອາຊຽນ-ຮົງກົງ, ສປ ຈີນ (AHKFTA) ໃນອະນາຄົດ ແລະ ການປັບປຸງສັນຍາ The First Protocol to Amend the ASEAN-Hong Kong, China Free Trade Agreement (AHKFTA).
6. ສະເໜີ ສຶກສາຄວາມເປັນໄປໄດ້ໃນການແຕ່ງຕັ້ງ ທີ່ປຶກສາເສດຖະກິດ-ການຄ້າ ຂອງສອງຝ່າຍ ເພື່ອເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.

IMG_0105

IMG_0101

      ພ້ອມດຽວກັນນີ້, ທ່ານ Yau Ying Wah ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ຍົກບາງບັນຫາມາປຶກສາຫາລືກ່ຽວກັບ ແຜນການຮ່ວມມືກັບຝ່າຍລາວ ໃນການເຮັດທຸລະກິດການທ່ອງທ່ຽວ ລະຫວ່າງຮົງກົງ ສປ ຈີນ ແລະ ລາວ ໂດຍສະເພາະແມ່ນການຕິດຕໍ່ພົວພັນ,ສື່ສານ ລະຫວ່າງ ປະຊາຊົນຂອງສອງປະເທດ ໃຫ້ນັບມື້ນັບກວ້າງຂວາງ;  ທ່ານ HUI Ching Yu ລັດຖະມົນຕີ ກະຊວງການເງິນ ໄດ້ຍົກບັນຫາດ້ານການເງິນ-ການທະນາຄານ ຊຶ່ງທາງຮົງກົງມີບົດຮຽນໃນການເຮັດ Smart Tax, Green Tax ແລະ ລະບົບການໂອນຊໍໍາລະສະສາງ ລະຫວ່າງປະເທດ ແລະ ຫວັງວ່າຈະໄດ້ຮັບການຮ່ວມມືໃນຕໍ່ໜ້າ. ພ້ອມດຽວກັນນີ້, ທ່ານລັດຖະມົນຕີ ກໍ່ໄດ້ສະແດງຄວາມຍິນດີ ຊຶ່ງທາງກະຊວງ ອຄ ແມ່ນຈະເອື້ອອໍານວຍຄວາມສະດວກຕໍ່ການເຮັດທຸລະກິດ ຂອງຕ່າງປະເທດ, ຖືເປັນກາລະໂອກາດອັນດີ ທີ່ຈະໄດ້ຮຽນຮູ້ຈຸດແຂງໃນການດໍາເນີນທຸລະກິດຂອງ ເຂດປົກຄອງພິເສດຮົງກົງ ແລະ ຈະຮັບເອົາບັນຫາດັ່ງກ່າວນໍາໄປປຶກສາຫາລືກັບຄະນະລັດຖະບານຕື່ມ ເພື່ອເຮັດໃຫ້ເກີດຄວາມຮ່ວມມືໃນອະນາຄົດ ລະຫວ່າງ ເຂດປົກຄອງພິເສດຮົງກົງ ສປ ຈີນ ແລະ ສປປ ລາວ.IMG_0112

       ຕອນທ້າຍ ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ Yau Ying Wah ໃນການພົບປະແລກປ່ຽນຄວາມຄິດເຫັນຫຼາຍອັນທີ່ເປັນປະໂຫຍດ,  ພ້ອມທັງອວຍພອນໄຊໃຫ້ທ່ານພ້ອມຄະນະ ຈົ່ງປະສົບຜົນສໍາເລັດໃນການເຄື່ອນໄຫວວຽກງານ ຢູ່ສປປ ລາວ ແລະ ຂໍເຊື້ອເຊີນທ່ານມາຢ້ຽມຢາມສປປ ລາວ ອີກໃນວັນເວລາອັນເໝາະສົມ.
IMG_0078

ພາບ-ຂ່າວ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂ້ໍມູນຂ່າວສານ