ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຕ້ອນຮັບການພົບປະຢ້ຽມຢາມ ທ່ານເຈົ້າແຂວງຊຸງຊອງນໍາໂດ ແຫ່ງ ສ ເກົາຫລີ
By theu vaenvongsod On 12 Dec, 2023 At 02:36 PM | Categorized As ຂ່າວສຳຄັນ | With 0 Comments

IMG_9890

          ຕອນບ່າຍ ເວລາ 15 : 30 ໂມງ ຂອງວັນທີ 08 ທັນວາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ຄິມ ເທຮືມ  (Kim Tea Heumເຈົ້າແຂວງຊຸງຊອງນໍາໂດ ແຫ່ງ ສ ເກົາຫລີ ພ້ອມຄະນະ, ມີຜູ້ຕາງໜ້າ​ຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 39 ​ທ່ານ.

IMG_9922

       ໃນໂອກາດພົບປະຄັ້ງນີ້ ທ່ານລັດຖະມົນຕີ ກະຊວງ ອຄ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ຄິມ ເທຮືມ  (Kim Tea Heumພ້ອມຄະນະທີ່ໄດ້ມາເຄື່ອນໄຫວວຽກງານຂອງຕົນ ຢູ່ ສປປ ລາວ ຊຶ່ງທ່ານໄດ້ສະເໜີ ບາງບັນຫາໃນການປຶກສາຫາລື ກັບທ່ານເຈົ້າແຂວງຊຸງຊອງນໍາໂດ ຄື: ປະຈຸບັນ, ສປປ ລາວ ເວົ້າລວມ, ເວົ້າສະເພາະກະຊວງອຸດສາຫະກໍາ ແລະ ການຄ້າ ແມ່ນກໍາລັງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ (2021-2025) ຊຶ່ງຂະແໜງອຸດສາຫະກໍາ ແລະ ການຄ້າກໍ່ໄດ້ມີສ່ວນຮ່ວມໃນເປົ້າໝາຍທີ 1 (ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ) ທີ່ສຸມໃສ່ແຜນວຽກຈຸດສຸມພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສູ່ຄຸນນະພາບໃຫມ່ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້ ແລະ ເປົ້າໝາຍທີ 5 (ການສ້າງໂຄງລ່າງພື້ນຖານທີ່ມີຄວາມເຂັ້ມແຂງ, ນໍາໃຊ້ທ່າແຮງ, ກາລະໂອກາດທີ່ຕັ້ງ, ເຂົ້າຮ່ວມຂະບວນການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະສາກົນຢ່າງເປັນເຈົ້າການ) ທີ່ສຸມໃສ່ພັດທະນາວຽກງານໂຄງລ່າງພື້ນຖານໄດ້ຮັບການພັດທະນາ ທີ່ສາມາດເຊື່ອມໂຍງເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນ ເພື່ອເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ ທີ່ຕິດພັນກັບບາງໂຄງການບູລິມະສິດ ເປັນຕົ້ນໂຄງການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ໂຄງການສົ່ງເສີມ ແລະ ພັດທະນາອຸດສາຫະກໍາປຸງແຕ່ງໃຫ້ເຕີບໂຕ ມີຄຸນນະພາບຕາມທິດສົມດູນ,ສີຂຽວ ແລະ ຍືນຍົງ; ໂຄງການສົ່ງເສີມຄວາມອາດສາມາດໃນການແຂ່ງຂັນຂອງ ສປປ ລາວ, ໂຄງການສົ່ງເສີມການເຈລະຈາທາງດ້ານການຄ້າໃນຂອບພາກພື້ນອາຊຽນ (AEC) ແລະ ອົງການອາຫານໂລກ (WHO) ແລະ ອື່ນໆ. ນອກນີ້, ​ຍັງໄດ້ສະເໜີໃຫ້ທ່ານຊ່ວຍສະໜັບສະໜູນ ເພື່ອກຽມຄວາມພ້ອມໃນການເປັນປະທານກອງປະຊຸມອາຊຽນ ແລະ ທັງເປັນການເປີດປີທ່ອງທ່ຽວ ຂອງສປປ ລາວໃນປີ 2024.

IMG_9964

      ພ້ອມດຽວກັນນີ້, ທ່ານ ຄິມ ເທຮືມ  (Kim Tea Heum ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ຍົກບາງບັນຫາມາປຶກສາຫາລືກ່ຽວກັບ ແຜນການຮ່ວມມືກັບຝ່າຍລາວ ໃນການເຮັດ Smart Farm ຫັນເປັນດິຈີຕອນ ຍຸກ 6.0 ຢູ່ລາວ, ຊຶ່ງທາງແຂວງ ຊຸງຊອງນໍາໂດ ແຫ່ງ ສ ເກົາຫລີ ມີບົດຮຽນອັນດີເດັ່ນໃນການດໍາເນີນທຸລະກິດແບບຄົບວົງຈອນ; ແລະ ລາຍງານຜ່ານມາທ່ານເຈົ້າແຂວງພ້ອມຄະນະ ກໍ່ໄດ້ເຂົ້າພົບປະກັບທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຂອງລາວ ໃນການປຶກສາຫາລື ແລະ ຊອກຫາແນວທາງຂອງການຮ່ວມມືໃນຕໍ່ໜ້າ. ພ້ອມດຽວກັນນີ້, ທ່ານລັດຖະມົນຕີ ກໍ່ໄດ້ສະແດງຄວາມຍິນດີ ຊຶ່ງທາງກະຊວງ ອຄ ແມ່ນຈະເອື້ອອໍານວຍຄວາມສະດວກຕໍ່ການເຮັດທຸລະກິດ ຂອງຕ່າງປະເທດ ແລະ ຈະຮັບເອົາບັນຫາດັ່ງກ່າວນໍາໄປປຶກສາຫາລືກັບຄະນະລັດຖະບານຕື່ມ ເພື່ອເຮັດໃຫ້ເກີດຄວາມຮ່ວມມືໃນອະນາຄົດ ລະຫວ່າງ ແຂວງຊຸງຊອງນໍາໂດ ແຫ່ງ ສ ເກົາຫລີ ແລະ ແຂວງວຽງຈັນ ຂອງ ສປປ ລາວ.

IMG_9971

       ຕອນທ້າຍ ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານເຈົ້າແຂວງ ໃນການພົບປະແລກປ່ຽນຄວາມຄິດເຫັນຫຼາຍອັນທີ່ເປັນປະໂຫຍດ,  ພ້ອມທັງອວຍພອນໄຊໃຫ້ທ່ານພ້ອມຄະນະ ຈົ່ງປະສົບຜົນສໍາເລັດໃນການເຄື່ອນໄຫວວຽກງານ ຢູ່ສປປ ລາວ, ຂໍເຊື້ອເຊີນທ່ານເຈົ້າແຂວງມາຢ້ຽມຢາມສປປ ລາວ ອີກໃນເວລາອັນເໝາະສົມ ແລະ ມອບເຄື່ອງທີ່ລະນຶກຜະລິດຕະພັນຝ້າຍລາວ ໃຫ້ແກ່ທ່ານ ຄິມ ເທຮືມ  ເພື່ອເປັນການໂຄສະນາສິນຄ້າຂອງລາວ ໃຫ້ບັນດາປະເທດໄດ້ຮັບຮູ້ຢ່າງກວ້າງຂວາງ.IMG_9938

ພາບ-ຂ່າວ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂ້ໍມູນຂ່າວສານ