ກອງປະຊຸມຝຶກອົບຮົມໃນຫົວຂໍ້: ການສ້າງຄວາມເຂົ້າໃຈກ່ຽວກັບຕາຕະລາງຂໍ້ຜູກພັນການຄ້າດ້ານບໍລິການໃນຮູບແບບ negative List
By theu vaenvongsod On 7 Dec, 2023 At 10:10 AM | Categorized As ຂ່າວພາຍໃນ | With 0 Comments

pictuer of DNC on7Dec
ໃນວັນທີ 29-30 ພະຈິກ 2023, ທີ່ ໂຮງແຮມ ຄຣາວພຣາຊ່າ ນະຄອນຫຼວງວຽງຈັນ, ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ (DTNC), ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບ ກັບສູນການຄ້າສາກົນ (ITC) ພາຍໃຕ້ທຶນຊ່ວຍເຫລືອຈາກສະຫະພາບເອີຣົບ ຈາກໂຄງການ ARISE Plus ປະຈຳ ສປປ ລາວ ໄດ້ຈັດຝຶກອົບຮົມ ກ່ຽວກັບ ການສ້າງຄວາມເຂົ້າໃຈຕໍ່ການຄ້າດ້ານບໍລິການໃນຮູບແບບ Negative List (ຮູບແບບປິດ). ຝຶກອົບຮົມໄດ້ຮັບການກ່າວເປີດຮ່ວມ ລະຫວ່າງ ທ່ານ ນົງຈິດ ຄຳບຸນເຮືອງ, ຫົວໜ້າພະແນກການຄ້າດ້ານບໍລິການ ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ແລະ ທ່ານ ນາງ Adriana Espes Pizarro ທີ່ປຶກສານະໂຍບາຍການຄ້າຈາກ ສູນການຄ້າສາກົນ (ITC).
ຊຶ່ງຮູບແບບການຈັດຕັ້ງປະຕິບັດການສ້າງຄວາມຮູ້ ແລະ ທັກສະໃຫ້ແກ່ ນັກເຈລະຈາ ຂອງແຕ່ລະຂະແໜງການ ໄດ້ແບ່ງອອກເປັນ 03 ຮູບແບບໃນການຈັດຝຶກອົບຮົມສໍໍາມະນາ ຄື:
• ຄັ້ງທີ 1: ຈັດຂຶ້ນໃນວັນທີ 12 ພຶດສະພາ ໃນຮູບແບບທາງໄກ ທີ່ຕິດພັນກັບ ‘ຄວາມເຂົ້າໃຈການໂອນຖ່າຍຕາຕະລາງຂໍ້ຜູ້ພັນຮູບແບບປິດ ແລະ ອື່ນໆທີ່ກ່ຽວຂ້ອງ ສໍາລັບ ສປປ ລາວ’.
• ຄັ້ງທີ 2: ຈັດຂຶ້ນໃນລະຫວ່າງວັນທີ 17-18 ກໍລະກົດ 2023, ທີ່ຈັດໃນນະຄອນຫຼວງວຽງຈັນ, ການສໍໍາມະນາແມ່ນ ‘’ເຈລະຈາດ້ານການຄ້າຂອງ ສປປ ລາວ ໄດ້ຮັບທັກສະທີ່ສຳຄັນ ພາຍຫລັງຝຶກອົບຮົມ ກ່ຽວກັບ ການຄ້າດ້ານການບໍລິການ ແລະ ຕາຕະລາງຂໍ້ຜູກພັນການຄ້າດ້ານບໍລິການຮູບແບບປິດ’’
• ຊຶ່ງໃນການຝຶກອົບຮົມໃນຄັ້ງນີ້໊, ແມ່ນເທື່ອນີ້ເປັນຄັ້້ງທີ 3 ແມ່ນການສໍາມະນາ ‘Transition to the negative List: Simulation Workshop` ຊຶ່ງໄດ້ແນ່ໃສ່ 3 ຂະແໜງການເປົ້າໝາຍເຂົ້າຮ່ວມ ຄື: ຂະແໜງການໂທລະຄົມ ແລະ ການສື່ສານ,ຂະແໜງການບັນຊີ, ແລະ ຂະແໜງການບິນພົນລະເຮືອນ ລວມທັງໝົດ 25 ທ່ານ.pics 2

ຈຸດປະສົງຂອງຝຶກອົບຮົມໃນຄັ້ງນີ້ ແມ່ນແນໃສ່ເພີ່ມທະວີສ້າງຄວາມເຂັ້ມແຂງ, ຄວາມຮັບຮູ້-ເຂົ້າໃຈ ໃຫ້ແກ່ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບການເຈລະຈາວຽກງານການຄ້າດ້ານການບໍລິການ ການນໍາໃຊ້ຂໍ້ຜູກພັນການຄ້າຕາຕະລາງຮູບແບບປິດ ໂດຍສະເພາະ ວິທີການຫັນປ່ຽນຈາກຕາຕະລາງຂໍ້ຜູກພັນຮູບແບບ (Positive List) ມາເປັນຮູບແບບ (Negative List) ຂອງ ສປປ ລາວ.

ການຝຶກອົບຮົມແມ່ນຈະດຳເນີນໄປເປັນເວລາ 02 ວັນ ເຊິ່ງມີເນື້ອໃນກວມເອົາ 06 ພາກ ຄື: ມື້ທີ 1 ແມ່ນພາກສະເໜີ ແລະ ທົບທວນຄື ການສໍາມະນາ, ພ້ອມກັບການສະເໜີຂອບເຂດ, ໂຄງຮ່າງ ແລະ ວິທີການໂອນຖ່າຍຕາຕະລາງການຄ້າດ້ານການບໍລິການ, ການລົງທຶນ ແລະ ບັນດາຂໍ້ຜູກພັນ ໃນຂອບສັນຍາ RCEP ແລະ ATISA; ແລະ ມື້ທີ 2 ແມ່ນຈະເປັນການ ປະຕິບັດຕົວຈິງ ໂດຍໃຊ້ແບບການໂອນຖ່າຍຕົວຈິງ ໃຫ້ບັນດາທ່ານໄດ້ ຝຶກ ແລະ ແບບຝຶກຫັດວິຊາການຕົວຈິງ.

pics3
ຫຼັກສູດການຝຶກອົບຮົມດັ່ງກ່າວແມ່ນມີການປະຕິບັດຕົວຈິງ, ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈຢ່າງຮອບດ້ານກ່ຽວກັບຂໍ້ຜູກພັນການຄ້າຕາຕະລາງຮູບແບບປິດໃນພາກພື້ນ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບຮູບແບບ ແລະ ຂໍ້ມູນທີ່ຈໍາເປັນສໍາລັບເອກະສານຄັດຕິດ ຂອງມາດຕະການທີ່ບໍ່ສອດຄ່ອງພາຍໃຕ້ສັນຍາ RCEP ແລະ ATISA ນໍາພາໂດຍຜູ້ຊ່ຽວຊານດ້ານການບໍລິການ. ຜູ້ເຂົ້າຮ່ວມໄດ້ແບ່ງອອກເປັນກຸ່ມເພື່ອປະຕິບັດການຕົວຈິງ ໂດຍເນັ້ນໃສ່ຂະແໜງການຂົນສົ່ງ, ຂະແໜງການບັນຊີ ແລະ ຂະແໜງການໂທລະຄົມມະນາຄົມ ແລະ ການສື່ສານ .
pics4
pics5pics6
ຫຼາຍຄົນອາດຄິດວ່າ ການຄ້າດ້ານສິນຄ້າ ແມ່ນມີຄວາມສໍາຄັນຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ, ແຕ່ຄວາມ ເປັນຈິງແລ້ວ ຂະແໜງບໍລິການກໍເປັນຂະແໜງໜຶ່ງທີ່ສໍາຄັນຫຼາຍ ໃນການປະກອບສ່ວນເຂົ້າໃນການສ້າງລາຍຮັບໃຫ້ເສດຖະ ກິດຂອງຊາດ. ຊຶ່ງກວມເອົາ 40,2% ຂອງ GDP, ຂະແໜງບໍລິການເປັນຂະແໜງໜຶ່ງທີ່ສໍາຄັນ ໃນການປະກອບສ່ວນເຂົ້າໃນການສ້າງລາຍຮັບໃຫ້ເສດຖະກິດຂອງຊາດ. ຊຶ່ງທາງກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຫັນຄວາມສໍາຄັນ ຂອງວຽກງານການຄ້າດ້ານບໍລິການ ແລະ ໄດ້ສຸມໃສ ທຸກການເຈລະຈາຜ່ານຮ່າງເນື້ອໃນ ແລະ ເປັນຈຸດປະສານກັບບັນດາ 12 ຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບປະກັບວຽກງານການຄ້າດ້ານບໍລິການ ທີ່ກວມເຂົາ 140 ຂະແໜງການຍ່ອຍ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ ແລະ ປະສິດທິຜົນຈາກບັນດາສັນຍາ ທີ່ ສປປ ລາວ ເປັນພາຄີ, ຄຽງຄູ່ກັບການຈັດຝຶກອົບຮົມໃຫ້ແກ່ພະນັກງານວິຊາການ ແລະ ການເຜີຍແຜ່ວວຽກງານການຄ້າດ້ານການບໍລິການເປັນແຕ່ລະໄລຍະ ເພື່ອໃຫ້ວຽກງານດັ່ງກ່າວໄດ້ປະສົບຜົນສຳເລັດສູງສຸດ.
pics7
ການຈັດຝຶກອົບຮົມໃນຄັ້ງນີ້ ໄດ້ສ້າງຄວາມເຂັ້ມແຂງ, ຄວາມເຂົ້າໃຈໃຫ້ແກ່ບັນດານັກເຈລະຈາຂອງຂະແໜງການຄ້າດ້ານບໍລິການ, ບັນດາຜູ້ເຂົ້າຮ່ວມ ໄດ້ເອົາໃຈໃສ່ໃນການຖ່າຍທອດບົດຮຽນຈາກ ຊ່ຽວຊານຢ່າງເຕັມສ່ວນ ແລະ ຖືເອົາເວທີນີ້ ເປັນເວທີການປືກສາຫາລື ເພື່ອຍາດແຍ່ງເອົາບົດຮຽນຈາກຊ່ຽວຊານ, ໄດ້ເຂົ້າໃຈ ແລະ ສາມາດລົງເລິກເຖິງວິທີການກະກຽມໃນການຫັນປ່ຽນການຮ່າງຕາຕະລາງຂໍ້ຜູກພັນຈາກຮູບແບບເປີດ (Positive List) ມາເປັນຮູບແບບປິດ (Negative List) ຂອງ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃຫ້ຫຼາຍຂື້ນ.
pics8
ສຸດທ້າຍນີ້, ຂໍສະແດງຄວາມຂອບໃຈມາຍັງຜູ້ໃຫ້ການສະໜັບສະໜູນໃນການຈັດຝຶກອົບຮົມສຳມະນາໃນ 03 ຄັ້ງທີ່ຜ່ານມາ ກໍຄື: ໂຄງການ ARISE Plus ປະຈຳ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນດ້ານງົບປະມານຈັດກອງຝຶກອົບຮົມ ແລະ ຊ່ຽວຊານຈາກສູນການຄ້າສາກົນ (ITC). ໂດຍຫວັງວ່າ ການຈັດຝຶກອົບຮົມໃນມື້ນີ້ ຈະຊ່ວຍໃຫ້ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງພວກເຮົາ ມີຄວາມຮັບຮູ້ ແລະ ເຂົ້າໃຈເພີ່ມຕື່ມກ່ຽວກັບ ການຫັນປ່ຽນການຮ່າງຕາຕະລາງຂໍ້ຜູກພັນຈາກຮູບແບບເປີດ (Positive List) ມາເປັນຮູບແບບປິດ (Negative List) ຂອງ ສປປ ລາວ.

ແຫລ່ງຂ່າວ: ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ

ໂພດສ໌ໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫ້ອງການ ກຊອຄ