ເອກອັກຄະລັດຖະທູດ ປາກິດສະຖານ ເຂົ້າຢ້ຽມຂໍ່ານັບທ່ານ ຮອງຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 5 Dec, 2023 At 11:53 AM | Categorized As ຂ່າວສຳຄັນ | With 0 Comments

IMG_0044

       ໃນຕອນ​ເຊົ້າເວລາ 11:00 ໂມງ ຂອງວັນທີ 1 ທັນວາ 2023, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ  ວົງໄຊ  ຮອງຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ຊາມີນາ ເມຕາບ, ເອກອັກຄະລັດຖະທູດ ປາກິດສະຖານ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລື ກັບ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ມີຜູ້ຕາງໜ້າເຂົ້າຮ່ວມ ຫົວໜ້າກົມ ຮອງຫົວໜ້າກົມ ຫົວໜ້າພະແນກອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າຍ ປະມານ 15 ທ່ານ.

IMG_0041

          ໂອກາດນີ້  ທ່ານ  ມະໂນທອງ ວົງໄຊ  ຮອງລັດຖະມົນຕີ  ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່  ທ່ານ ນາງ  ຊາມີນາ ເມຕາບ, ເອກອັກຄະທູດ ປາກິດສະຖານ ປະຈໍາ ສປປ ລາວ  ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເຊິ່ງ ທ່ານທູດ ໄດ້ສົນທະນາກ່ຽວກັບວຽກງານການຮ່ວມມື ການພົວພັນດ້ານການຄ້າ, ການລົງທຶນ ລະຫວ່າງ ສປປ ລາວ-ປາກີດສະຖານ ໃຫ້ຫຼາຍຂື້ນທີ່ມີການເສີ່ມສ້າງສາຍພົວພັນທີ່ດີໃນໄລຍະຜ່ານມາ ດ້ານເສດຖະກິດດ້ານການຄ້າ, ການລົງທຶນ ລະຫວ່າງ ສປປ ລາວ-ປາກິດສະຖານ, ແຕ່ປີ2015-2023 ມູນຄ່າການຄ້າສອງຝ່າຍປະຕິບັດໄດ້ 3-4 ລ້ານໂດລາສະຫະລັດ.

IMG_0056

         ໃນໂອກາດນີ້ ທ່ານຮອງລັດຖະມົນຕີ ແລະ ທ່ານ ທູດ ທັງສອງຝ່າຍສືບຕໍ່ຮ່ວມມື ແລະ ສົ່ງເສີມການຄ້າທັງສອງຝ່າຍໃຫ້ຂະຫຍາຍສູງຂື້ນເລື່ອຍໆພ້ອມທັງຊັກຊວນໃຫ້ນັກທຸລະກິດປາກິດສະຖານ ແລະ ສປປ ລາວ ມາລົງທຶນແລກປ່ຽນການຊຸກຍູ້ພາກທຸລະກິດຂອງສອງປະເທດໃຫ້ມີຄວາມຮ່ວມມືເຂັ້ມແຂງໃຫ້ຫຼາຍຂື້ນ.

ຂ່າວ-ພາບ ໂດຍ: ໄພຄໍາອີ  ສູນສະຖິຕິ ແລະ ຂ່າວສານ /ຫອຄ.