ກະຊວງ ອຄ ປາຖະກະຖາ ວັນຊາດທີ 2 ທັນວາ ແລະ ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ
By ໄພວັນ On 3 Dec, 2023 At 10:59 AM | Categorized As ຂ່າວສຳຄັນ | With 0 Comments

IMG_0064

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດພິທີ ໂຮມຊຸມນຸມ ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ແລະ ເຊື່ອມຊື່ມເອກະສານສໍາຄັນຂອງພັກໃນວັນທີ 1 ທັນວາ 2023 ທີ່ກະຊວງ ອຄ, ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ-ລັດຖະມົນຕີກະຊວງ ອຄ, ມີຮອງເລຂາຄະນະພັກ, ບັນດາເລຂາໜ່ວຍພັກຮາກຖານ, ສະມາຊິກພັກ-ພະນັກງານ ທົ່ວກະຊວງ ອຄ ເຂົ້າຮ່ວມ.

ໂດຍປະຕິ​ບັດ​ຕາມ​ແຈ້ງ​ການ​ແນະ​ນໍາ​ຂອງ​ຄະນະ​ໂຄສະນາ​ອົບຮົມ​ສູ​ນກາງ​ພັກ ​ແລະ ການ​ຕົກລົງ​ເຫັນ​ດີຂອງ​ລັດຖະມົນຕີ​ ກະຊວງ ອຄ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ຈັດ​ຕັ້ງ​ປາຖະກະຖາ​ວັນ​ທີ່​ມີຄວາມໝາຍ, ຄວາມສຳຄັນ​ທາງປະຫວັດສາດ ຂອງ​ພັກ, ຂອງຊາດ ແລະ ເຜີຍແຜ່ເຊື່ອມຊືມເອກະສານສຳຄັນຂອງພັກ. ເພື່ອເຮັດໃຫ້ຄະນະພັກຂັ້ນຕ່າງໆ, ພະນັກງານຫຼັກແຫຼ່ງ, ສະມາຊິກພັກ-ພະນັກງານ ໄດ້ຮັບຮູ້ເຂົ້າໃຈ, ເຊື່ອມຊຶມ, ກໍາແໜ້ນ ຢ່າງເລິກເຊິ່ງ, ທົ່ວເຖິງ ແລະ ມີຄວາມເປັນເອກະພາບສູງຕໍ່ເນື້ອໃນຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຂອງຄະນະບໍລິຫານງານພັກກະຊວງ ອຄ ສະໄໝທີ V ແລະ ເນື້ອໃນເອກະສານກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ. ແນໃສ່ບັນດາຄາດໝາຍສູ້ຊົນ, ວຽກຈຸດສຸມ ແລະ ແຜນປະຕິບັດງານລະອຽດໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ອຄ ຄັ້ງທີ V ໃຫ້ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ແລະ ມີປະສິດທິຜົນສູງ.

3

ໃນພິທີ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ-ລັດຖະມົນຕີກະຊວງ ອຄ ໃຫ້ກຽດເຜີຍແຜ່ເນື້ອໃນເອກະສານສໍາຄັນຂອງພັກຄື:  1. ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI  (ສະບັບລົງວັນທີ 18 ສິງຫາ 2023); 2. ມະຕິ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ (ເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023); 3. ແຜນດໍາເນີນງານ ເລກທີ 432/ຄລສພ, ລົງວັນທີ 8 ກັນຍາ 2023 ເພື່ອຜັນຂະຫຍາຍມະຕິ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ; ແລະ 4. ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ສະໄໝທີ V.

5

ສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະບໍລິຫານງານພັກ-ຮອງ​ລັດຖະມົນຕີ​ກະຊວງ​ ອຄ. ໄດ້ເຜີຍແຜ່ ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ.

6

ໃນພິທີ ສະຫາຍ ພຸດທະວັນ ນັນທະວົງ ຄະນະປະຈໍາພັກກະຊວງ, ປະທານກວດກາພັກກະຊວງ, ຫົວໜ້າກົມກວດກາ ໃຫ້ກຽດເຜີຍແຜ່ 2 ເນື້ອໃນເອກະສານສຳຄັນຂອງພັກ ຄື: 1. ຄໍາສັ່ງ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023; 2. ຄໍາແນະນໍາການຈັດຕັ້ງປະຕິບັດຄໍາສັ່ງ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 211/ຄຈສພ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ ຂ່າວສານ ອຄ.

About -