ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ຕ້ອນຮັບການພົບປະຢ້ຽມຢາມຂອງ ເອກອັກຄະລັດຖະທູດ ສະຫາພາບເອີຣົບ ປະຈໍາ ສປປ ລາວ
By Miss Phetpakai SISOMBOUN On 2 Dec, 2023 At 03:38 PM | Categorized As ຂ່າວ, ຂ່າວສຳຄັນ | With 0 Comments

32

ໃນຕອນບ່າຍ ເວລາ 13 : 30 ໂມງຂອງວັນ​ທີ 01 ທັນວາ 2023  ທີ່ ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ນ. ອິນາ ມາຈູລໍນິແຕ (Ms. Ina Marčiulionytė), ເອກອັກຄະລັດຖະທູດ ສະຫາພາບເອີຣົບ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ແລະ ມີຜູ້ຕາງໜ້າ​ຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 18 ​ທ່ານ.

5

ໃນ​ໂອ​ກາດ​ພົບ​ປະ​ຄັ້ງ​ນີ້ ທ່ານລັດຖະມົນຕີ ກະຊວງ ອຄ ໄດ້ສະແດງຄວາມຍິນດີຕ້ອນຮັບ ນ. ອິນາ ມາຈູລໍນິແຕ (Ms. Ina Marčiulionytė), ເອກອັກຄະລັດຖະທູດ ສະຫາພາບເອີຣົບ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວວຽກງານຂອງຕົນ ຢູ່ ສປປ ລາວ ຊຶ່ງການພົບປະຄັ້ງນີ້  ທ່ານໄດ້ສະເໜີ ບາງບັນຫາໃນການປຶກສາຫາລື ກັບເອກອັກຄະລັດຖະທູດ ສະຫາພາບເອີຣົບ ປະຈໍາ ສປປ ລາວ ຄື:

ກ່ຽວກັບການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024

-        ສໍາລັບແຜນບູລິມະສິດດ້ານເສດຖະກິດອາຊຽນ  (Priority Economic Deliverables – PEDs) ຂອງ ສປປ ລາວ ໃນປີ 2024 ມີ 3 ກຸ່ມຍຸດທະສາດ (Strategic Thrusts) ແລະ 14 PEDs ດັ່ງນີ້:

  • ກຸ່ມຍຸດທະສາດ 1: ການເຊື່ອມໂຍງ ແລະ ເຊື່ອມຈອດດ້ານເສດຖະກິດ (Integrating and Connecting Economies)
  • ກຸ່ມຍຸດທະສາດ 2: ການສ້າງອະນາຄົດແບບຢືນຍົງ ແລະ ທຸກພາກສ່ວນມີສ່ວນຮ່ວມ (Forging an Inclusive and Sustainable Future)
  • ກຸ່ມຍຸດທະສາດ 3: ການຫັນປ່ຽນເພື່ອກ້າວໄປສູ່ດິຈິຕອນໃນອານະຄົດ (Transforming for Digital Future)

ໂດຍສະເພາະກອງປະຊຸມຂັ້ນ ລັດຖະມົນຕີ ປະກອບມີ:

  1. ກອງປະຊຸມ ASEAN Economic Ministers’ Meeting (AEM) Retreat ຄັ້ງທີ 24, ວັນທີ 07-08 ມີນາ 2024, ທີ່ ຫຼວງພະບາງ
  2. ກອງປະຊຸມ AEM ຄັ້ງທີ 56, ວັນທີ 15-22 ກັນຍາ 2024 ທີ່ ນະຄອນຫຼວງວຽງຈັນ
  3. ກອງປະຊຸມ ASEAN Economic Community Council ຄັ້ງທີ 24, ວັນທີ 06-07 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ

ກ່ຽວກັບການປັບປຸງສະພາບແວດລ້ອມດໍາເນີນທຸລະກິດ ແລະ ການລົງທຶນ

ເພື່ອປັບປຸງບັນຍາກາດໃນການດໍາເນີນທຸລະກິດໃຫ້ດີຂຶ້ນແນໃສ່ຍາດແຍ່ງ ແລະ ດຶງດູດເອົາການລົງທຶນທີ່ມີຄຸນນະພາບ, ຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດ ໂດຍການຫຼຸດຜ່ອນຂັ້ນຕອນ ແລະ ເວລາໃນການອອກອະນຸຍາດຕ່າງໆຂອງ ຂະແໜງການທີ່ກ່ຽວຂ້ອງໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ມີຜົນສັກ ສິດ, ຫຼຸດຜ່ອນຕົ້ນທຶນໃນການດຳເນີນທຸລະກິດ. ກະຊວງ ອຄ ໄດ້ເປັນເຈົ້າການປະສານກັບຂະແໜງການ ເພື່ອເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ຕິດພັນກັບການເລີ່ມຕົ້ນທຸລະກິດ, ຊຶ່ງປະຈຸບັນ ສາມາດຫຼຸດຂັ້ນຕອນການເລີ່ມຕົ້ນທຸລະກິດຈາກ 10 ຂັ້ນຕອນ ເຫຼືອພຽງ 3 ຂັ້ນຕອນຄື: (1) ຂຶ້ນທະບຽນວິສາຫະກິດ, (2) ຄວັດຕາປະທັບ ແລະ (3) ຈົດທະບຽນປະກັນສັງຄົມ. ສະນັ້ນ, ຈຶ່ງເຮັດໃຫ້ເວລາການເລີ່ມຕົ້ນທຸລະກິດຈາກສູງສຸດ ສະເລ່ຍ 174 ວັນ ຫຼຸດລົງເຫຼືອປະມານ 17 ວັນ. ນອກຈາກນັ້ນ, ຍັງສາມາດຫຼຸດຜ່ອນເວລາການແຈ້ງຂຶ້ນທະບຽນວິສາຫະກິດຈາກເມື່ອກ່ອນ 50-80 ວັນ ເຫຼືອພຽງ 10 ວັນລັດຖະການ ແລະ ໄດ້ສ້າງເວັບໄຊຖານຂໍ້ມູນວິສາຫະກິດແຫ່ງຊາດ (www.ned.moic.gov.la) ຊຶ່ງໄດ້ເປີດນຳໃຊ້ໃນກາງປີ 2019 ເປັນຕົ້ນມາ. ປະຈຸບັນກໍາລັງສ້າງແພລດຟອມ ຂຶ້ນທະບຽນວິສາຫະກິດຜ່ານທາງອອນລາຍ.

ກ່ຽວກັບການສະເໜີກະກຽມຈັດກອງປະຊຸມທຸລະກິດ ລາວ-ອີຢູ ຄັ້ງທໍາອິດ:

ຈຸດປະສົ່ງຫຼັກຂອງການຈັດກອງປະຊຸມ LEBF ແມ່ນເພື່ອສົ່ງເສີມການຮ່ວມມືສອງຝ່າຍ ດ້ານເສດຖະກິດ, ທຸລະກິດ, ການເງິນ ແລະ ການລົງທຶນທີ່ມີຄຸນນະພາບຂອງ ຂອງພາກທຸລະກິດ ອີຢູ ໃນ ສປປ ລາວ ແນໃສ່ສະໜັບສະໜູນການບັນລຸບັນດານະໂຍບາຍ ແລະ ເປົ້າໝາຍຕາມແຜນພັດທະນາເສດຖະກິດສັງຄົມ ຄັ້ງທີ່ 9 ຂອງ ສປປ ລາວ, ນະໂຍບາຍການພັດທະນາເສດຖະກິດແບບຍືນຍົງ ແລະ ສີຂຽວ, ນະໂຍບາຍການຫັນປ່ຽນເປັນປະເທດເຊື່ອມຈອດທາງດ້ານເສດຖະກິດ ແລະ ການລົງທຶນ. ປະຈຸບັນແມ່ນ ກະຊວງ ແຜນການ ແລະ ການລົງທຶນ ເປັນເຈົ້າການ

4

ທ້າຍນີ້, ທ່ານ ລັດຖະມົນຕີກະຊວງ ອຄ  ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ນ. ອິນາ ມາຈູລໍນິແຕ (Ms. Ina Marčiulionytė), ເອກອັກຄະລັດຖະທູດ ສະຫາພາບເອີຣົບ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ຕ່ໍການສືບຕໍ່ການສະໜັບສະໜູນໃຫ້ຄວາມຮ່ວມມື, ການພົບປະແລກປ່ຽນຄວາມຄິດເຫັນຫຼາຍອັນທີ່ເປັນປະໂຫຍດ  ພ້ອມທັງອວຍພອນໄຊ ໃຫ້ທ່ານພ້ອມຄະນະ ຈົ່ງມີຄວາມສຸກ, ສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນການເຄື່ອນໄຫວວຽກງານ ຢູ່ ສປປ ລາວ.

ພາບ: ໄພວັນ ໂຄດວັນທາ

ຂ່າວ: ເພັດປະກາຍ ສີສົມບູນ