ລະນຶກວັນສາກົນເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ “25 ພະຈິກ”
By ໄພວັນ On 1 Dec, 2023 At 10:26 AM | Categorized As ຂ່າວສຳຄັນ | With 0 Comments

IMG_0095

ຄະນະກຳມາທິການສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ກະຊວງອຸດສາຫະກຳ ແລະ ການຄ້າ ( ຄກມດ-ອຄ) ໄດ້ຈັດຕັ້ງຂະບວນການລະນຶກວົນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ຄັ້ງວັນທີ 30 ພະຈິກ 2023 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຂອງທ່ານ ນາງ  ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ນາງ ບຸນເຫຼືອ ຈັນທະພົມມາ ຫົວໜ້າສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ພັຕ ນາງ ມະນີວັນ ວິລະຈິດ ຮອງຫົວໜ້າພະແນກໂຄສະນາ, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກະຊວງປ້ອງກັນຄວາມສະຫງົບ, ສະຫະພັນແມ່ຍິງ ກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມ.

IMG_0005

ທ່ານ ນາງ ຈັນສຸກ ແສງພະຈັນ ກ່າວວ່າ: ກອງປະຊຸມຂອງພວກເຮົາໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ສຸມໃສ່ສ້າງຜົນງານເພື່ອຂ່ຳນັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ທີ່ຈະມາເຖິງນີ້ ແລະ ພ້ອມດຽວກັນນີ້ໃນຂອບເຂດທົ່ວປະເທດໄດ້ມີການຈັດຕັ້ງຂະບວນການລະນຶກວັນສາກົນເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ. ກອງປະຊຸມຂອງພວກເຮົາໃນມື້ນີ້ໄດ້ຮັບການຈັດຕັ້ງຂຶ້ນໃນຂອບເຂດ ຂອງແຜນການເຄື່ອນໄຫວເພື່ອລະນຶກເຖິງວັນສາກົນເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ເຊິ່ງເລີ່ມເປີດສາກ ໃນວັນທີ 25 ພະຈິກ2008 ດ້ວຍການເຜີຍແຜ່ທົບທວນປະຫັວດຄວາມເປັນມາຂອງວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ, ເຜີຍແຜ່ການສະກັດກັ້ນ ແລະ ຕ້ານການຄ້າມະນຸດຢູ່ ສປປລາວ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງຢູ່ ສປປ ລາວ. ເຊິ່ງການຈັດຕັ້ງກອງປະຊຸມຂອງພວກເຮົາແມ່ນໄດ້ຮັບການຮ່ວມມືລະຫວ່າງ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ສະຫະພັນແມ່ຍິງກະຊວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ.

IMG_0045

ຈຸດປະສົງຂອງກອງປະຊຸມ ເພື່ອເປັນການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ກັບບັນດາພາກສ່ວນຕ່າງໆ ເພື່ອຊ່ວຍກັນໃນການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະ ເດັກຍິງ ທີ່ກຳລັງແຜ່ລາມຫຼາຍຮູບແບບໃນທົ່ວໂລກ.ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແມ່ນໄດ້ເກີດຂຶ້ນມາດົນນານແລ້ວ ເຊິ່ງໄດ້ສົ່ງຜົນກະທົບທາງລົບຕໍ່ການພັດທະນາຂອງສັງຄົມ ເວົ້າລວມ, ເວົ້າສະເພາະ ແມ່ນກະທົບຕໍ່ຈິດໃຈ ແລະ ຮ່າງກາຍຕະຫຼອດຮອດຊັບສິນຂອງແມ່ຍິງ ແລະ ເດັກນ້ອຍ. ສາເຫດຕົ້ນຕໍ ແມ່ນຍ້ອນຮີດຄອງປະເພນີເກົ່າແກ່ຫຼ້າຫຼັງ, ການເຊື່ອຖືແບບງົມງວຍ, ຄວາມທຸກຍາກຂາດເຂີນ, ລະດັບການສຶກສາຕໍ່າ, ທັດສະນະ ແລະ ສິ່ງຫຍໍ້ທໍ້ອື່ນໆທີ່ມີຕໍ່ແມ່ຍິງຢູ່ໃນສັງຄົມ.

ທ່ານກ່່າວຕື່ມວ່າ: ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ແມ່ນປະກົດການຫຍໍ້ທໍ້ຂອງສັງຄົມອັນຮ້າຍແຮງອີກຮູບແບບໜຶ່ງ, ຄວາມຮຸນແຮງປະກອບມີຫຼາຍຮູບແບບເຊັ່ນ: ການບັງຄັບແຕ່ງງານ, ການແຕ່ງງານແຕ່ອາຍຸຍັງນ້ອຍ(ກ່ອນໄວອັນຄວນ), ການຄ້າມະນຸດ, ການບັງຄັບຮ່ວມເພດ ແລະ ການຂົ່ມຂືນກະທຳຊຳເລົາ ເຊິ່ງສາມາດເກີດຂື້ນໃນຄອບຄົວ, ຊຸມຊົນທັງໃນຕົວເມືອງ ແລະ ຊົນນະບົດ ທີ່ເກີດຂື້ນກັບແມ່ຍິງໃນທຸກປະເທດ ແລະ ມີຜົນກະທົບໂດຍກົງຕໍ່ແມ່ຍິງ ແລະ ເດັກນ້ອຍ ນັບແຕ່ມື້ເກີດຈົນໄປເຖິງໄວເຖົ້າສະລາ ແລະ ບັນຫາດັ່ງກ່າວເປັນສິ່ງກີດກັ້ນຢ່າງໜັກໜ່ວງໃນການພັດທະນາຄວາມອາດສາມາດຂອງຊັບພະຍາກອນມະນຸດຂອງບັນດາປະເທດ, ທັງເປັນສິ່ງກິດຂວາງຄວາມພະຍາຍາມຂອງລັດຖະບານໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະເປົ້າໝາຍທີ 5 ໃນການບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງທຸກຄົນ. ບັນຫາຄວາມຮຸນແຮງ ເປັນບັນຫາທີ່ແຜ່ລາມໃນຫຼາຍຂົງເຂດ ໃນທົ່ວໂລກ ແລະ ເປັນສາຍເຫດອັນໜຶ່ງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບໃນຄອບຄົວ ແລະ ສັງຄົມ. ສະນັ້ນ, ເພື່ອເປັນການແກ້ໄຂ ແລະຫຼຸດຜ່ອນບັນຫາດັ່ງກ່າວ ສປປ ລາວ ໄດ້ດຳເນີນການໂຄສະນາດ້ວຍຫຼາຍຮູບການ, ປັບປຸງ ແລະ ໄດ້ສ້າງນິຕິກຳ ເພື່ອເປັນບ່ອນອີງໃນການແກ້ໄຂບັນຫາເປັນຕົ້ນໄດ້ສ້າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເຊິ່ງໄດ້ກຳນົດຮູບການ, ປະເພດຄວາມຮຸນແຮງ ນອກຈາກນັ້ນຍັງໄດ້ກໍານົດມາດຕະການລົງໂທດຕໍ່ຜູ້ລະເມີດກົດໝາຍ ກໍຄືຜູ້ກະທຳຜິດອີກດ້ວຍ. ພ້ອມກັນນັ້ນກໍ່ໄດ້ຮັບຮອງແຜນດຳເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 5 ປີ ຄັ້ງທີ II (2021-2025) ທີ່ໄດ້ຖືກຈັດຕັ້ງປະຕິບັດໂດຍຫຼາຍຂະແໜງການ ແລະ ທ້ອງຖິ່ນຢ່າງມີໝາກຜົນເປັນກ້າວໆ.

IMG_0089

ພາຍໃນງານຍັງໄດ້ເຜີຍແຜ່ຄວາມຮູ້ກ່ຽວກັບການຕ້ານການຄ້າມະນຸດຢູ່ໃນ ສປປ ລາວ ຈາກວິທະຍາກອນ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດຢູ່ ສປປ ລາວ ກະຊວງ ປກສ ພ້ອມທັງເຜີຍແຜ່ລກ່ຽວກັບການຕ້ານຄວາມຮຸນແຮງ ແລະ ການຊ່ວຍເຫຼືອຜູ້ເຄາະຮ້າຍຢູ່ໃນ ສປປ ລາວ ຈາກວິທະຍາກອນ ສູນໃຫ້ຄໍາປຶກສາແລະປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ ຂ່າວສານ ອຄ

About -