ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຕ້ອນຮັບການພົບປະຢ້ຽມຢາມ ທ່ານເລຂາທິການໃຫຍ່ອາຊຽນ
By theu vaenvongsod On 30 Nov, 2023 At 12:24 PM | Categorized As ຂ່າວສຳຄັນ | With 0 Comments

IMG_0465

ຕອນບ່າຍ ເວລາ 14 : 30 ໂມງ ຂອງວັນທີ 29 ພະຈິກ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ Kao Kim Hourn (ເກົາ ກິມຮຸນ) ເລຂາທິການໃຫຍ່ອາຊຽນ ພ້ອມຄະນະ, ມີຜູ້ຕາງໜ້າ​ຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 35 ​ທ່ານ.

       ໃນໂອກາດພົບປະຄັ້ງນີ້ ທ່ານລັດຖະມົນຕີ ກະຊວງ ອຄ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ Kao Kim Hourn (ເກົາ ກິມຮຸນ) ພ້ອມຄະນະທີ່ໄດ້ມາເຄື່ອນໄຫວວຽກງານຂອງຕົນ ຢູ່ ສປປ ລາວ ຊຶ່ງທ່ານໄດ້ສະເໜີ ບາງບັນຫາໃນການປຶກສາຫາລື ກັບທ່ານເລຂາທິການໃຫຍ່ອາຊຽນ ຄື: 1/ ຄວາມຄືບໜ້າຂອງ PEDs  ຂອງ ສປປ ລາວ ພາຍໃຕ້ຄໍາຂວັນ “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ” (ASEAN: Enhancing Connectivity and Resilience); 2/ ແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ (Priority Economic Deliverables – PEDs) ຂອງສປປ ລາວ ໃນປີ 2024 ມີ 3 ກຸ່ມຍຸດທະສາດ  (Strategic Thrusts)  ແລະ 14 PEDs ເຊັ່ນ: ກຸ່ມຍຸດທະສາດ 1: ການເຊື່ອມໂຍງ ແລະ ເຊື່ອມຈອດດ້ານເສດຖະກິດ (Integrating and Connecting Economies); ກຸ່ມຍຸດທະສາດ 2: ການສ້າງອະນາຄົດແບບຍືນຍົງ ແລະ ທຸກພາກສ່ວນມີສ່ວນຮ່ວມ (Forging an Inclusive and Sustainable Future); ກຸ່ມຍຸດທະສາດ 3: ການຫັນປ່ຽນເພື່ອກ້າວໄປສູ່ດິຈິຕອນໃນອະນາຄົດ (Transforming for Digital Future) ຊຶ່ງປະຈຸບັນ 14 PEDs ໄດ້ຮັບຮອງໂດຍລັດຖະບານລາວ ແລະ ໄດ້ສົ່ງ Concept notes ໃຫ້ຂະແໜງການມີຄໍາເຫັນເພີ່ມເຕີມ; 14 PEDs ດັ່ງກ່າວຈະໄດ້ປຶກສາຫາລືໃນລາຍລະອຽດຕື່ມໃນກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນແບບວົງແຄບໃນຕົ້ນເດືອນທັນວາ ປີ 2023 ນີ້; ພ້ອມທັງການແຈ້ງແຜນຈັດກອງປະຊຸມສໍາລັບປີ 2024 ຄື: ສປປ ລາວ ຈະໄດ້ຮັບເປັນເຈົ້າພາບກອງປະຊຸມສະເພາະເສົາຄໍ້າເສດຖະກິດ ຈໍານວນ 8 ຄັ້ງ, ໃນນັ້ນ ຂັ້ນລັດຖະມົນຕີ 3 ຄັ້ງ, ຂັ້ນຮອງລັດຖະມົນ 2 ຄັ້ງ ແລະ ຂັ້ນເຈົ້າໜ້າທີ່ອາວຸໂສເສດຖະກິດ 3 ຄັ້ງ ຊຶ່ງລາຍລະອຽດຈະໄດ້ຜ່ານກັນໃນກອງປະຊຸມ SEOM Retreat ຕື່ມ. ນອກນີ້, ​ຍັງໄດ້ສະເໜີໃຫ້ທ່ານເລຂາທິການໃຫຍ່ອາຊຽນ ສືບ​ຕໍ່ໃຫ້​ການ​ສະໜັບສະໜູນກອງປະຊຸມລັດຖະມົນຕີ ແລະ ເຈົ້າໜ້າທີ່ອາວຸໂສເສດຖະກິດປະເທດ CLMV ໂດຍສະເພາະການສົ່ງພະນັກງານຈາກກອງເລຂາອາຊຽນມາຊ່ວຍໃນການກະກຽມເນື້ອໃນ, ໂລເຈລຄໍຕິກ ແລະ ສະໜອງຂໍ້ມູນໃຫ້ກອງປະຊຸມ CLMV ແຕ່ລະຄັ້ງ ເພື່ອກຽມຄວາມພ້ອມໃນການເປັນປະທານກອງປະຊຸມອາຊຽນ ຂອງສປປ ລາວໃນປີ 2024.

IMG_0487

      ພ້ອມດຽວກັນນີ້, ທ່ານ Kao Kim Hourn (ເກົາ ກິມຮຸນ) ໄດ້ປຶກສາຫາລືກ່ຽວກັບ 1/ ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ (ສະພາບເສດຖະກິດ, ການຄ້າ, ການລົງທຶນ, ສັນຍາການຄ້າເສລີຕ່າງໆ, ແລະ ອື່ນໆ); 2/ ການກະກຽມເປັນປະທານອາຊຽນປີ 2024 ຂອງສປປ ລາວ ແລະ ແຜນວຽກບູລິມະສິດດ້ານເສດຖະກິດອາຊຽນປີ 2024; 3/ ການສ້າງປະຊາຄົມເສດຖະກິດອາຊຽນ ພາຍຫລັງປີ 2025; ພ້ອມທັງການສົ່ງເສີມວຽກງານການທ່ອງທ່ຽວພາຍໃນອາຊຽນ ໃຫ້ຫັນເປັນດິຈິຕອນຫຼາຍຂຶ້ນກວ່າເກົ່າ ຊຶ່ງສປປ ລາວ ກໍເປັນສາມາຊິກໃນບັນດາປະເທດອາຊຽນ ຫວັງວ່າຈະໄດ້ຮັບຄວາມຮ່ວມມືເປັນຢ່າງດີ; ນອກນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີທີ່ໄດ້ໃຫ້ຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາຈະໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນໃນວຽກງານອາຊຽນ ແກ່ສປປ ລາວ.

IMG_0489

       ຕອນທ້າຍ ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ Kao Kim Hourn (ເກົາ ກິມຮຸນ) ຕ່ໍການສືບຕໍ່ສະໜັບສະໜູນໃຫ້ຄວາມຮ່ວມມື ໃນວຽກງານອາຊຽນ ແລະ ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024, ການພົບປະແລກປ່ຽນຄວາມຄິດເຫັນຫຼາຍອັນທີ່ເປັນປະໂຫຍດ  ພ້ອມທັງອວຍພອນໄຊ ໃຫ້ທ່ານພ້ອມຄະນະ ຈົ່ງມີຄວາມສຸກ, ສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນການເຄື່ອນໄຫວວຽກງານ ຢູ່ສປປ ລາວ.

IMG_0492

ພາບ-ຂ່າວ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂ້ໍມູນຂ່າວສານ