ລັດຖະມົນຕີ ກະຊວງ ອຄ ພົບປະໂອ້ລົມພະນັກງານ ພະແນກ ອຄ ແຂວງສະຫວັນນະເຂດ
By ໄພວັນ On 29 Nov, 2023 At 02:27 PM | Categorized As ຂ່າວສຳຄັນ | With 0 Comments

3jpg

ໃນລະຫວ່າງວັນທີ 27-29 ພະຈິກ 2023 ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ພ້ອມດ້ວຍ ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ອ້ອມຂ້າງກະຊວງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງສະຫວັນນະເຂດ.

4

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍນັບ ທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າແຂວງ ແຂວງສະຫວັນນະເຂດ ແລະ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ກ່ຽວກັບການເຄື່ອນໄຫວລົງຢ້ຽມຢາມໃນຄັ້ງນີ້ວ່າ: ເນື່ອງໃນໂອກາດທີ່ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຫລື (LBE) ໄດ້ປະກາດການເພີ່ມທຶນ ເພື່ອຂະຫຍາຍໄລຍະການຈັດຕັ້ງປະຕິບັດລວມທັງ ຂະຫຍາຍກິດຈະກຳຂອງໂຄງການໄປຍັງແຂວງສະຫວັນນະເຂດ ເພື່ອຊ່ວຍເຫຼືອບັນດາຫົວໜ່ວຍທຸລະກິດ ແລະ SME ລວມທັງ ສົ່ງເສີມການລົງທຶນຂອງພາກເອກະຊົນ ໃນ ສປປ ລາວ ໃຫ້ຫຼາຍຂຶ້ນ ແລະ ເພື່ອເຂົ້າຮ່ວມກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງກການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ ຄັ້ງທີ 7 ທີ່ຈັດຂື້ນຢູ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ.

6

ພ້ອມນັ້ນ ທ່ານລັດຖະມົນຕີ ກະຊວງ ອຄ ພ້ອມຄະນະໄດ້ລົງເຄື່ອນໄຫວ ແລະ ເຮັດວຽກ ກັບຫົວໜ້າພະແນກ, ບັນດາຮອງພະແນກ ແລະ ວິຊາການ ພາຍໃນພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ພ້ອມທັງຮັບຟັງການລາຍງານສະພາບລວມການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ໄລຍະ ປີ 2023 ຂອງພະແນກ ອຄ ແຂວງ ແລະ ຂໍ້ຫຍຸ້ງຍາກບາງດ້ານ ເພື່ອສະເໜີຂໍທິດຊີ້ນຳ ໃນການແກ້ໄຂວຽກງານດ້ານຕ່າງໆ ເປັນຕົ້ນ ແມ່ນວຽກງານວິຊາສະເພາະທີ່ຕິດພັນກັບການສົ່ງເສີມວິສາຫະກິດ ແລະ ການຄ້າ, ທະບຽນ ແລະ ຄຸ້ມຄອງວິສາຫະກິດ, ອຸດສາຫະກຳ ແລະ ຫັດຖະກຳ, ການຄ້າພາຍໃນ ແລະ ວຽກງານອື່ນໆທີ່ຕິດພັນ.

ທ່ານ ລັດຖະມົນຕີ ໄດ້ສະແດງຄວມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ຍາດມາໄດ້ ໃນການຈັດຕັ້ງປະຕິບັດວຽກງານຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ໃນປີ 2023 ແລະ ໄດ້ຊີ້ນຳໃຫ້ຄົ້ນຄວ້າປຶກສາຫາລື ແລະ ທຳຄວາມເຂົ້າໃຈຢ່າງເລີກເຊິ່ງຕໍ່ ມະຕິຄຳສັ່ງ ເລກທີ 19 ຂອງກົມການເມືອງສູນກາງພັກ ເພື່ອວິເຄາະ ແລະ ວາງແຜນວຽກງານໃນຂົງເຂດອຸດສະຫະກຳ ແລະ ການຄ້າ ຂອບເຂດສິດ ແລະ ໜ້າທີ່ຂອງການຈັດຕັ້ງປະຕິບັດ ໃຫ້ແທດເໝາະ ແລະ ສອດຄ່ອງ ແລະ ເປັນໄປໃນລວງດຽວກັນ ແນໃສ່ການພັດທະນາເສດຖະກິດ-ສັງຄົມ ໃຫ້ເປັນໄປຕາມທ່າອ່ຽງ, ຈຸດແຂງທາງດ້ານຄວາມອາດສາມາດໃນການແຂ່ງຂັນ ຂອງແຂວງສະຫວັນນະເຂດ ແລະ ຄວາມຮຽກຮ້ອງຕ້ອງການໃນການແກ້ໄຂ ແລະ ພັດທະນາເສດຖະກິດໃນປະຈຸບັນ.

11

ນອກຈາກນັ້ນ ທ່ານລັດຖະມົນຕີ ພ້ອມຄະນະ ໄດ້ລົງຢ້ຽມຢາມຊຸກຍູ້ເຂດການລົງທຶນຢູ່ເຂດເສດຖະກິດພິເສດ, ຢ້ຽມຢາມບໍລິສັດຊັນເປເປີ ແລະ ວຽກງານການລົງທຶນໃນຊາຍແດນ ລາວ-ຫຼຽດນາມ, ຫົວໜ່ວຍທຸລະກິດ ທີ່ເປັນທ່າແຮງໃນການພັດທະນາເສດຖະກິດ ຂອງແຂວງສະຫວັນນະເຂດ ເວົ້າສະເພາະ ເວົ້າລວມກໍຄືເສດຖະກິດຂອງຊາດ.

ຂ່າວ-ພາບ: ຫ້ອງການກະຊວງ

ລົງຂ່າວ: ທ ໄພວັນ ໂຄດວັນທາ ຂ່າວສານ ອຄ

About -