ແຂວງຜົ້ງສາລີ ເປີດງານຕະຫຼາດນັດການຄ້າຊາຍແດນ
By ໄພວັນ On 28 Nov, 2023 At 03:18 PM | Categorized As ຂ່າວສຳຄັນ | With 0 Comments

7

ພິທີເປີດງານຕະຫຼາດນັດການຄ້າຊາຍແດນ 3 ແຈ ປະເທດ ລາວ-ຈີນ-ຫວຽດນາມ ຕິດພັນກັບເທດສະການດື່ມນໍ້າຊາ ຄັ້ງທີ III ຢູ່ແຂວງຜົ້ງສາລີ, ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 22 ພະຈິກ 2023 ຜ່ານມານີ້, ຢູ່ທີ່ເດີນສວນສາທາລະນະຂອງແຂວງ ທີ່ເມືອງບຸນເໜືອ. ໂດຍການເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ມີບັນດາທ່ານ ການນຳຈາກເມືອງຈຽງເຊີນ, ເມືອງຫລ້າ ແຫ່ງ ສປ ຈີນ, ຕົວແທນສະມາຄົມທຸລະກິດຊາວຫວຽດນາມ ປະຈຳແຂວງຜົ້ງສາລີ, ມີບັນດາທ່ານການນໍາພັກ-ລັດແຂວງ, ຄະນະຜູ້ແທນຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ບັນດາທ່ານເຈົ້າເມືອງ – ຮອງເຈົ້າເມືອງ 7 ເມືອງທົ່ວແຂວງ, ພະນັກງານປະຕິວັດ-ອາວຸໂສບຳນານ, ສອງກຳລັງ ປກຊ – ປກສ, ພະແນກການອ້ອມຂ້າງແຂວງ, ອົງການຈັດຕັ້ງຕ່າງໆຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.

ກ່ອນເປີດພິທີ ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຈາກໜ່ວຍສິລະປະ ສູນວັດທະນະທໍາເດັກ ພະແນກ ຖວທ ແຂວງ ແລະ ສິລະປະຈາກໂຮງຮຽນ ມສ ເທດສະບານເມືອງບຸນເໜືອ ເຊິ່ງແຕ່ລະບົດໄດ້ສະແດງເຖິງມູນເຊື້ອຄວາມສາມັກຄີ ພິເສດ ແລະ ການຄ້າຂອງ 3 ແຈປະເທດລາວ-ຈີນ-ຫວຽດນາມ ທີ່ມີມາແຕ່ດຶກດໍາບັນຈົນເຖິງປັດຈຸບັນ.

4

ໃນພິທີ ທ່ານ ຄໍາເຫຼັກ ແສນທະພູມ ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງຜົ້ງສາລີ ຄະນະຈັດຕັ້ງພິທີ ໄດ້ຂຶ້ນກ່າວຈຸດປະສົງ ພ້ອມທັງຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຜົ້ງສາລີວ່າດ້ວຍການອະນຸມັດເປີດງານຕະຫຼາດນັດການຄ້າຊາຍແດນ 3 ແຈ ປະເທດ ລາວ-ຈີນ-ຫວຽດນາມ ຕິດພັນກັບເທດສະການດື່ມນໍ້າຊາ ຄັ້ງທີ III ຢູ່ແຂວງຜົ້ງສາລີ,

3

ຈາກນັ້ນ ທ່ານ ທະນູຄໍາ ປິດຈະວົງ ກໍາມະການພັກແຂວງ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງຜົ້ງສາລີ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບເປີດງານຕະຫຼາດນັດການຄ້າຊາຍແດນ ໄດ້ຂຶ້ນລາຍງານຜົນການກະກຽມຈັດງານຄັ້ງນີ້ ໂດຍຫຍໍ້ ໃຫ້ຮູ້ວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ແຕ່ປີ 2021-2025 ເປັນຕົ້ນວຽກງານການສົ່ງເສີມການຜະລິດເປັນສິນຄ້າ ທີ່ຕິດພັນກັບນະໂຍບາຍການຄ້າຊາຍແດນທີ່ ສປປ ລາວເປັນພາຄີໃຫ້ປະກົດຜົນຕົວຈີງບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ຂອງປະຊາຊົນເຂດຊາຍແດນໃຫ້ນັບມື້ນັບກວ້າງຂວາງ, ຕໍ່ເນື່ອງ ແລະ ຍືນຍົງ; ສຳລັບກິດຈະກຳງານວາງສະແດງສິນຄ້າທ່າແຮງ, ຜະລິດຕະພັນຊົນເຜົ່າ ແລະ ສິນຄ້າໂອດອບ ຂອງບັນດາແຂວງພາກເໜືອຂອງ ສປປ ລາວ ແລະ ຈາກ 2 ແຂວງ ຂອງ ສປ ຈີນ ແລະ ສສ ຫວຽດນາມ ເຊິ່ງປະກອບມີສິນຄ້າກະສິກຳ, ອຸດສະຫະກຳ, ເຄື່ອງຫັດຖະກໍາ, ເຄື່ອງອຸປະໂພກ, ບໍລິໂພກ ທີ່ເປັນເອກະລັກຂອງປະຊາຊົນບັນດາເຜົ່າແຕ່ລະເຂດແຄ້ວນ ລວມທັງໝົດມີ: 67 ຮ້ານ, ໃນນີ້: ຮ້ານບໍລິການນໍ້າຊາ 10 ຮ້ານ, ສິນຄ້າໂອດອບ ແລະ ສິນຄ້າທ່າແຮງ 7 ຮ້ານ, ຮ້ານຂາຍສິນຄ້າທົ່ວໄປ 15 ຮ້ານ ແລະ ຮ້ານຕະຫຼາດນັດເຄື່ອນທີ່ 35 ຮ້ານ.

2

ທ່ານ ຄຳຜອຍ ວັນນະສານ ໄດ້ກ່າວເປີດພິທີວ່າ: ຕະຫຼອດໄລຍະທີ່ຜ່ານມາຄະນະພັກ, ອໍານາດການປົກຄອງແຂວງ ໄດ້ຖືສໍາຄັນຕໍ່ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ໂດຍສຸມໃສ່ ການຈັດສັນອາຊີບຄົງທີ່ ຕິດພັນກັບການສົ່ງເສີມຜະລິດເປັນສິນຄ້າສົ່ງອອກ ແລະ ສົ່ງເສີມການປຸງແຕ່ງ 1 ເມືອງ, 1 ຜະລິດຕະພັນ (ODOP), ຊຶ່ງມາຮອດປີ 2023 ໄດ້ສົ່ງເສີມການຜະລິດສິນຄ້າ ສົ່ງອອກບັນລຸ 8 ປະເພດ ແລະ ຜະລິດຕະພັນ ODOP ບັນລຸໄດ້ 27 ກາໝາຍ; ຜົນສໍາເລັດດັ່ງກ່າວ ແມ່ນຍ້ອນມີນະໂຍບາຍລວມຂອງພັກ-ລັດວາງອອກ, ດ້ວຍການເອົາໃຈໃສ່ຊີ້ນໍາ -ນໍາພາເຮັດຕົວຈິງຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ແລະ ການສະໜັບສະໜູນຊ່ວຍເຫຼືອ ຈາກພາຍໃນ ແລະ ຕ່າງປະເທດ ແລະ ການເຂົ້າຮ່ວມຂອງພາກ ສ່ວນເສດຖະກິດຕ່າງໆ; ທ່ານກ່າວຕື່ມວ່າ: ຜ່ານຈາກການຈັດງານຄັ້ງນີ້ ພວກເຮົາຈະສາມາດຖອດຖອນໄດ້ບົດຮຽນ,ໄດ້ນັບທັງດ້ານດີ ແລະ ຂໍ້ຂາດຕົກບົກພ່ອງ ແລະ ຈະສາມາດເສີມຂະຫຍາຍບົດຮຽນທີ່ດີ ຕໍ່ໄປຢ່າງບໍ່ຢຸດຢັ້ງ ແລະ ເຮັດໃຫ້ການຈັດງານ ແບບນີ້ໃຫ້ກາຍເປັນຂະບວນການຂອງມະຫາຊົນ ແລະ ເປັນຄວາມຮັບຜິດຊອບຂອງຜູ້ປະກອບການທຸລະກິດ; ທັງໝົດນັ້ນໃຫ້ສາມາດສົ່ງເສີມການຄ້າ, ການລົງທຶນ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ ແລະ ສ້າງວຽກເຮັດງານທໍາ, ສ້າງລາຍຮັບ, ລາຍໄດ້ໃຫ້ແກ່ປະຊາຊົນເພີ່ມຂຶ້ນ ແລະ ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.

7

ຈາກນັ້ນ ຄະນະປະທານພິທີໄດ້ພ້ອມກັນຕັດແທບຜ້າ ເພື່ອເປີດງານຕະຫຼາດນັດຢ່າງເປັນທາງການ.ໃນງານດັ່ງກ່າວແຂກຖືກເຊີນ ແລະ ປະຊາຊົນບັນດາເຜົ່າໄດ້ທ່ຽວຊົມສິນຄ້າປະເພດຕ່າງໆ ເປັນຕົ້ນແມ່ນສິນຄ້າທ່າແຮງ, ສິນຄ້າໂອດັອບຂອງເມືອງແຕ່ລະແຂວງ ທາງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນສິນຄ້າອຸດສະຫະກໍາ, ຫັດກໍາຜ້າໄໝ, ແກະສະລັກໄມ້ລວດລາຍຕ່າງໆ, ເຄື່ອງໃຊ້ສອຍໃນຄົວເຮືອນ ແລະ ທ່ຽວຊົມຊາສໍາເລັດຮູບທີ່ມີຫຼາຍລົດຊາດ, ຫຼາຍແບບພ້ອມກັບການຊີມນໍ້າຊາປະເພດຕ່າງຄື: ຊາຂຽວ, ຊາແດງ, ຊາຂາວ ທີ່ເປັນເອກະລັກສະເພາະຂອງແຂວງຕື່ມອີກ.

ຂ່າວ-ພາບ: ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງຜົ້ງສາລີ.

ລົງຂ່າວ: ໄພວັນ ໂຄດວັນທາ ຂ່າວສານ ອຄ

About -