ພິທີເປີດໂຄງການ ແມ່ຍິງກັບວຽກງານຊັບສິນທາງປັນຍາ
By ໄພວັນ On 24 Nov, 2023 At 02:58 PM | Categorized As ຂ່າວສຳຄັນ | With 0 Comments

DSC_02

ໃນວັນທີ 22 ພະຈິກ 2023, ທີ່ ໂຮງແຮມເສດຖາປາລາສ, ນະຄອນຫຼວງວຽງຈັນ, ພິທີເປີດໂຄງການ “ແມ່ຍິງກັບວຽກງານຊັບສິນທາງປັນຍາ: ຊຸກຍູ້ ຄວາມກ້າວໜ້າຂອງແມ່ຍິງລາວ ໃນວຽກງານຊັບສິນທາງປັນຍາ, ໃຫ້ກຽດເປັນ ປະທານຮ່ວມ ແລະ ກ່າວເປີດໂຄງການໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ເອດຣຽນ ກິລເບີຣ໌ດ, ຜູ້ອໍານວຍການໂຄງການ ການຄ້າລະດັບພາກພື້ນ ເພື່ອການພັດທະນາ.

ເຂົ້າຮ່ວມພິທີໃນຄັ້ງນີ້ ມີທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ເຊັງລີ, ປະທານສະພາການຄ້າຂອງອົດສະຕຣາລີ, ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນ ສີອານົງ ພົມກອງ, ຜູ້ຈັດການໂຄງການ RT4D ປະຈໍາ  ສປປ ລາວ, ຜູ້ຕາງໜ້າກະຊວງ, ກົມ, ຜູ້​ຕາງ​ໜ້າ​ຈາກ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຍິງ​ຂອງ​ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ.

DSC_048

ໃນໂອກາດນີ້ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງ ອຄ ໄດ້ໃຫ້ກຽດກ່າວເປີດພິທີ ໃນຄັ້ງນີ້ ທ່ານກ່າວວ່າ: ໂຄງການ “ແມ່ຍິງກັບວຽກງານຊັບສິນທາງປັນຍາ: ຊຸກຍູ້ ຄວາມກ້າວໜ້າຂອງແມ່ຍິງລາວ ໃນວຽກງານຊັບສິນທາງປັນຍາ” ໂດຍໄດ້ຮັບການຊ່ວຍເຫຼືອເປັນທາງການ ຈາກໂຄງການການຄ້າລະດັບພາກພື້ນເພື່ອການພັດທະນາ (RT4D) ຂອງລັດຖະບານອົດສະຕຣາລີ ສະໜັບສະໜູນການຈັດຕັ້ງປະຕິບັດສັນຍາການຄ້າ ເສລີ ລະຫວ່າງອາຊຽນ-ອົດສະຕຣາລີ-ນິວຊີແລນ ແລະ ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ ຊຶ່ງໂຄງການດັ່ງກ່າວ ຈະເນັ້ນໃສ່ ການຊ່ວຍເຫຼືອແມ່ຍິງກັບວຽກງານຊັບສິນທາງປັນຍາ, ຊຸກຍູ້ຄວາມກ້າວໜ້າຂອງແມ່ຍິງລາວ ໃນວຽກງານຊັບສິນທາງປັນຍາ  ໂດຍກົມຊັບສິນທາງປັນຍາ ໄດ້ສະເໜີ ຂໍໂຄງການ ແລະ ໄດ້ຮັບການຕອບຮັບການຊ່ວຍເຫຼືອຈາກໂຄງການດັ່ງກ່າວ ເປັນມູນຄ່າ 335.000 AUD (ໂດລາອອສສະເຕເລຍ) ປະກອບມີ 03 ກິດຈະກີດ ຄື: (1) ສ້າງຄວາມເຂັ້ມແຂງດ້ານຄວາມຮູ້ຊັບສິນທາງປັນຍາໃຫ້ແກ່ບັນດາຜູ້ປະກອບການ ໂດຍສະເພາະ ຈະເນັ້ນໃສ່ຊຸກຍູ້ສົ່ງເສີມຜູ້ປະກອບການທີ່ເປັນແມ່ຍິງ, (2) ຊຸກຍູ້ບັນດາຫົວໜ່ວຍທຸລະກິດໃນການພັດທະນາທຸລະກິດ ຜ່ານການສ້າງຍີ່ຫໍ້ເຄື່ອງໝາຍການຄ້າ ແລະ ການອອກແບບສິ່ງຫຸ້ມຫໍ່ (Packaging Design)  ເພື່່ອກ້າວໄປສູ່ການຈົດທະບຽນເຄື່ອງໝາຍການຄ້າ ແລະ (3) ໃຫ້ການສະໜັບສະໜູນບັນດາຫົວໜ່ວຍທຸລະກິດ ໄດ້ມີສ່ວນຮ່ວມເຂົ້າໃນງານສັບປະດາສັບສິນທາງປັນຍາ  ເພື່ອຊຸກຍູ້ສົ່ງເສີມການຕະຫຼາດໃຫ້ບັນດາຜະລິດຕະພັນສິນຄ້າພາຍໃນ ຊຶ່ງບັນດາກິດຈະກິດເຫຼົ່ານີ້  ຈະໄດ້ເລີ່ມຈັດຕັ້ງປະຕິບັດຈາກນີ້ເປັນຕົ້ນໄປ ໂດຍກົມຊັບສິນທາງປັນຍາ ເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ.

DSC_05

ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ຜະລິດຕະພັນທີ່ຍື່ນຂໍຈົດທະບຽນຊັບສິນທາງປັນຍາ ໂດຍສະເພາະ ຜະລິດຕະພັນ  ODOP ຫລາຍວ່າ 1,800 ລາຍການ, ແຕ່ໃນນັ້ນ ມີພຽງ 10 ລາຍການທີ່ໄດ້ຈົດທະບຽນເຄື່ອງໝາຍຂອງຜູ້ປະ ກອບການທຸລະກິດທີ່ເປັນແມ່ຍິງ. ຊຶ່ງປີນີ້   ການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ, ອົງການຊັບສິນທາງປັນຍາໂລກ ໄດ້ໃຫ້ຄຳຂວັນວ່າ “ບົດບາດແມ່ຍິງ ແລະ ຊັບສິນທາງປັນຍາ ຊຸກຍູ້ສົ່ງເສີມນະວັດຕະກຳ ແລະ ຄວາມຄິດສ້າງສັນໃໝ່”, ທາງລັດຖະບານ ສປປ ລາວ ເຫັນໄດ້ຄວາມສຳຄັນຂອງການຂະຫຍາຍວຽກງານຊັບສິນທາງປັນຍາ, ຫັນວຽກງານຊັບສິນທາງປັນຍາລົງສູ່ທ້ອງຖິ່ນ ຕາມການແບ່ງຂັ້ນຄຸ້ມຄອງ ໃນຂອບເຂດທົ່ວປະເທດ. ນອກຈາກນີ້ ການກຳນົດເປົ້າໝາຍເພື່ອສົ່ງເສີມວິສາຫະກິດ ທີ່ນອນໃນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງແມ່ຍິງ ໃຫ້ມີຈຳນວນຫຼາຍຂຶ້ນ ແລະ ສາມາດຈົດທະບຽນຜະລິດຕະພັນຂອງຕົນ ໂດຍໃຊ້ປະໂຫຍດຈາກຊັບສິນທາງປັນຍາ ເພື່ອສ້າງໂອກາດໃນທາງການຄ້າ ແລະ ສົ່ງອອກໄດ້. ນອກຈາກນີ້ ແຜນໃນຕໍ່ໜ້າ ທາງກົມຊັບສິນທາງປັນຍາ ຈະສູ້ຊົນເຮັດສໍາເລັດເປົ້າໝາຍໃນການສ້າງໃຫ້ໄດ້ການຈົດທະບຽນ “ໜື່ງຜະລິດຕະພັນໜຶ່ງຊັບສິນທາງປັນຍາ”  ສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ຫົວໜ່ວຍວິສາຫະກິດທີ່ເປັນຂອງແມ່ຍິງ ກ່ຽວກັບຊັບສິນທາງປັນຍາ, ສາມາດສ້າງ, ອອກແບບ ແລະ ຈົດທະບຽນເຄື່ອງໝາຍການຄ້າຂອງເຂົາເຈົ້າໄດ້ ເພື່ອສົ່ງເສີມພັດທະນາເສດຖະກິດຊຸມຊົນໃຫ້ມີການຂະຫຍາຍຕົວ ສູ່ຕະຫລາດພາຍໃນ ແລະ ສາກົນ​.

DSC_017

ທ່ານ ເອດ​ຣຽນ ກີ​ລ​ເບີ​ຣ໌ດ, ຜູ້​ອຳ​ນວຍ​ການ​ໂຄງ​ການ RT4D ມີຄໍາເຫັນກ່ຽວກັບ “​ໂຄງ​ການການ​ຄ້າ​ລະ​ດັບ​ພາກ​ພື້ນ​ເພື່ອ​ການ​ພັດ​ທະ​ນາ​: ການ​ຊ່ວຍ​ເຫຼືອ​ພາຍ​ໃຕ້​ກອບ​ສັນ​ຍາ AANZFTA & RCEP ແລະ ການ​ໃຫ້​ຄວາມ​ສຳ​ຄັນ​ພິ​ເສດ​ແກ່​ປະ​ເທດ​ສະ​ມາ​ຊິກ​ທີ່​ດ້ອຍ​ພັດ​ທະ​ນາກວ່າ”.

ພ້ອມດຽວກັນນັ້ນ, ໃນພິທີດັ່ງກ່າວ ກໍໄດ້ຮັບຝັງການບັນຍາຍໂດຍຫຍໍ້ ກ່ຽວກັບ “ຄວາມ​ສຳ​ຄັນ​ຂອງ​ການ​ຈົດ​ທະ​ບຽນ​ຊັບ​ສິນ​ທາງ​ປັນ​ຍາ ຕໍ່​ວຽກ​ງານ​ການ​ຄ້າ: ເປົ້າ​ໝາຍ​ການ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ​ລາວ​ໃນ​ວຽກ​ງານ​ຊັບ​ສິນ​ທາງ​ປັນ​ຍາ” ແລະ “ການ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ການ​ຂຶ້ນ​ທະ​ບຽນ​ການ​ຄ້າ ແລະ ຊັບ​ສິ​ນ​ທາງ​ປັນ​ຍາ: ສິ່ງ​ທ້າ​ທາຍ ແລະ ຜົນ​ປະ​ໂຫຍດ​ທີ່​ໄດ້​ຮັບ” ອີກດ້ວຍ.

ຂໍ້ມູນຂ່າວ-ພາບ: ກົມຊັບສິນທາງປັນຍາ

ລົງຂ່າວ: ໄພວັນ ຂ່າວສານ ອຄ

About -