ເປີດງານເທດສະການຜະລິດຕະພາບແຫ່ງຊາດລາວ
By ໄພວັນ On 24 Nov, 2023 At 10:35 AM | Categorized As ຂ່າວສຳຄັນ | With 0 Comments

IMG_0190

ໃນວັນທີ 23 ພະຈິກ 2023 ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານເທດສະການຜະລິດຕະພາບແຫ່ງຊາດລາວ ທີ່ສູນການຄ້າວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະ ກຳ ແລະ ການຄ້າ ແລະ ປະທານຮ່ວມຂອງ ທ່ານ ປອ ອິນດຣາ ປຣາດານາ ສິງກາວີນາຕາ (Dr. Indra Pradana Singawinata), ເລຂາທິການໃຫ່ຍຄົນໃໝ່ ຂອງອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization -APO) ພ້ອມທັງ ທ່ານ ປອ ບຸນເພັງ ສີບຸນເຮືອງ, ຫົວໜ້າກົມ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ ໃນນັ້ນຍັງມີຜູ້ຕາງໜ້າ ຈາກບັນດາກົມອ້ອມຂ້າງກະຊວງ, ບັນດາກະຊວງກ່ຽວຂ້ອງ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ສະມາຄົມທຸລະກິດ ແລະ ທະນາຄານທຸລະກິດກໍ່ໄດ້ເຂົ້າຮ່ວມງານ.

IMG_5920

ຈຸດປະສົງຂອງການຈັດງານໃນຄັ້ງນີ້ແມ່ນ: ເພື່ອເຜີຍແຜ່ຜົນສຳເລັດ ແລະ ໂຄສະນາ ກ່ຽວກັບອົງການ APO ໂດຍສະເພາະວິໄສທັດ 2025 ແລະ ເປົ້າໝາຍທີ່ສຳຄັນທີ່ໄດ້ລະບຸໄວ້ໃນ APO Vision 2025. ນອກຈາກນັ້ນ, ກໍ່ເພື່ອເຜີຍແຜ່ຂໍ້ມູນຂ່າວສານຂອງ ສປປ ລາວ ກໍ່ຄືການເຄື່ອນໄຫວຂອງ ກສວ ໃນຖານະສະມາຊິກຂອງອົງການ APO ແລະ ເປັນອົງການຜະລິດຕະພາບແຫ່ງຊາດ ລາວ ແຕ່ປີ 2002 ເປັນຕົ້ນມາ. ພ້ອມກັນນັ້ນກໍ່ເປັນການເຜີຍແຜ່ໃຫ້ເຫັນຄວາມສຳຄັນຂອງວຽກງານຜະລິດຕະພາບ ເພື່ອການພັດທະນາປະເທດຊາດ, ການຈັດຕັ້ງປະຕິບັດທີ່ມີປະສິດທິພາບ, ຄວາມສາມາດທາງການແຂ່ງຂັນຂອງຫົວໜ່ວຍວິສາຫະກິດ, ກຳລັງແຮງງານ ແລະ ການພັດທະນາຄວາມສາມາດຂອງບຸກຄະລາກອນໃນທົ່ວພາກພື້ນ ອາຊີ-ປາຊີຟິກ ໂດຍສະເພາະແມ່ນການສະໜັບສະໜູນການບັນລຸຄາດໝາຍທີ່ວາງອອກຕາມວິໄສທັດຂອງອົງການ APO ຮອດປີ 2025 ແລະ ຍັງເປັນການສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບທິດທາງ ແລະ ຮູບແບບຂອງການສົ່ງເສີມວຽກງານດ້ານຜະລິດຕະພາບແບບຍືນຍົງ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ແລກປ່ຽນຄວາມຮູ້, ປະສົບການ ເພື່ອພັດທະນາຂະບວນການຜະລິດ ແລະ ການຄຸ້ມຄອງແບບມີຄຸນນະພາບຕາມມາດຕະຖານສາກົນ ດ້ວຍການປະຍຸກໃຊ້ນະວັດຕະກໍາເພື່ອເພີ່ມການຜະລິດໃຫ້ສູງຂຶ້ນ  ແລະ ເຂົ້າໃຈຄວາມສຳຄັນຂອງຜະລິດຕະພາບໃນການພັດທະນາ MSMEs ແລະ ການພັດທະນາເສດຖະກິດສັງຄົມ.

IMG_0234

ໃນງານຈະໄດ້ມີການເຜີຍແຜ່ປະຫວັດຄວາມເປັນມາຂອງອົງການ APO, ວີໄສທັດຂອງອົງການຜະລິດ ຕະພາບແຫ່ງອາຊີ ຫຼື Asian Productivity Organization (APO) ຮອດປິ 2025 ແລະ ອົງການຜະລິດຕະພາບແຫ່ງຊາດລາວ ໂດຍຜ່ານສື່ສັງຄົມອອນລາຍ, ສິ່ງພິມ ແລະ ປ້າຍໂຄສະນາຕ່າງ ແລະ ມີບູດວາງສະແດງຂາຍຜະລິດຕະພັນ, ນະວັດຕະກຳເຕັກໂນໂລຊີຂອງບັນດາຫົວໜ່ວຍວິສາຫະກິດ ແລະ ຈັດເວທີສົນທະນາໃນຫົວຂໍ້: (1) ຄວາມສຳຄັນກ່ຽວກັບຜະລິດຕະພາບຕໍ່ການພັດທະນາ MSME ແລະ ເສດຖະກິດສັງຄົມ (2) ຜົນສຳເລັດຈາກການທີ່ໄດ້ຮັບຈາກການຢັ້ງຢືນມາດຕະຖານ ແລະ ຄຸນນະພາບເພື່ອເຂົ້າເຖິງຕະຫຼາດພາຍໃນ ແລະ ສາກົນ. ໂດຍມີບັນດາຫົວໜ່ວຍທຸລະກິດທີ່ເຄີຍໄດ້ເຂົ້າຮ່ວມໂຄງການເຂົ້າຮ່ວມສົນທະນາ ແລະ ເຜີຍແຜ່ຜົນໄດ້ຮັບຈາກການເຂົ້າຮ່ວມໂຄງການດັ່ງກ່າວ.

ງານເທດສະການດັ່ງກ່າວຈະໄດ້ດຳເນີນເປັນເວລາ 3 ວັນ ເລີ່ມແຕ່ວັນທີ 23 ຫາ 25 ພະຈິກ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ຊຶ່ງໃນແຕ່ລະວັນຈະມີກິດຈະກຳຕ່າງໆ ທີ່ຫຼາກຫຼາຍລາຍການ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ ຂ່າວສານ ອຄ

About -