3 ຝ່າຍ ສົ່ງເສີມການປົກປ້ອງສິດຊັບສິນທາງປັນຍາ ແລະ ກຽມພ້ອມສ້າງຫຼັກສູດລະດັບສູງ
By ໄພວັນ On 23 Nov, 2023 At 12:36 PM | Categorized As ຂ່າວສຳຄັນ | With 0 Comments

6

ເພື່ອສ້າງຂອບການຮ່ວມມືສາມຝ່າຍ ລະຫວ່າງ ກົມຊັບສິນທາງປັນຍາ (ກຊປ), ກົມການສຶກສາຊັ້ນສູງ (ກຊສ) ກະຊວງສຶກສາທິການ ແລະ ກີລາ ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນການເພີ່ມທະວີການຮ່ວມມື, ສົ່ງເສີມ, ນໍາໃຊ້ ແລະ ປົກປ້ອງສິດຊັບສິນທາງປັນຍາ ທີ່ກ່ຽວກັບການປະດິດຄິດແຕ່ງ ແລະ ການຄົ້ນ ຄວ້າ-ວິໄຈ ຕ່າງໆ ພ້ອມທັງກຽມສ້າງເນື້ອໃນການຮຽນ-ການສອນ ຢູ່ ມຊ.

7

ໃນວັນທີ 20 ພະຈິກ 2023 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ກົມຊັບສິນທາງປັນຍາ (ກຊປ) ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການສຶກສາຊັ້ນສູງ (ກຊສ) ກະຊວງສຶກສາທິການ ແລະ ກີລາ ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ເຊັນສັນຍາ ວ່າດ້ວຍການຮ່ວມມືສາມຝ່າຍ ໃນຂົງເຂດຊັບສິນທາງປັນຍາ ໂດຍການເຂົ້າຮ່ວມເປັນສັກຂີພິຍາຍຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ; ມີຫົວໜ້າ-ຮອງກົມຕະຫຼອດພະນັກງານທີ່ກ່ຽວຂ້ອງ 3 ຝ່າຍເຂົ້າຮ່ວມ.

ບົດບັນທຶກຄວາມເຂົ້າໃຈສະບັບນີ້ມີຈຸດປະສົງ ເພື່ອສ້າງຂອບການຮ່ວມມືສາມຝ່າຍ ເພີ່ມທະວີການຮ່ວມມື ແນໃສ່ການສົ່ງເສີມ, ນໍາໃຊ້ ແລະ ປົກປ້ອງສິດຊັບສິນທາງປັນຍາ ທີ່ກ່ຽວ ກັບ ການປະດິດຄິດແຕ່ງ ແລະ ການຄົ້ນຄວ້າ-ວິໄຈ ຂອງນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາໃນ ສະ ຖານການສຶກສາຊັັ້ນສູງ.

9

ໂດຍຂົງເຂດຂອງການຮ່ວມມື  ພາຍໃຕ້ບົດບັນທຶກຄວາມເຂົ້າໃຈສະບັບນີ້ ກວມເອົາຂົງເຂດຕ່າງໆ ດັ່ງນີ້:

1. ການພັດທະນາຊັບພະຍາກອນມະນຸດ ໂດຍມີການຈັດຕັ້ງ, ການເຜີຍແຜ່, ການຝຶກອົບຮົມໄລຍະສັ້ນ ແລະ ການສະໜອງທຶນສະໜັບສະໜູນໃນການຍົກລະດັບປະລິນຍາໂທ ແລະ ປະລິນຍາເອກ ດ້ານຊັບສິນທາງປັນຍາ ແລະ ສາຂາອືຶ່ນໆ ທີ່ກ່ຽວຂ້ອງຢູ່ທັງພາຍໃນ ແລະ ຕ່າງປະເທດ ເພືຶ່ອສ້າງຂີດຄວາມສາມາດ ແລະ ຄວາມຮັບຮູ້ ກ່ຽວກັບວຽກງານຊັບສິນທາງປັນຍາໃຫ້ແກ່ ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາຂອງ ທັງສາມຝ່າຍ;

2. ການສ້າງເນື້ອໃນການຮຽນ-ການສອນກ່ຽວກັບຊັບສິນທາງປັນຍາ ເພື່ອແນໃສ່ການສ້າງຫຼັກສູດ ຫຼື ສາຂາ ວິຊາ ຮຽນກ່ຽວກັບຊັບສິນທາງປັນຍາຢູ່ ມຊ ໃນອະນາຄົດ ໂດຍເລີ່ມໄປແຕ່ລະຂັັ້ນ

3. ການຈັດຕັ້ງໂຄງການຄົ້ນຄວ້າ ແລະ ກອງປະຊຸມວິທະຍາສາດລະດັບຊາດ ແລະ ສາກົນທີ່ກ່ຽວຂ້ອງກັບ ວຽກງານດ້ານຊັບສິນທາງປັນຍາ;

4. ການສ້າງຕັ້ງສູນຊັບສິນທາງປັນຍາ ແນໃສ່ສົ່ງເສີມການນໍາໃຊ້ຜົນການຄົ້ນຄວ້າ-ວິໄຈ, ການປະດິດຄິດແຕ່ງ, ການສ້າງເຕັກໂນໂລຊີ ແລະ ນະວັດຕະກໍາຂອງນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາຢູ່ສະຖານການສຶກສາຊັັ້ນສູງໃຫ້ເກີດປະໂຫຍດຕໍ່ສະຖານການສຶກສາຊັັ້ນສູງ ແລະ ສັງຄົມ;

5. ຂົງເຂດອືຶ່ນໆທີ່ຕິດພັນກັບວຽກງານຊັບສິນທາງປັນຍາຕາມການຕົກລົງເຫັນດີ ຂອງທັງສາມຝ່າຍ

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ ຂ່າວສານ ອຄ

About -