ສ້າງຄວາມເຂັ້ມແຂງວຽກງານອຸດສາຫະກຳ ແລະ ການຄ້າ “ເມືອງ”
By ໄພວັນ On 23 Nov, 2023 At 11:42 AM | Categorized As ຂ່າວສຳຄັນ | With 0 Comments

IMG_0135

ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດຊຸດຝຶກອົບຮົມ ຂັ້ນເມືອງ ຄັ້ງທີ XII ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງວຽກງານອຸດສາຫະກຳ ແລະ ການຄ້າ” ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ ລະຫວ່າງວັນທີ 22-24 ພະຈິກ 2023 ທີ່ສະຖາບັນອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ ເປັນປະທານໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ມີພະນັກງານ ອຄ ຈາກບັນດາເມືອງ, ແຂວງທົ່ວປະເທດເຂົ້າຮ່ວມ.

ໂອກາດກ່າວເປີດພິທີ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງ ອຄ ໄດ້ກ່າວວ່າ: ປັດຈຸບັນປະເທດພວກເຮົາໄດ້ມີການພົວພັນຮ່ວມມືຢ່າງກ້ວາງຂວາງ ກັບພາກພື້ນ ແລະ ສາກົນ ມີການແຂ່ງຂັນສູງໃນຫຼາຍຂະ   ແໜງເຊັ່ນ: ການຜະລິດ, ອຸດສາຫະກຳປຸງແຕ່ງ ແລະ ການຄ້າ ນອກຈາກນັ້ນກໍຍັງມີການເຊື່ອມໂຍງດ້ານເສດຖະກິດກັບພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ, ແຕ່ຖ້າຫາກທຽບໃສ່ການເຕີບໂຕຂອງເສດຖະກິດຂອງລາວເຮົາໃນປະຈຸບັນ ສິນຄ້າທີ່ພວກເຮົາສົ່ງອອກແມ່ນມີມູນຄ່າຕໍ່າ ແລະ ບໍ່ມີຄວາມຫຼາກຫຼາຍ ເຮັດໃຫ້ຄວາມສາມາດໃນການແຂ່ງຂັນດ້ານການຄ້າ ບໍ່ສູງເທົ່າທີ່ຄວນ.

ດັ່ງນັ້ນ ການຈັດຝຶກອົບຮົມໃນຄັ້ງນີ້ແມ່ນ ມີຄວາມສໍາຄັນເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຂະແໜງ ອຸດສາຫະກຳ ແລະ ການຄ້າ ຂັ້ນເມືອງໄດ້ຮັບການຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈໃນການຈັດຕັ້ງ-ຜັນຂະຫຍາຍນິຕິກໍາ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ; ຮຽນຮູ້ການນໍາໃຊ້ບັນດານິຕິກໍາເຂົ້າໃນວຽກງານຄຸ້ມຄອງ ແລະ ສົ່ງເສີມອຸດສາຫະກໍາ ແລະ ການຄ້າໃນຂັ້ນທ້ອງຖິ່ນ ໃຫ້ໄດ້ຮັບຜົນດີ ແລະ ສາມາດໃຫ້ຄໍາປຶກສາຕໍ່ກັບ ພາກທຸລະກິດໃນວຽກງານສົ່ງເສີມການຜະລິດ, ຈໍາໜ່າຍພາຍໃນ ແລະ ສົ່ງອອກໂດຍສະເພາະ ແມ່ນການຊອກຫາຊ່ອງທາງດ້ານການຄ້າ ເພື່ອຍາດແຍ່ງຜົນປະໂຫຍດໃຫ້ຫຼາຍສຸດຈາກ ການເຂົ້າຮ່ວມຂອບຮ່ວມມືການຄ້າສາກົນຂອງປະເທດ.

IMG_0163

ທ່ານປະທານກອງປະຊຸມ ໄດ້ກ່າວຕື່ມວ່າ: ບົດບາດຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ແມ່ນມີຄວາມສໍາຄັນຫຼາຍໃນໄລຍະທີ່ພັກ-ລັດ ກໍາລັງຍົກເອົາວຽກງານແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ສິນຄ້າ, ລາຄາ ແລະ ເງິນຕາ ເປັນວຽກງານບູລິມະສິດມອບໃຫ້ແຕ່ລະຂະແໜງການທີ່ກ່ຽວຂ້ອງພ້ອມກັນນໍາໄປຈັດຕັ້ງຜັນຂະ ຫຍາຍນັບແຕ່ຂັ້ນສູນກາງ ເຖິງ ທ້ອງຖິ່ນ; ອີງໃສ່ ມະຕິກົມການເມືອງ ສະບັບເລກທີ 19/ກມສພ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ສິນຄ້າ ແລະ ລາຄາ; ຫ້ອງການ ອຄ ເມືອງແຕ່ລະແຂວງ ຈະຖືເປັນໜ່ວຍງານປະຈໍາບານດ່ານໜ້າຂອງກະຊວງອຸດສາ ຫະກໍາ ແລະ ການຄ້າ ເຮັດວຽກງານຊ່ວຍກະຊວງອຸດສາຫະກໍາ ແລະ ການຄ້າ ໃນການຕິດຕາມ ແລະ ສົ່ງຂ່າວໃຫ້ຂັ້ນເທິງຊາບຜົນການຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂຕ່າງໆຢູ່ຂັ້ນທ້ອງຖິ່ນ ເຊັ່ນ: ການກວດກາສິນຄ້າ, ການຜະລິດເພື່ອທົດແທນການນໍາເຂົ້າ ແລະ ຕິດ ຕາມສະພາບການສະໜອງສິນຄ້າຍຸດທະສາດທີ່ຈໍາເປັນ (ເຂົ້າ ແລະ ນໍ້າມັນເຊື້ອໄຟ) ພາຍໃນເມືອງຂອງຕົນ.

IMG_5907 (1)

ອີກຈຸດປະສົງໜຶ່ງຂອງການຈັດຝຶກອົບຮົມໃຫ້ກັບພະນັກງານການຄ້າເມືອງໃນຄັ້ງນີ້ ແມ່ນເພື່ອ ໃຫ້ເຫັນເວທີ ສົນທະນາ ແລະ ປຶກສາຫາລື ລະຫວ່າງບັນດາທ່ານທີ່ເຂົ້າຮ່ວມຝຶກອົບຮົມຂອງແຕ່ລະທ້ອງຖິ່ນ ພ້ອມນັ້ນກໍເພື່ອ ເປີດໂອກາດແລກປ່ຽນຄວາມຮູ້ປະສົບການຈາກຜົນສໍາເລັດຕົວ ຈິງຂອງວຽກງານ. ຜ່ານການເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້ ຈະຊ່ວຍໃຫ້ບັນດາທ່ານສາມາດຮຽນຮູ້ບົດຮຽນໃໝ່ໆ ຫຼາຍຢ່າງ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະສິດທິພາບສຸງສດໃນໜ້າທີ່ຮັບຜິດຊອບຂອງທ່ານ.

IMG_0173

ບັນດາຫົວຂໍ້ຫຼັກໃນຊຸດຝຶກອົບຮົມຄັ້ງນີ້ປະກອບມີ: 1. ວຽກງານການພັດທະນາບຸກຄະລາກອນ; 2. ວຽກງານກວດກາລັດ; 3. ວຽກງານການສົ່ງເສີມການປະກອບທຸລະກິດ; 4. ວຽກງານການອອກໃບຢັ້ງຢືນມາດຕະຖານ; 5. ວຽກງານການອອກໃບອະນຸຍາດການຄ້າອອນລາຍ;          6. ວຽກງານສົ່ງເສີມການຄ້າອອນລາຍ; 7. ວຽກງານການສ້າງບົດຄົ້ນຄວ້າຫຍໍ້; 8. ການສ້າງແບບສອບຖາມຜ່ານທາງອອນລາຍ ເປັນຕົ້ນ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ ຂ່າວສານ ອຄ.

About -